Homeອຸບັດເຫດແລະປາກົດການຫຍໍ້ທໍ້ຫັນການບໍລິການຮ້ານກິນດື່ມເປີດເພງສຽງດັງເກີນຄວນເຂົ້າສູ່ລະບົບ

ຫັນການບໍລິການຮ້ານກິນດື່ມເປີດເພງສຽງດັງເກີນຄວນເຂົ້າສູ່ລະບົບ

Published on

ປັດຈຸບັນມີຜູ້ປະກອບການ ດ້ານຮ້ານກິນດື່ມ, ຮ້ານບັນເທີງຈຳນວນໜຶ່ງ ຢູ່ບ້ານໂນນສະອາດ, ເມືອງໄຊທານີ ນະຄອນຫລວງວຽງຈັນ ຍັງເຫັນ ແກ່ຜົນປະໂຫຍດສ່ວນຕົວ ໂດຍບໍ່ຄຳນຶງເຖິງ ຜົນກະທົບສ່ວນລວມ ທັງລະເມີດຕໍ່ລະບຽບ ຂອງບ້ານເມືອງຄື: ເປີດສຽງ ເພງດັງ, ຮອດເວລາປິດກໍຍັງບໍ່ປິດ, ທັງຍັງ ເປີດສຽງເພງດັງ ຈົນຮອດທ່ຽງຄືນ, ສ້າງຄວາມລຳຄານ ແລະ ກະທົບຕໍ່ປະຊາຊົນຢູ່ອ້ອມຂ້າງ.

ຕາມການໃຫ້ຮູ້ຂອງທ່ານແສງດາວ ບັນດາສັກ, ນາຍບ້ານໆໂນນສະອາດວ່າ: ບ້ານພວກເຮົາເປັນບ້ານໃຫຍ່ ອັນດັບ 2 ຂອງເມືອງໄຊທານີ ແລະ ມີຮ້ານກິນດື່ມ,ບັນເທີງຫລາຍພໍສົມຄວນ ເຊິ່ງມີຫລາຍຮ້ານ ທີ່ປະຕິບັດຕາມລະບຽບ ຂອງຂັ້ນເທິງວາງອອກ ໄດ້ຢ່າງເຂັ້ມ ງວດ, ແຕ່ກໍມີ 2-3 ຮ້ານ ຍັງດື້ດ້ານເຫັນແກ່ຕົວ ລະເມີດຕໍ່ລະບຽບ ໃນການເປີດສຽງເພງດັງ ສົ່ງຜົນກະທົບ ໃຫ້ບຸກຄົນຢູ່ອ້ອມຂ້າງ. ຜ່ານມາມີປະຊາຊົນ ໄດ້ສ່ອງແສງມາຍັງ ອຳນາດການປົກຄອງບ້ານ ພວກເຮົາວ່າມີຜູ້ ປະກອບການ ທາງດ້ານຮ້ານກິນດື່ມ, ຮ້ານບັນເທີງເປີດ ສຽງເພງດັງເກີນໄປ. ຕໍ່ກັບບັນຫາດັ່ງກ່າວ ພວກເຮົາກໍໄດ້ ສົມທົບກັບພາກສ່ວນ ກ່ຽວຂ້ອງຂັ້ນເມືອງ, ນະ ຄອນຫລວງວຽງຈັນລົງແກ້ໄຂບັນຫາ ຮ້ານກິນດື່ມ ທີ່ໃຊ້ສຽງເພງດັງ, ທັງໄດ້ເຮັດບົດບັນທຶກ ໃນການປັບປຸງ, ເປັນຕົ້ນປັບປຸງ ຫ້ອງເກັບສຽງ ບໍ່ໃຫ້ສຽງອອກນອກຫລີກ ເວັ້ນສຽງດັງ ທີ່ກະທົບກັບບຸກຄົນ ອ້ອມຂ້າງ ແລະ ຕ້ອງປິດ ຕາມເວລາທີ່ໄດ້ວາງອອກ ຄື 23:30 ໂມງ ຫລາຍຄັ້ງແລ້ວ ແຕ່ກໍຍັງລະເມີດ ແລະ ບໍ່ປະຕິບັດຕາມບົດບັນທຶກ.

