Homeຂ່າວທ້ອງຖິ່ນເມືອງຫົງສາ ທຳລາຍສິນຄ້າໝົດອາຍຸ 82 ລາຍການ

ເມືອງຫົງສາ ທຳລາຍສິນຄ້າໝົດອາຍຸ 82 ລາຍການ

Published on

ໃນຕອນບ່າຍວັນທີ 18 ສິງຫາ 2016 ນີ້, ຫ້ອງການ ອຸດສາຫະກຳ-ການ​ຄ້າ​ເມືອງ​ ຫົງ​ສາ ແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸຂອງ​ການ​ນຳ​ໃຊ້ຂຶ້ນ ຢູ່ທີ່ຫ້ອງການດັ່ງກ່າວ. ໂດຍມີທ່ານ ສອນ​ສະ​ນິດ ​ເພັດ​ໄຊ ຫົວໜ້າຫ້ອງການ ອຸດສາຫະກໍາ-ການຄ້າ ເມືອງຫົງ​ສາ, ມີແຂກຖືກເຊີນ, ມີຕາງໜ້າສະມາຄົມຕະຫຼາດ, ​ບັນດາຄະນະ​ກຳມະການ​ກວດກາຄຸ​ນະພາ​ບສິນຄ້າພາຍ​ໃນ​ເມືອງທີ່ຖືກແຕ່ງຕັ້ງສະເພາະກິດ ​ແລະ ພະນັກງານວິຊາການຫ້ອງການ​ດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ກໍ່ໄດ້ຮັບຟັງການລາຍງານການເຄື່ອນໄຫວ ລົງກວດກາຄຸນະພາບສິນຄ້າຢູ່ພາຍໃນເມືອງຫົງສາ  ໂດຍປະຕິບັດຕາມແຜນເຄື່ອນໄຫວວຽກງານປະຈຳເດືອນ ແລະ ເພື່ອເປັນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້. ດັ່ງນັ້ນ, ຫ້ອງການ ອຸດສາຫະກຳ-ການຄ້າເມືອງ ໄດ້ສົບທົບກັບຄະນະກຳມະການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ພ້ອມກັນລົງກວດກາຄຸນະພາບສິນຄ້າ ແລະ ສິນຄ້າທີ່ຜິດລະບຽບ ຢູ່ຮ້ານຄ້າໃຫຍ່-ນ້ອຍພາຍໃນເມືອງຫົງສາ ໃນຈຳນວນ 14 ບ້ານເທສະບານ ແລະ ຢູ່ໃນບໍລິເວນຕະຫຼາດເຊົ້າຂອງເມືອງຕື່ມອີກ.

14101685_326674644346995_2133781898_n

ທ່ານ ສອນ​ສະ​ນິດ ​ເພັດ​ໄຊ ຫົວໜ້າຫ້ອງການ ອຸດສາຫະກໍາ-ການຄ້າ ເມືອງຫົງ​ສາ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມືອງວ່າ: ການລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ ຫຼືສິນຄ້າໝົດຄຸນະພາບໃນຄັ້ງນີ້, ມີຈຳນວນ 130 ຮ້ານຄ້າ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ກາງເດືອນ ກໍລະກົດ ຫາ ຕົ້ນເດືອນ ສິງຫາ 2016, ບັນດາຄະນະກຳມະການກວດກາຄຸນະພາບທີ່ຖືກແຕ່ງຕັ້ງສະເພາະກິດຂອງເມືອງ ແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ ຂອງຂະແໜງການສາຍຕັ້ງໄດ້ມອບໝາຍໃຫ້. ເຊິ່ງສາມາດກວດກາພົບເຫັນ ແລະ ຍຶດສິນຄ້າປະ​ເພດ​ອຸປະ​ໂພ​ກ-ບໍລິ​​ໂພ​ກທີ່ໝົດອາຍຸການນຳໃຊ້ ​ເປັນ​ຕົ້ນ​ແມ່ນ: ເຄື່ອງ​ດື່ມ, ​ເຄື່ອງປຸງ​ແຕ່ງອາຫານ, ໝີ່, ເຂົ້າໜົມ, ສີ​ຍ້ອມ​ຜົມ, ໂລ​ຊັ່ນ​ທາ​ຜິວ ​ແລະ ​ອຶ່ນໆອີກຫຼາຍຢ່າງ ລວມ​ແລ້ວ​ມີ​ທັງ​ໝົດ 82 ລາຍການ ລວມເປັນມູນຄ່າ 21 ລ້ານ​ 3 ແສນກວ່າກີບ.

ສໍາລັບການທໍາລາຍສິນຄ້າຄັ້ງນີ້, ແມ່ນໄດ້ທໍາລາຍດ້ວຍ​ການ​ຈູດ-​ເຜົາ ຢູ່​ສະຖານ​ທີ່​ຖິ້ມ​ຂີ້​ເຫຍື້ອ​ຂອງ​ເມືອງຫົງສາ ​ເຂດ​ບ້ານ ສີ​ບຸນ​ເຮືອງ ຫ່າງ​ຈາກ​ບ້ານ​ອອກ​ໄປ ປະມານ 5 ກິ​ໂລ​ແມັດ.

ທັງນີ້, ເພື່ອປຸກຈິດສໍານຶກໃຫ້ແກ່ຜູ້ບໍລິ​ໂພ​ກ ​ແລະ ຜູ້ປະກອບການທຸລະກິດ ຕໍ່ການເຄົາລົບລະບຽບກົດໝາຍ ​ເພື່ອແນໃສ່ສົ່ງເສີມ ແລະ ປົກປ້ອງບັນດາຫົວໜ່ວຍທຸລະກິດການຄ້າ ທີ່ເຄື່ອນໄຫວຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ໃຫ້ເປັນໄປຕາມເສດຖະກິດຕະຫຼາດ ທີ່ມີການດັດສົມຂອງລັດ ສົ່ງເສີມການຜະລິດສິນຄ້າ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສິນຄ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ຢູ່ໃນທົ່ວເມືອງ.

14089471_326674817680311_1075704045_n

ກິດຕິສັກ ບົວໄລ ທີມຂ່າວທ້ອງຖິ່ນລາຍງານຈາກ ເມືອງຫົງສາ ແຂວງໄຊຍະບູລີ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...