Homeນານາສາລະອາຫານທີ່ກິນຊ່ວຍລ້າງສານພິດ

ອາຫານທີ່ກິນຊ່ວຍລ້າງສານພິດ

Published on

  1. ຫົວຜັກບົ່ວໃຫຍ່: ໃນຫົວຜັກບົ່ວໃຫຍ່ ມີວິຕາມິນບີ 1 ເຊິ່ງຊ່ວຍເຜົາຜານອາຫານ ແລະຍັງຊ່ວຍຂັບສານພິດໃນຮ່າງກາຍອອກມາທາງປັດສະວະອີກດ້ວຍ
  2. ນໍ້າສົ້ມສາຍຊູ: ມີປະໂຫຍດຊ່ວຍຫຼຸດຄໍເລດເຕີຣໍທີ່ບໍ່ດີ ແລະຍັງຊ່ວຍເພີ່ມປະລິມານຄໍເລດເຕີຣໍທີ່ດີໃຫ້ຮ່າງກາຍ, ນອກຈາກນີ້ຍັງກະຕຸ້ນ ການເຜົາຜານໄຕຣກຼີເຊີໄຣ ທີ່ສະສົມໃນຜິວໜັງອີກດ້ວຍ
  3. ໝາກນາວ: ເປືອກໝາກນາວມີສານທີ່ຊ່ວຍກະຕຸ້ນການເຜົາຜານຂອງຮ່າງກາຍ ກະຕຸ້ນການໄຫຼວຽນຂອງເລືອດ, ປາດໝາກນາວເປັນປ່ຽງບາງໆ ແລ້ວລົງໃສ່ນໍ້າອຸ່ນດື່ມ ກໍຈະຊ່ວຍຂັບສານພິດອີກ
  4. ຂີງ: ຊ່ວຍໃຫ້ຮ່າງກາຍອົບອຸ່ນ, ຂັບເຫື່ອອອກ, ຫຼຸດພາວະຕົນໂຕເຢັນ, ເພີ່ມອຸນຫະພູມ ໃນຮ່າງກາຍ ເພີ່ມການເຜົາຜານ ຫຼືກິນອາຫານທີ່ມີຂີງກໍຈະເປັນການດີ
  5. ກະທຽມ: ນອກຈາກຈະຊ່ວຍຂັບສານພິດ ແລະເພີ່ມພູມຄຸ້ມກັນພະຍາດແລ້ວ ກະທຽມຍັງຊ່ວຍກະຕຸ້ນການເຜົາຜານຂອງໄຂມັນ ແລະນໍ້າຕານໃນຮ່າງກາຍ ຊ່ວຍໃຫ້ການດູດຊຶມທາດເຫຼັກໄດ້ດີ
  6. ໝາກເລັ່ນ: ເປັນຜັກທີ່ມີແຄລໍລີ່ຕໍ່າ ເສັ້ນໄຍອາຫານສູງ, ກິນແລ້ວຮູ້ສຶກອິ່ມໄວ ເຮັດໃຫ້ກິນອາຫານໄດ້ໜ້ອຍລົງ ກິນໝາກເລັ່ນກັບນໍ້າອຸ່ນຈະຊ່ວຍໄດ້ຫຼາຍຢ່າງ
  7. ໝາກງາ: ມີທາດຕ່າງໆຫຼາຍຢ່າງ ໂດຍສະເພາະວິຕາມິນຊີ ແລະແຮ່ທາດທີ່ຊ່ວຍຫຼຸດລະດັບໄຕຣກຼີເຊີໄຣ ກິນຮ່ວມກັບນໍ້າອຸ່ນຈະຊ່ວຍຫຼຸດນໍ້າໜັກໄດ້
  8. ໝາກແຕງໂມ: ເປັນໝາກໄມ້ຊ່ວຍຊ່ວຍຫຼຸດຄວາມກະຫາຍເວລາເມື່ອຍໄດ້ດີ, ມີຄຸນສົມບັດຊ່ວຍຂັບປັດສະວະ ແລະຍັງຫຼຸດການເຈັບທ້ອງ​, ຫຼຸດການໄຫຼວຽນຂອງເລືອດບໍ່ສະດວກ ແລະຍັງລ້າງສານພິດໃນລໍາໄສ້ ແລະໃນຊ່ວງທ້ອງ ເໝາະແກ່ກາຍຫຼຸດນໍ້າໜັກ
