Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ 4 ຊະນິດກິນເພື່ອລ້າງປອດໃຫ້ສະອາດ

ອາຫານ 4 ຊະນິດກິນເພື່ອລ້າງປອດໃຫ້ສະອາດ

Published on

ອົງການອະນາໄມໂລກແຈ້ງວ່າ ໃນແຕ່ລະປີມີ 1 ໃນ 10 ທີ່ເສຍຊີວິດຍ້ອນການສູບຢາ ເຊິ່ງເປັນໂຕເລກທີ່ຫຼາຍພໍສົມຄວນ ຄວນໃຫ້ມີການຢຸດສູບຢາ ແຕ່ຄົງຈະເປັນເລື່ອງຍາກ ເພາະມີ ນິໂຄຕິນໃນຢາສູບເປັນສານເສບຕິດ ແຕ່ທີ່ເຮັດໃຫ້ເກີດພະຍາດຕ່າງໆນັ້ນຄື ສານເຄມີໃນຄວັນຢາສູບ ແລະພະຍາດຕ່າງໆນັ້ນເຊັ່ນ: ພະຍາດມະເລັງປອດ ເພື່ອົ່ແກ້ໄຂບັນຫານີ້ ທ່ານສາມາດກິນອາຫານເຫຼົ່ານີ້ທີ່ຈະຊ່ວຍເຮັດໃຫ້ປອດຂອງທ່ານດີຂຶ້ນ

  1. ຖົ່ວດິນ: ອຸດົມດ້ວຍວິຕາມິດອີ ແລະຊີ ເຊິ່ງເປັນສານທີ່ຊ່ວຍຫຼຸດຄວາມສ່ຽງຂອງມະເລັງຕ່ອມລູກໝາກ, ມະເລັງປອດ, ໂລກຫົວໃຈ ແລະຫຼອດເລືອດອຸດຕັນ
  2. ຫົວຫອມບົ່ວ: ມີຄຸນສົມບັດທີ່ມີປະສິດທິພາບຕ້ານພະຍາດຕ່າງໆ ແລະມັນເປັນສານຕ້ານອະນຸມູນອິດສະຫຼະທີ່ເຮັດຄວາມສະອາດສານພິດ ທີ່ມີຢູ່ໃນປອດໄດ້ ຈາກການສຶກສາໃນປະເທດສະວິດເຊີແລນ ແລະອີຕາລີ ໃຊ້ຫົວຫອມບົ່ວ ປະມານ 1-7 ຫົວຕໍ່ອາທິດ ຊ່ວຍຫຼຸດຄວາມສ່ຽງຂອງມະເລັງລໍາໄສ້ໃຫຍ່ ແລະຮັງໄຂ່, ນອກຈາກນີ້ຍັງຊ່ວຍຢຸດການເຕີບໂຕຂອງເຊວມະເລັງ
  3. ຂີງ: ຂີງຈະຊ່ວຍໃນການເປີດຫຼອດລົມ ເຊິ່ງຊ່ວຍຂັບໄລ່ເມືອກຂອງແບັກທີເລຍ, ເປັນນໍ້າຢາຂ້າເຊື້ອ ແລະຕ້ານການອັກເສບຂອງປອດ, ຫຼຸດອາການໄອ
  4. ໝາກກ້ຽງໃຫຍ່: ຊ່ວຍຫຼຸດຄວາມສ່ຽງຂອງມະເລັງຫຼອດລົມອາຫານ ແລະສ່ວນເທິງຂອງລະບົບທາງເດີນຫາຍໃຈຂອງທ່ານ, ມີສານຕ້ານອະນຸມູນອິດສະຫຼະ, ເປັນນໍ້າຢາຂ້າເຊື້ອ ແລະຕ້ານເຊື້ອແບັກທີເລຍືຖ້າທ່ານກິນ ໝາກກ້ຽງໃຫຍ່ໃນ 1-4 ອາທິດຈະເຮັດໃຫ້ປອດໄດ້ຮັບການທໍາຄວາມສະອາດ ແລະເຮັດໃຫ້ປອດສະອາດປາສະຈາກໂລກ

 

ທີ່ມາ: share si

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...