Homeຂ່າວຕ່າງປະເທດເກີດເຫດແຜ່ນດິນໄຫວທີ່ມຽນມາ ແທກໄດ້ 7,0 ຣິກເຕີ

ເກີດເຫດແຜ່ນດິນໄຫວທີ່ມຽນມາ ແທກໄດ້ 7,0 ຣິກເຕີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນເວລາ17:34 ຂອງວັນທີ 24 ສິງຫາ ໄດ້ເກີດເຫດແຜ່ນດິນໄຫວຂຶ້ນທີ່ປະເທດມຽນມາ ແທກໄດ້ 7.0 ຣິກເຕີ ໂດຍມີຈຸດສູນກາງເລິກລົງໄປຮອດໃຕ້ດິນ 10 ກມ ທີ່ເມືອງລອມເວ, ລັດສານ ທາງຕາເວັນອອກສ່ຽງເໜືອຂອງມຽນມາ ລວມຮອດມີການເກີດອັບເຕີຊ໊ອກ ຂະໜາດ 5.4 ຣິກເຕີໃນ 2 ຊົ່ວໂມງຕໍ່ມາ, ເຮັດໃຫ້ພະທາດເຈດີໃນເມືອງພຸກາມ ໄດ້ຮັບຄວາມເສຍຫາຍ

zz

ສຳລັບແຮງສັ່ນສະເທືອນໃນຄັ້ງນີ້ ສາມາດຮັບຮູ້ໄດ້ຫຼາຍເມືອງໄດ້ແກ່ ເມືອງຕອງຢີ, ພະໂຄ, ຊະເວຍິນ, ເນປິດ, ມັນທະເລ ແລະຕອງອູ ໂດຍສະເພາະ ແຂວງ ທ່າຂີ້ເຫຼັກ ແລະມີລາຍງານວ່າ ເຫດແຜ່ນດິນໄຫວດັ່ງກ່າວ ເຮັດໃຫ້ຕຶກໃນເຂດກຸງຮານອຍ ເກີດການສັ່ນໄຫວ ສ້າງຄວາມແຕກຕື່ນໃຫ້ກັບຜູ້ພັກພາອາໄສຕາມຕຶກສູງ

zzzz

ນອກຈາກນີ້ຍັງມີການລາຍງານວ່າ ມີຜູ້ເສຍຊີວິດແລ້ວ ປະມານ 25 ຄົນໃນມຽນມາ ຈາກເຫດແຜ່ນດິນໄຫວໃນຄັ້ງນີ້ ເຫດການນີ້ໄດ້ສົ່ງຜົນເັຮດໃຫ້ ຫຼາຍປະເທດ ທັງໃນເມືອງຮານອຍ ຂອງຫວຽດນາມ ແລະກຸງເທບ ປະເທດໄທ ທີ່ຢູ່ຕຶກອາຄານສູງໄດ້ຮັບຮູ້.


 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...