ປະຊາຊົນບ້ານດັ່ງກ່າວ ກໍໄດ້ຮຽກຮ້ອງ ມາຍັງພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ແກ້ໄຂ ບັນຫາດັ່ງກ່າວ ໃຫ້ມີຄວາມສະຫງົບ ພ້ອມທັງເພີ່ມມາດຕະການທີ່ເຂັ້ມ ງວດຕື່ມ, ກໍລະນີມີການກ່າວເຕືອນ ຫລາຍຄັ້ງຫາກຜູ້ປະກອບການ ຍັງບໍ່ປະຕິບັດ ກໍຕ້ອງມີມາດຕະການປັບ ໃໝ ແລະ ໄປຕາມຂັ້ນຕອນອື່ນໆ; ທັງນີ້ກໍເພື່ອ ຄວາມສະຫງົບ,ຄວາມເປັນລະບຽບ ຮຽບຮ້ອຍຂອງ ບ້ານໂນນສະອາດ ກໍຄືນະຄອນຫລວງວຽງຈັນ.

ຄວາມຈິງແລ້ວ ການປະກອບທຸລະກິດ ຮ້ານກິນດື່ມກໍ່ຄື ຮ້ານບັນເທີງ ໃນລະດັບຕ່າງໆ ລ້ວນແຕ່ມີລະບຽບ ການຄຸ້ມຄອງ ຈາກຂະແໜງການກ່ຽວຂ້ອງ ໂດຍມີການແບ່ງ ຂັ້ນຄຸ້ມຄອງ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຮາກຖານຢູ່ແລ້ວ ເຊິ່ງຜ່ານມາ ກໍ່ມີຫລາຍບ່ອນ ປະຕິບັດ ໄດ້ດີ ໂດຍສະເພາະ ຄວາມເປັນລະບຽບ ຮຽບຮ້ອຍ, ແຕ່ກໍ່ຍັງມີຮ້ານຈຳນວນໜຶ່ງ ທີ່ບໍ່ຄ່ອຍປະຕິບັດ ຕາມລະບຽບກົດໝາຍ ເຊິ່ງໄດ້ຮັບການ ສ່ອງແສງມາຢູ່ຫລາຍບ່ອນ ໃນນະຄອນຫລວງພວກເຮົາ, ບໍ່ວ່າແຕ່ການ ເປີດເພງດັງເດິກດື່ນ, ມີບາງບ່ອນ ໃຊ້ເສັ້ນທາງຫລວງ ເປັນ ບ່ອນຈອດລົດລູກຄ້າ ແລະ ເກັບຄ່າຝາກກໍ່ຍັງມີ ເຊິ່ງມີບາງຄຳຄິດຄໍາເຫັນ ຈາກຜູ້ທີ່ເຮັດວຽກຄຸ້ມ ຄອງຮ້ານກິນດື່ມ ກໍ່ຄືການບັນເທີງ ເພິ່ນວ່າອັນສຳຄັນ ແມ່ນທ້ອງຖິ່ນຮາກຖານ ໃນບ່ອນນັ້ນເປັນເຈົ້າການ ໃນການຕິດຕາມ ກວດ ກາ ໂດຍປະສານສົມທົບແໜ້ນ ກັບພາກ ສ່ວນກ່ຽວຂ້ອງ ຂັ້ນເທິງຖັດຂຶ້ນໄປ ຕາມພາລະບົດບາດໜ້າທີ່. ຜ່ານມາກໍ່ມີຮ້ານກິນດື່ມ–ບັນເທີງກາງແປນ ຫລາຍບ່ອນປະຕິບັດ ໄດ້ດີດ້ານໂມງເວລາ ເປີດປິດຂໍຊົມເຊີຍ. ສ່ວນບ່ອນທີ່ຍັງ ບໍ່ເຂົ້າສູ່ລະບຽບອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ສົມທົບແກ້ໄຂ ໃຫ້ເປັນລວງດຽວ ເພື່ອຕ້ອນຮັບ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 28 ແລະ 29 ທີ່ ສປປ ລາວເປັນເຈົ້າພາບ ຈັດຂຶ້ນໃນເດືອນກັນຍາ ທີ່ຈະມາເຖິງນີ້.

 

ຂ່າວຈາກ: http://kpl.gov.la/detail.aspx?id=16246

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...