  9. ເຫັດ: ນອກຈາກເຫັດຈະຊ່ວຍເສີມສ້າງພູມຄຸ້ມກັນພະຍາດມະເລັງແລ້ວ ຍັງມີເສັ້ນໄຍອາຫານທີ່ຊ່ວຍກຳຈັດສານພິດໃນຮ່າງກາຍອີກດ້ວຍ
  10. ໝາກເຂືອຍາວ: ມີຄຸນສົມບັດຕ້ານມະເລັງ, ບໍາລຸງຫຼອດເລືອດ ແລະຍັງຊ່ວຍດູດໄຂມັນ ແລະສິ່ງເສດເຫຼືອໃນກະແສເລືອດ, ປັບສົມດູນໃນຮ່າງກາຍເຮົາ ແລະຍັງແກ້ທ້ອງບິດໄດ້ອີກດ້ວຍ
  11. ແອັບເປິ່ນ: ຊ່ວຍຂັບປັດສະວະ, ປ້ອງກັນທ້ອງບິດ ກະຕຸ້ນການເຄື່ອນຕົວຂອງສຳໄສ້, ກຳຈັດອາຫານທີ່ຕົກຄ້າງໃນລຳໄສ້ ເຊິ່ງເປັນສາເຫດທີ່ເຮັດໃຫ້ລະບົບທາງເດີນອາຫານຜິດປົກກະຕິ
  12. ໝາກໄມ້ທີ່ມີລົດສົ້ມ: ນອກຈາກມີປະໂຫຍດທີ່ເຮົາກັນຮູ້ຢູ່ແລ້ວວ່າ ສົ້ມມີວິຕາມິນຊີສູງ ຊ່ວຍເສີມສ້າງພູມຄຸ້ມກັນໄດ້​, ປ້ອງກັນທ້ອງບິດ, ເປືອກຂອງໝາກສົ້ມຍັງມີປະໂຫຍດ ໃນການຍ່ອຍໄຂມັນ ແລະຖ້າເອົາເປືອກຂອງໝາກສົ້ມມາຕາກແແດໃຫ້ແຫ້ງ ແລ້ວມາຕົ້ມເປັນຊາ ຈະຊ່ວຍຫຼຸດນໍ້າໜັກ ແລະຊ່ວຍໃຫ້ຜິວຂາວໄດ້
  13. ຜັກກາດຂາວ: ອຸດົມໄປດ້ວຍໄຍອາຫານ ແລະແຄວຊຽມ, ກິນຫຼາຍໆຈະຊ່ວຍເສີມສ້າງຄວາມແຂງແຮງຂອງກະດູກ ປ້ອງກັນທ້ອງບິດ ແລະມະເລັງລຳໄສ້
  14. ໝາກເຜັດ: ມີປະໂຫຍດໃນການກະຕຸ້ນໄຂມັນ ຊ່ວຍເຮັດໃຫ້ນໍ້າໜັກຫຼຸດລົງ
  15. ຖົ່ວແດງ: ມີຄຸນຄ່າທາງໂຄສະນາການສູງ ແລະຍັງຊ່ວຍໃນການກະຕຸ້ນ ຂະບວນການເຜົາຜານນໍ້າຕານ ຊ່ວຍຂັບປັດສະວະ ແລະລ້າງສານພິດອອກຈາກຮ່າງກາຍ ເໝາະແກ່ການຫຼຸດນໍ້າໜັກ
  16. ໝາກອຶ: ອຸດົມດ້ວຍແປ້ງ ແລະນໍ້າຕານ, ມີວິຕາມິນ ແລະເກືອແຮ່ຈຳນວນຫຼາຍ ກິນໝາກອຶຊ່ວຍໃຫ້ອິ່ມດົນ, ຈຶ່ງຊ່ວຍຫຼຸດການກິນອາຫານໃຫ້ໜ້ອຍລົງ ແລະຍັງຊ່ວຍກຳຈັດສານພິດທີ່ຕົກຄ້າງໃນຮ່າງກາຍອີກດ້ວຍ

ທີ່ມາ: share-si

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...