Homeຂ່າວການພັດທະນາຊົນລະປະທານນ້ຳຕົງສອງ ຢູ່ເມືອງເຟືອງ ຄືບໜ້າ 80% ຮອດປີ 2017 ໃຫ້ສຳເລັດ ຫົດເນື້ອທີ່ນາ 1,500 ເຮັກຕາ!

ຊົນລະປະທານນ້ຳຕົງສອງ ຢູ່ເມືອງເຟືອງ ຄືບໜ້າ 80% ຮອດປີ 2017 ໃຫ້ສຳເລັດ ຫົດເນື້ອທີ່ນາ 1,500 ເຮັກຕາ!

Published on

ໂຄງການກໍ່ສ້າງ ລະບົບຊົນລະປະທານນ້ຳຕົງສອງ ທີ່ເມືອງເຟືອງ ເປັນໂຄງການຂະໜາດໃຫຍ່ ຂອງແຂວງວຽງຈັນ ມີມູນຄ່າການກໍ່ສ້າງ 131 ຕື້ກ່ວາກີບ, ມີຄວາມຄືບໜ້າໄປແລ້ວ 80%, ຫຼ້າສຸດທ້າຍເດືອນສິງຫານີ້, ສາມາດກັກເກັບນ້ຳໄວ້ເຕັມອ່າງ ແລະ ພ້ອມທີ່ຈະປ່ອຍໃຫ້ຊາວກະສິກອນ ພາຍຫຼັງທີ່ການກໍ່ສ້າງຄອງເໝືອງສຳເລັດ.

ທ່ານ ບຸນທັນ ປັນຍາທິລາດ ປະທານບໍລິສັດປັນຍາທິລາດ ກໍ່ສ້າງຂົວ, ທາງເຄຫາ ແລະ ຊົນລະປະທານຈຳກັດ ເຊິ່ງແມ່ນບໍລິສັດທີ່ໄດ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວ-ກ່າວວ່າ: ໂຄງການນີ້ ເປັນໂຄງການບຸລິມະສິດຂອງລັດຖະບານ ເປັນໂຄງການຂະໜາດໃຫຍ່ໃນແຂວງວຽງຈັນ ເຊິ່ງຖືກອອກແບບໃຫ້ເປັນລະບົບຊົນລະປະທານແບບເຂື່ອນດິນ, (ນ້ຳໄຫຼເອງ) ມີມູນຄ່າການກໍ່ສ້າງ 131 ຕື້ກ່ວາ ກີບ; ປະກອບມີເຂື່ອນດິນ 5 ໜ່ວຍກໍ່ສ້າງ ລັດຕາມຮ່ອມພູ ເພື່ອສ້າງເປັນອ່າງຂະໜາດໃຫຍ່, ມີເນື້ອທີ່ອ່າງເກັບນ້ຳ 300 ເຮັກຕາ, ເກັບນ້ຳ 21 ລ້ານແມັດກ້ອນ, ບໍລິມາດນ້ຳຊົມໃຊ້ 18 ລ້ານແມັດກ້ອນ, ສ່ວນທີ່ເຫຼືອເປັນບໍລິມາດນ້ຳຢູ່ໃນອ່າງ, ມີຄອງເໝືອງແມ່ ເຊິ່ງເປັນຄອງເບຕົງຂະໜາດ 1,75 ແມັດx 2ແມັດ, ຍາວທັງໝົດ 11 ກິໂລແມັດ, ມີຄອງຊອຍ ເຊິ່ງເປັນຄອງກໍ່ດ້ວຍດິນຈີ່ຍາວ 26 ກິໂລແມັດ ເມື່ອສ້າງສຳເລັດຫົດເນື້ອທີ່ນາໄດ້ 1.500 ເຮັກຕາ.

ການກໍ່ສ້າງໄດ້ເລີ່ມລົງມື ມາແຕ່ຕົ້ນເດືອນມີນາ 2012 ມາຮອດທ້າຍເດືອນສິງຫາ 2016 ນີ້, ວຽກທັງໝົດຄືບໜ້າໄປແລ້ວ 80%; ໃນນີ້ໄດ້ສຳເລັດການສ້າງເຂື່ອນດິນສຳເລັດທັງ 5 ໜ່ວຍ 100%, ສຳເລັດການກໍ່ສ້າງຄອງເໝືອງແມ່ 7.000 ກ່ວາແມັດ,​ ສ່ວນວຽກທີ່ຍັງຄ້າງ ແມ່ນສືບຕໍ່ກໍ່ສ້າງຄອງເໝືອງແມ່ທີ່ຍັງເຫຼືອ ແລະ ຄອງເໝືອງຊອຍໃຫ້ສຳເລັດ 100% ໃນປີ 2017.
ລະບົບຊົນລະປະທານນ້ຳຕົງທີ່ເມືອງເຟືອງ ແຂວງວຽງຈັນ ຫາກສ້າງສຳເລັດ ຈະສາມາດຫົດເນື້ອທີ່ນາໄດ້ເຖິງ 1.500 ເຮັກຕາ, ມີຂອບເຂດກວມເອົາບ້ານຫ້ວຍເດື່ອ, ນາລັງ, ໂພນແຍງ, ນາແຂງ, ໂພນທອນ ແລະ ນາອ່າງ ແລະ ປັດຈຸບັນນີ້ ເນື້ອທີ່ນາບາງສ່ວນຂອງປະຊາຊົນ ກໍສາມາດຮັບນ້ຳໄດ້ຈຳນວນໜຶ່ງແລ້ວ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...