spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ6 ພຶດຕິກໍາທີ່ຄວນຢຸດ! ຕັ້ງແຕ່ດຽວນີ້

6 ພຶດຕິກໍາທີ່ຄວນຢຸດ! ຕັ້ງແຕ່ດຽວນີ້

Published on

ເຮົາຄວນເຮັດຫຍັງດີໆ ໃຫ້ຮ່າງກາຍເຮົາໄດ້ແຂງແຮງ ແລະຍືນຍົງໂດຍການ “ຢຸດພຶດຕິກຳທີ່ບໍ່ດີທັງ 6 ຢ່າງ” ດັ່ງຕໍ່ໄປນີ້:

  1. ນັ່ງເຮັດວຽກຫຼັງກົ່ງ ແລະນັ່ງບໍ່ເຕັມເບາະ: ພຶດຕິກຳການນັ່ງແບບນີ້ ຈະສົ່ງຜົນໄລຍະຍາວຕໍ່ກະດູກສັນຫຼັງຂອງທ່ານເອງ ດັ່ງນັ້ນຖ້າບໍ່ຢາກເຖົ້າມາແລ້ວຕ້ອງຢືນຫຼັງກົ່ງ ຄວນຈະນັ່ງຫຼັງກົງ ແລະນັ່ງໃຫ້ກົ້ນເຕັມເບາະ ທີ່ສຳຄັນ ຢຸດການນັ່ງໄຂວ່ຫ້າງຈະເປັນການດີທີ່ສຸດ
  2. ຢຸດການດື່ມສັງສັນ ຫັນມາຊວນເພື່ອນໄປກິນອາຫານແຊບໆມີຄຸນປະໂຫຍດແທນ: ການເຮັດວຽກມາເມື່ອຍໆ ມັນກໍຕ້ອງຄາຍຄວາມອິດເມື່ອຍເປັນທຳມະດາ, ຖ້າຕ້ອງການຄາຍຄຽດດ້ວຍການດື່ມສິ່ງມຶນເມົາທັງຫຼາຍ ມັນຈະສົ່ງຜົນເສຍສູ່ສຸຂະພາບ, ເຮັດໃຫ້ແກ່ກ່ອນໄວອັນຄວນ. ປະຈຸບັນມີຮ້ານເຫຼົ້າເບຍຫຼາຍແຫ່ງ ແຕ່ທ່ານລອງປ່ຽນຈາກຮ້ານເຫຼົ້າເບຍມາເປັນຮ້ານອາຫານເພື່ອສຸຂະພາບ ກໍຈະດີຫຼາຍ ຫຼືຈະຊວນກັນໄປອອກກຳລັງກາຍຫຼັງເລີກວຽກຈະດີກວ່າ
  3. ບໍ່ມັກກິນອາຫານເຊົ້າ: ກໍເຂົ້າໃຈວ່າໃຜກໍຟ້າວ ແຕ່ການກິນແຕ່ກາເຟແກ້ວດຽວ ມັນບໍ່ພໍໃຫ້ເກີດສານອາຫານຫຍັງໄປບຳລຸງຮ່າງກາຍ ແລະເຮັດໃຫ້ສະໝອງແລ່ນໄວໄດ້ດອກ, ຕອນເຊົ້າຖືວ່າເປັນຕອນສຳຄັນຫຼາຍທີ່ສຸດ ເພາະການກິນອາຫານເຊົ້າແບບເຕັມທີ່ ກໍຈະສົ່ງຜົນຕໍ່ການເຜົາຜານໃຫ້ເຕັມທີ່. ຢ່າງໜ້ອຍຫາກບໍ່ມີເວລາ ຫາໄຂ່ຈັກ 2 ໜ່ວຍມາເຮັດໄຂ່ດາວກິນ ຮັບຮອງເຮັດໃຫ້ສະໝອງປອດໂປ່ງ ບໍ່ຕ້ອງຢ້ານຕຸ້ຍ
  4. ສູບຢາ: ເຖິງວ່າທ່ານຈະສູບວັນລະຊອງ ຫຼືດົນໆສູບກອກໜຶ່ງ ມັນກໍຈະສົ່ງຜົນເສຍຕໍ່ສຸຂະພາບມະຫາສານ ເຮັດໃຫ້ເກີດໂລກຫົວໃຈ ແລະຫຼອດເລືອດ ລວມຮອດລະບົບຫາຍໃຈ, ສຸຂະພາບຮ່າງກາຍຊຸດໂຊມລົງ
  5. ນອນຫຼິ້ນມືຖື, ແທັບເລັດ ໂດຍບໍ່ເປີດໄຟ ຫຼືອ່ານໜັງສືໃນຂະນະທີ່ໄຟບໍ່ຮຸ່ງດີ: ຢ່າຄິດວ່າທ່ານເບິ່ງເຫັນໜັງສືຢູ່, ມືຖືກໍມີແສງຈາກຈໍ ບໍ່ເຫັນວ່າຊິເປັນຫຍັງ, ແຕ່ມັນສົ່ງຜົນເສຍຕໍ່ສາຍຕາຂອງເຮົາເອງ ຄົນສ່ວນໃຫຍ່ທີ່ມີພຶດຕິກຳແບບນີ້ ມັກຈະສາຍຕາສັ້ນລົງເລື້ອຍໆ
  6. ໃຊ້ສານໃຫ້ຄວາມຫວານແທນນໍ້າຕານຕະຫຼອດ: ເປັນຄວາມເຊື່ອທີ່ຜິດ ທີ່ຄິດວ່າການຢຸດກິນນໍ້າຕານ ແລ້ວໃຊ້ສານໃຫ້ຄວາມຫວານແທນ ຈະຊ່ວຍໃຫ້ເຮົາບໍ່ຕຸ້ຍຂຶ້ນ ບາງຄົນກໍໃຊ້ໃນຕອນຫຼຸດນໍ້າໜັກ ຫຼຸດຄວາມອ້ວນ, ແຕ່ຄວາມຈິງແລ້ວ ສານໃຫ້ຄວາມຫວານແທນນໍ້າຕານ ສົ່ງຜົນກະທົບຕໍ່ລະບົບການເຜົາຜານໃນຮ່າງກາຍ

ທີ່ມາ: yaklai

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...