Homeຂ່າວພາຍ​ໃນກົມປູກຝັງເຜີຍ ທົ່ວປະເທດປັກດໍານາປີ ສຳເລັດກວ່າ 96% ພ້ອມເລັ່ງຟື້ນຟູການຜະລິດ ເຂດປະສົບໄພນ້ຳຖ້ວມ!

ກົມປູກຝັງເຜີຍ ທົ່ວປະເທດປັກດໍານາປີ ສຳເລັດກວ່າ 96% ພ້ອມເລັ່ງຟື້ນຟູການຜະລິດ ເຂດປະສົບໄພນ້ຳຖ້ວມ!

Published on

ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ເຖິງວ່າບາງທ້ອງຖິ່ນ ຈະໄດ້ຮັບຜົນກະທົບຈາກໄພທໍາມະຊາດ ກໍຄືໄພນ້ຳຖ້ວມ, ເຊິ່ງໄດ້ເຮັດໃຫ້ເນື້ອທີ່ການຜະລິດ ກໍຄືເນື້ືອທີ່ນາ ໄດ້ຮັບຜົນເສຍຫາຍກວ້າງຂວາງ, ແຕ່ແນວໃດກໍຕາມ ເຫັນວ່າຍັງມີກະສິກອນຫຼາຍທ້ອງຖິ່ນ ທີ່ມີເງື່ອນໄຂໄດ້ສືບຕໍ່ລົງມືປັກດຳເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ, ຊຶ່ງມາຮອດປັດຈຸບັນ ກະສິກອນໃນທົ່ວປະເທດສາມາດປັກດຳເຂົ້ານາປີຂອງຕົນ ສຳເລັດແລ້ວຫຼາຍກວ່າ 752 ພັນເຮັກຕາ ເທົ່າກັບ 96% ຂອງເນື່ອທີ່ແຜນການທັງໝົດ 787 ພັນກວ່າເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນບັນດາແຂວງພາກກາງ ສາມາດປັກດຳໄດ້ແລ້ວ ຫຼາຍກວ່າ 440 ພັນເຮັກຕາເທົ່າກັບ 97% ຂອງແຜນການ, ພາກໃຕ້ປະຕິບັດໄດ້ 207 ພັນກວ່າເຮັກຕາ ເທົ່າກັບ 96%, ພາກເໜືອປະຕິບັດໄດ້ 104 ພັນກວ່າເຮັກຕາເທົ່າກັບ 96% ແລະ ຄາດວ່າການປັກດຳເຂົ້ານາປີ ຈະສໍາເລັດພາຍໃນເດືອນນີ້, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ແຕ່ລະທ້ອງຖິ່ນ ແມ່ນໄດ້ສົ່ງພະນັກງານວິຊາການຕົນ ລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ດຳເນີນໄປຢ່າງແຂງແຮງ ເພື່ອໃຫ້ບັນລຸຕາມແຜນການວາງໄວ້, ໂດຍສະເພາະແນະນຳໃຫ້ຊາວກະສິກອນ ເອົາໃຈໃສ່ບົວລະບັດຮັກສາເຂົ້ານາຂອງຕົນໃຫ້ດີ ດ້ວຍການໃສ່ຝຸ່ນ ແລະ ເສຍຫຍ້າ ເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ໄດ້ຫລາຍ, ສ່ວນການປູກພືດລະດູຝົນ ມາຮອດປັດຈຸບັນສາມາດປະຕິບັດໄດ້ ຫຼາຍກວ່າ 442 ພັນເຮັກຕາ, ໃນນັ້ນພາກເໜືອ ປະຕິບັດໄດ້ 238 ກວ່າເຮັກຕາ, ພາກໃຕ້ປະຕິບັດໄດ້ 117 ກວ່າເຮັກຕາ ແລະ ພາກກາງ 87 ກວ່າເຮັກຕາ.

ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ນອກຈາກສົ່ງພະນັກງານ ລົງຊຸກຍູ້ການຜະລິດເຂົ້າ ແລະ ປູກພືດລະດຸຝົນແລ້ວ, ຂະແໜງການຕົນ ຍັງໄດ້ສົ່ງພະນັກງານລົງປະເມີນ ເເລະ ຊ່ວຍເຫຼືອພື້ນຟູ ເຂດທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມໃນທ້ອງຖິ່ນຕ່າງ ເພື່ອໃຫ້ສາມາດກັບມາປູກພືດຕ່າງໆທົດແທນໂດຍໄວ.

 

ແຫລ່ງຂ່າວ:

ລພນ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...