Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ແມ່ຍິງທຸກຄົນຄວນກິນ ເພື່ອໃຫ້ມົດລູກມີສຸຂະພາບດີ

ອາຫານທີ່ແມ່ຍິງທຸກຄົນຄວນກິນ ເພື່ອໃຫ້ມົດລູກມີສຸຂະພາບດີ

Published on

ກ່ອນວັນປະຈຳເດືອນຈະມາ ເປັນຊ່ວງໄລຍະທີ່ແມ່ຍິງຕ້ອງລະວັງເລື່ອງອາຫານການກິນເປັນພິເສດ ເພື່ອໃຫ້ມົດລູກມີສຸຂະພາບທີ່ດີ ໂດຍແນະນຳໃຫ້ກິນອາຫານທີ່ຊ່ວຍຂັບສານິດ ແລະ ເຮັດໃຫ້ປະຈຳເດືອນມາປົກກະຕິສິ່ງນີ້ສຳຄັນຫຼາຍ

ໝາກອະໂວກາໂດ ອຸດົມດ້ວຍສານອາຫານຫຼາຍຊະນິດທັງວິຕາມິນຊີ, ອີ, ດີ ແລະ ກຣົດໄຂມັນໂອເມກາ 3 ເຊິ່ງຈະຊ່ວຍເລື່ອງຜິວພັນ ບຳລຸງເລັບ ແລະ ແຂ້ວ ຮວມທັງບຳລຸງຜົນເສຍໃຫ້ກັບມາສຸຂະພາບດີໄດ້ອີກດ້ວຍ

ມີການວິໄຈພົບວ່າ ແມ່ຍິງທີ່ກິນອະໂວກາໂດ 1 ໜ່ວຍ/ອາທິດ ຈະມີປະລິມານຮໍໂມນທີ່ສົມດູນກວ່າແມ່ຍິງທີ່ບໍ່ໄດ້ກິນ ໃນໄລຍະທີ່ແມ່ຍິງເປັນປະຈຳເດືອນ ຮ່າງກາຍຈະສູນເສຍໂປຣຕິນ, ທາດເຫຼັກ, ໂພແທສຊຽມ, ແຄລຊຽມ ແລະ ແມກນີຊຽມ ສະນັ້ນຄວນທົນແທນສິ່ງເຫຼົ່ານີ້ດ້ວຍການກິນນ້ຳຫວານຖົ່ວດຳ ເພາະມີສານອາຫານທີ່ຊ່ວຍທົດແທນເລືອດທີ່ເສຍໄປເໝາະແກ່ແມ່ຍິງທີ່ສຸດ

ບຣອກໂຄລີ, ແຄຣອດ ເປັນພືດທີ່ອຸດົມດ້ວຍວິຕາມິນ B6 ກ່ອນ ແລະ ຫຼັງຊ່ວງປະຈຳເດືອນແມ່ຍິງມີການປ່ຽນແປງທາງຮໍໂມນ ເຮັດໃຫ້ຮູ້ສອກບໍ່ສະບາຍຕົວ ຫງຸດງິດງ່າຍ ການເສີມວິຕາມິນບີ B6 ຊ່ວຍໃນເລື່ອງອາລົມແປປວນນີ້ໄດ້ຫຼາຍ

ໝາກອຶ ອຸດົມໄປດ້ວຍທາດສັງກະສີສາມາດຫຼຸດການລັ່ງນ້ຳມັນຂອງຊັ້ນຜິວ ຫຼຸດການເກີດສິວໄດ້ດີ

ໄດ້ອ່ານແລ້ວກໍ່ຢ່າລືມຫາມາກິນເດີ້ ທີ່ສຳຄັນທຸກຄາບຂອງກິນອາຫານທີ່ມີສານອາຫານຄົບ 5 ໝູ່ ເພື່ອສຸຂະພາບຈະໄດ້ແຂງແຮງ

 

ທີ່ມາ:​ http://www.share-si.com/2016/08/blog-post_800.html#

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...