Homeຂ່າວເຫດການກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10 ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10 ໄຂຂຶ້ນຢ່າງເປັນທາງການ

Published on

ຂປລ.​ ເພື່ອ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ ໃນ​ແຕ່ລະ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ການຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ຈັດ​ຕັ້ງ, ການ​ກໍ່ສ້າງ​ພັກ–ພະນັກງານ​ ໃນ​ເງື່ອນ​​ໄຂ​ໃໝ່ ກອງ​ປະຊຸມວຽກ​ງານ​ຈັດຕັ້ງທົ່ວ​ປະ​ເທດ ​ຄັ້ງ​ທີ 10 ​ໄຂ​ຂຶ້ນ ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 22 ສິງຫາ 2016 ນີ້ ຢູ່​ຫ້ອງ​ວ່າການ​ສູນ​ກາງ​ພັກ ​​ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາ​ທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານສູນ​ກາງ​ ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ແຫ່ງ ສປປ ລາວ; ສະຫາຍ ພັນ​ຄໍາ ວິພາ​ວັນ ກໍາມະການກົມການເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ​​; ມີ​ບັນດາ​ສະຫາຍກົມ​ການ​ເມືອງ​ສູນ​ກາງ​ພັກ, ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ມີ​ບັນດາ​ຫົວໜ້າ​ຄະນະ​ຈັດ​ຕັ້ງ ​ຈາກ​ບັນດາ​ແຂວງ ​ແລະ ກະຊວງ​, ພ້ອມ​ດ້ວຍ​ພະນັກ​ງານກ່ຽວຂ້ອງ​ເຂົ້າ​ຮ່ວມ.

ສະຫາຍ ຈັນ​ສີ ​ໂພ​ສີ​ຄໍາ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ໄດ້​ຂຶ້ນ​ລາຍງານ​ ບົດ​ລາຍ​ງານ​ການ​ເມືອງ​ ໃນ​ໄລຍະ 5 ປີ ​ແລະ ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ​ເຊິ່ງຕະຫລອດ​ໄລຍະ 5 ປີຜ່ານມາ ​ວຽກ​ງານ​ຈັດ​ຕັ້ງ​ ໄດ້​ຮັບ​ການ​ປັບປຸງ​ແກ້​ໄຂ, ວຽກ​ງານ​ກໍ່​ສ້າ​ງພັກ–ພະນັກງານ ​ແລະ ວຽກ​ງານ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​​ ໄດ້ມີ​ຜົນ​ສໍາ​ເລັດ​ ໃນ​ແຕ່​ລະ​ດ້ານ ​​​ເຮັດ​ໃຫ້​ຈໍານວນ​ສະມາຊິກ​ພັກ​ເພີ່ມ​ຂຶ້ນ, ມີສະຖຽນ​ລະ​ພາບທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ​ເສດຖະກິດມີ​ການ​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ໄດ້​ຮັບ​ການ​ປັບປຸງ ​ເປັນ​ກ້າວໆ.

ຈາກ​ນັ້ນ, ບັນດາ​ກະຊວງ–ອົງການ ​​ໄດ້​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ ​ຕໍ່​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ ໃນ​ການ​ປັບປຸງ​ແນວທາງ​ການຈັດ​ຕັ້ງ​ ຂອງ​ພັກ 5 ປີ​ຕໍ່ໜ້າໃນ​ດ້ານ​ຕ່າງໆ​ ເປັນ​ຕົ້ນແມ່ນ​ວຽກ​ງານ​ກໍ່​ສ້າງ​ພັກ​ປອດ​​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ, ​ແຜນ​ຍຸດ​ທະ​ສາດ​ ວຽກ​ງານ​ພັກ​-ພະນັກງານ ​ແຕ່​ນີ້​ຮອດ​ປີ 2020, ຄົ້ນ​ຄ້ວາ ​ແລະ ປັບປຸງ​ໃໝ່​ບັນດາ​ນິຕິ​ກໍາ​ ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...