spot_img
Homeຂ່າວເຫດການລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ຫົວໜ້າຂ່າວສານຊິນຮວາ ແຫ່ງ ສປ ຈີນ ປະຈຳລາວ

ລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ຫົວໜ້າຂ່າວສານຊິນຮວາ ແຫ່ງ ສປ ຈີນ ປະຈຳລາວ

Published on

ຂປລ. ​ໃນຕອນ​ຄ່ຳ ​ວັນ​ທີ 22 ສິງຫານີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ທ່ານ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ (ຖວທ) ​ໄດ້​ເປັນ​ກຽດປະດັບ​ຫລຽນກາ​ມິດຕະພາບ ​ໃຫ້ທ່ານ ຣົງ ຊົງ​ເຊຍ (Rong Zhong Xia ) ຫົວໜ້າ​ສາຂາ​ຂ່າວສານ​ຊິນ​ຮວາ ​ແຫ່ງ ສປ ຈີນ ປະ​ຈໍ​າ ສປປ ລາວ. ທີ່​ມີ​ຜົນງານ​ຄຸນງາມຄວາມ​ດີ​ ປະກອບສ່ວນ​ເຫື່ອ​ແຮງສະຕິ​ປັນຍາ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ ຕະຫລອດ​ໄລຍະ 3 ປີ (2013-2016) ເຊິ່ງ​​ເປັນ​ການ​ປະກອບສ່ວນ​ສໍາຄັນ​ເຂົ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງປະຊາຊົນ​ສອງ​ຊາດ​ ລາວ-ຈີນ, ຈີນ-ລາວ ​​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ແມ່ນສອງ​ສໍ​ານັກ​ງານ​ຂ່າວສານ​ປະ​ເທດ​ລາວ ​ແລະ ຂ່າວສານ​ຊິນ​ຮວາ​ ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ ​ແລະ ດ້ານ​ວິຊາ​ການ​ໃຫ້​ມີ​ຄວາມ​ແໜ້ນ​​ແຟ້ນຍິ່ງໆຂຶ້ນ.

​ໃນ​ໂອກາດ​ດຽວ​ກັນ, ກໍ​ໄດ້ມີພິທີມອບໃບຍ້ອງຍໍ ຈາກພາກສ່ວນ​ຕ່າງໆ ຄື: ສະມາຄົມມິດຕະພາບລາວ-ຈີນ, ສູນວັດທະນະທໍາລາວ-ຈີນ, ສະຖາບັນຂົງຈື່, ສະພາການຄ້າຊາວຈີນຕ່າງດ້າວປະຈໍາ ສປປ ລາວ, ສະພາການຄ້າຈີນປະຈໍາ ສປປ ລາວ, ພະແນກເສດຖະກິດການຄ້າ ແຂວງຢຸນນານ ປະຈໍາລາວ, ສະພາການຄ້າເຈີ້ຈຽງລາວ, ສະພາການຄ້າກວາງຕົງລາວ ແລະ ອື່ນໆ.

​ພ້ອມ​ດຽວ​ກັນ​ນີ້, ​ກໍ​​ໄດ້ມີ​ພິທີ​ມອບ​-ຮັບ ຫົວ​ໜ້າ​ສໍານັກ​ຂ່າວສານ​ຊິນ​ຮວາ ປະ​ຈໍາ​ ສປປ ລາວ ​ລະ ຫວ່າງ ທ່ານ ຣົງ ຊົງ​ເຊຍ (ຜູ້​ເກົ່າ) ​ແລະ ທ່ານ ຈາງ​ຈ້ຽນ ຫົວ (ຜູ້​ໃໝ່).

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...