Homeຂ່າວການພັດທະນາຂົນສົ່ງທາງອາກາດໄປ ຫຼວງພະບາງ ມີຖ້ຽງບິນ 3 ພັນກວ່າຖ້ຽວ

ຂົນສົ່ງທາງອາກາດໄປ ຫຼວງພະບາງ ມີຖ້ຽງບິນ 3 ພັນກວ່າຖ້ຽວ

Published on

ເນື່ອງຈາກຫຼວງພະບາງເປັນແຂວງທີ່ມີທ່າແຮງຫຼາຍດ້ານ ແລະມີສະໜາມບິນສາກົນທີ່ອຳນວຍຄວາມສະດວກໃນການສົ່ງທາງອາກາດທັງເປັນແຂວງທ່ອງທ່ຽວທີ່ມີຊື່ສຽງຈິ່ງເປັນທີ່ສົນໃຈຂອງຫຼາຍສາຍການບິນມາເປີດບໍລິການເຮັດໃຫ້ບັນຍາກາດການບິນ ຂຶ້ນ-ລົງຂອງເຮືອບິນຄຶກຄື້ນຂຶ້ນພໍສົມ ຄວນໃນຊຸມປີຜ່ານມາສະເພາະປີແລ້ວນີ້ ມີຍອດລວມ 3 ພັນກວ່າຖ້ຽວ.
ຈາກຂໍ້ມູນຂອງຫ້ອງການບິນແຂວງ ຫຼວງພະບາງໄດ້ຮູ້ວ່າ: ນັບແຕ່ໄດ້ເພີ່ມສາຍການບິນຈາກປະເທດ ເພື່ອນບ້ານເຂົ້າມາຫຼາຍສາຍໄດ້ເຮັດໃຫ້ບັນຍາກາດການບິນຂຶ້ນ-ລົງຂອງເຮືອ  ບິນຕິດຕໍ່ກັນຫຼາຍຖ້ຽວໃນທຸກມື້ເພື່ອບໍລິ ການຜູ້ໂດຍສານຂາອອກ-ຂາເຂົ້າ ຊຶ່ງໄດ້ສະແດງອອກໃນໄລຍະ 1 ປີຜ່ານມາການບິນລາວແຂວງຫຼວງພະບາງສາມາດປະຕິບັດຖ້ຽວບິນໄດ້ 3.371 ຖ້ຽວ.  ໃນນັ້ນ ປະຕິບັດຖ້ຽວບິນຂຶ້ນ-ລົງສາຍ ພາຍໃນໄດ້ 1.156 ຖ້ຽວ, ມີຈຳນວນ ຜູ້ໂດຍສານທັງໝົດ 89.084 ຄົນ, ມີເຄື່ອງວັດສະດຸ 399.582 ກິໂລກຣາມ, ສາຍຕ່າງປະເທດຂອງສາຍການບິນ ລາວມີ 1.018 ຖ້ຽວ, ມີຈຳນວນຜູ້ໂດຍສານ 71.615 ຄົນ, ສາຍຕ່າງປະເທດ ຂອງສາຍການບິນອື່ນມີ 1.062 ຖ້ຽວ, ມີຈຳນວນຜູ້ໂດຍສານ 78.410 ຄົນ, ຖ້ຽວບິນຜູ້ນຳ 6 ຖ້ຽວ ແລະຖ້ຽວບິນທະຫານອາກາດ 75 ຖ້ຽວ ນອກນີ້ຍັງມີຖ້ຽວ ບິນນອກແຜນເຊົ່າເໝົາລຳ 54 ຖ້ຽວ.

ສໍາລັບສາຍການບິນທີ່ໄດ້ບິນເຂົ້າແຂວງຫຼວງພະບາງປະກອບມີສາຍການບິນຂອງບາງກອກແອເວ, ສາຍການບິນ ຫວຽດນາມແອລາຍ, ສາຍການບິນໄທ, ສາຍການບິນໄທສະມາຍ, ສາຍການບິນແອເອເຊຍ, ເຮືອບິນເຊົ່າເໝົາລຳ ແລະໃນ ອະນາຄົດໃກ້ໆນີ້ທາງສາຍການບິນມາເລເຊຍແອເອເຊຍ, ຊີວແອຂອງສິງກະ ໂປ, ສາຍການບິນຮົງກົງ ເອັກສະ ເພຣສ໌ ຈະໄດ້ບິນເພີ່ມເຂົ້າມາຕື່ມອີກ ຊຶ່ງຈະເຮັດ ໃຫ້ບັນຍາກາດການທ່ອງທ່ຽວຂອງເມືອງມໍລະດົກໂລກຫຼວງພະບາງມີຄວາມຄຶກ ຄື້ນຂື້ນຕື່ມເມື່ອເຖິງເວລານັ້ນ

ທີ່ມາ: ເສດຖະກິດ-ສັງຄົມ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...