Homeຂ່າວຕ່າງປະເທດຜູ້ຊ່ຽວຊານເຊື່ອວ່າອີກ 30 ປີ ຫຸ່ນຈະເຮັດວຽກແທນມະນຸດ

ຜູ້ຊ່ຽວຊານເຊື່ອວ່າອີກ 30 ປີ ຫຸ່ນຈະເຮັດວຽກແທນມະນຸດ

Published on

ສາສະດາຈານ ໂມເຊ ວາດີ ນັກວິຂາການດ້ານວິສະວະກຳຄອມພິວເຕີ ຈາກມະຫາວິທະຍາໄລ ໄຣ ໃນສະຫະລັດອາເມລິກາ ເວົ້າຕໍ່ກອງປະຊຸມປະຈຳປີຂອງສະມາຄົມອາເມລິກາເພື່ອວິທະຍາສາດກ້າວໜ້າວ່າ: ຫຸ່່ນຍົນຈະເຂົ້າມາເຮັດວຽກແທນມະນຸດໃນງານທຸກຢ່າງໄດ້ພາຍໃນ 30 ປີຕໍ່ໜ້າ ພ້ອມຕັ້ງຄຳຖາມສຳຄັນຕໍ່ມະນຸດວ່າ ຖ້າເປັນແນວນັ້ນມະນຸດຈະເຮົາຈະເຮັດຫຍັງ?

ຕົວຢ່າງຂອງຫຸ່ນຍົນທີ່ເຂົ້າມາເຮັດໜ້າທີ່ແທນຄົນໃນໄລຍະຫຼັງອາທິ “ນາດີນ” ຫຸ່ນຍົນຄືມະນຸດ (ຮິວມານອຍ) ຫຼາຍທີ່ສຸດເທົ່າທີ່ເຄີຍມີການສ້າງຂຶ້ນ ເຂົ້າໄປເຮັດໜ້າທີ່ເປັນຣີເຊບຊັ່ນ ໃຫ້ກັບມະຫາວິທະຍາໄລເທັກໂນໂລຢີນານຢາງຂອງສິງກະໂປ ເຊິ່ງເປັນຜູ້ພັດທະນາ “ນາດີນ” ບໍ່ພຽງແຕ່ມີຜິວໜັງນຸ່ມ, ຜົມຍາວເທົ່ານັ້ນ ຍັງສາມາດຕ້ອນຮັບ, ຍິ້ມ ແລະປະສານສາຍຕາ ລວມຮອດຈັບມືກັບແຂກທີ່ມາເບິ່ງ, ນອກຈາກນັ້ນຍັງຈື່ແຂກທີ່ມາໄດ້ຢ່າງດີ ແລະເປັນຜູ້ເລີ່ມການສົນທະນາທີ່ຢູ່ເທິງພື້ນຖານຂອງການເວົ້າໜ້າໄດ້ອີກດ້ວຍ

ສາສະດາຈານຄົນນີ້ຊີ້ໃຫ້ເຫັນວ່າ ຫຸ່ນຍົນສາມາດເຂົ້າມາເຮັດໜ້າທີ່ໃນຕໍາແໜ່ງວຽກຕ່າງໆ ແທນຄົນເຮົາຫຼາຍຂຶ້ນເລື້ອຍໆ, ດ້ວຍເທັກໂນໂລຢີດ້ານຫຸ່ນຍົນ ແລະປັນຍາປະດິດ (ເອໄອ) ເທົ່າທີ່ມີຢູ່ໃນເວລານີ້ ຫຸ່ນຍົນສາມາດເຮັດວຽກແທນມະນຸດ ແລະເຮັດໄດ້ດີກວ່າຫຼາຍຢ່າງແລ້ວ ໃນຂະນະທີ່ລະດັບຄວາມກ້າວໜ້າຂອງເທັກໂນໂລຢີເອໄອເພີມຄວາມໄວຂຶ້ນເລື້ອຍໆ

ສາສະດາຈານຍັງເວົ້າອີກວ່າ ການທີ່ຫຸ່ນຍົນເຂົ້າມາເຮັດວຽກແທນມະນຸດນັ້ນ ອາດສົ່ງຜົນໃຫ້ອັດຕາການການຫວ່າງງານຫຼາຍຂຶ້ນກວ່າ 50% “ເຮົາກຳລັງເຂົ້າສູ່ຍຸກເຄື່ອງຈັກກຳລັງຈະມີຄວາມສາມາດໃນການເຮັດວຽກທຸກໆຢ່າງທີ່ດີກວ່າມະນຸດ” ແລ້ວຖ້າວຽກທຸກຢ່າງແມ່ນຫຸ່ນຍົນເຮັດທຸກຢ່າງແລ້ວມະນຸດຈະໄປເຮັດຫຍັງ?

“ຄຳຕອບທົ່ວໄປກໍຄື ຄົນເຮົາກໍຈະມີເວລາຫວ່າງເປັນອິດສະຫຼະຫຼາຍຂຶ້ນໃນການເຮັດກິດຈະກຳຕ່າງໆ ແຕ່ວ່ານັ້ນບໍ່ແມ່ນອະນາຄົດທີ່ດີ ເພາະບໍ່ເຊື່ອວ່າຊີວິດທີ່ມີແຕ່ເວລາຫວ່າງສຳລັບພັກຜ່ອນຢ່ອນໃຈ, ແຕ່ວ່າການເຮັດວຽກເປັນສິ່ງທີ່ຈຳເປັນສຳລັບຄວາມເປັນຢູ່ທີ່ດີຂອງຄົນເຮົາ” ສາສະດາຈານເວົ້າວ່າ: ຫາກເປັນແນວນັ້ນໄປກໍເທົ່າກັບວ່າຊີວິດມະນຸດຈະໝົດຄວາມໝາຍ ມີແຕ່ຄວາມຫວ່າງ ບໍ່ມີຄວາມສຳເລັດໃຫ້ພູມໃຈ, ບໍ່ມີຄຳວ່າ ບໍ່ສຳເລັດໃຫ້ເສຍໃຈ ເສຍດາຍອີກຕໍ່ໄປ, ນີ້ເປັນຄວາມທ້າທາຍຄົ້ງໃຫຍ່ຂອງມະນຸດ ທີ່ຈຳເປັນຕ້ອງຮັບມືຕັ້ງແຕ່ດຽວນີ້ ກ່ອນທີ່ມະນຸດຈະກາຍເປັນສິ່ງທີ່ຫຼ້າສະໄໝ

ທີ່ມາ: khaosod

ສຳຫຼັບທ່ານທີ່ຮັກຂ່າວໄອທີ ແລະ ເກມ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ລວມໄອເຟຣມເພຈ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...