spot_img
Home​ຂ່າວບັນເທິງລາວຊຸບເປີໂມເດວປະຈໍາປີ 2016 ຮູ້ຜົນແລ້ວ!

ລາວຊຸບເປີໂມເດວປະຈໍາປີ 2016 ຮູ້ຜົນແລ້ວ!

Published on

ຫາກໃຜຕິດຕາມໂຄງການ ລາວຊຸບເປີໂມເດວ ຄົງລໍຄືນລໍວັນ ທີ່ຈະຮູ້ຜົນ ວ່າປີ 2016 ນີ້ ໃຜແດ່ ທີ່ຈະໄດ້ຮັບເລືອກເປັນຜູ້ຊະນະເລີດ ຊຶ່ງການຄອງຄອຍນັ້ນກໍຖືກສະເຫຼີຍໃນທີ່ສຸດ ພາຍຫຼັງຄໍ່າຄືນວັນທີ 20 ສິງຫາ ຜ່ານມາທີ່ມີການຄັດເລືອກຮອບຕັດເຊືອກເປັນທີ່ຮຽບຮ້ອຍແລ້ວ.

ການປະກວດຍິງແບບ-ຊາຍແບບກັບໂຄງການລາວຊຸບເປີໂມເດວປະຈໍາປີ 2016 ໃນຄໍ່າຄືນວັນທີ 20 ສິງຫາ ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ປະກາດຢ່າງເປັນທາງການ ໂດຍຜູ້ຊະນະເລີດລຸ້ນທົ່ວໄປ ແລະ ລຸ້ນເຍົາວະຊົນ ມີດັ່ງນີ້:
– ຊາຍແບບລຸ້ນເຍົາວະຊົນໄດ້ ແກ່ SM04: ທ້າວ ອະພິວັດ ປຣະໄພ ( ເຊັນເຊຢ້າ )

359
– ນາງແບບຍິງເຍົາວະຊົນແມ່ນ SL01: ນາງ ວິການດາ ສິລິມະໂມໄທ ( ຈີຈີ່ )

624
ສຳລັບຜູ້ຊະນະເລີດລຸ້ນຊາວໜຸ່ມ ຫຼື ທົ່ວໄປ

– ຊາຍແບບແມ່ນໝາຍເລກ M09: ທ້າວ ສຸລິຄານ ທັກຂິນ ( ເບັນ )

896
– ນາງແບບແມ່ນ L05: ນາງ ວິຈິດຕາ ພອນວິໄລ ( ເມ )

l05ນອກຈາກນັ້ນ, ກໍຍັງມີລາງວັນຂວັນໃຈຊ່າງພາບ ແລະ ລາງວັນ ບຸກຄະລິກກະພາບດີ ພາຍໃຕ້ ການສະໜັບສະໜູນຈາກຫຼາຍພາກສ່ວນ ເຮັດໃຫ້ງານປະກວດປີທີ 3 ນີ້ເຕັມໄປດ້ວຍຜົນສໍາເລັດຢ່າງໜ້າ ປະທັບໃຈ.
ເຊື່ອວ່າ ສີສັນຄວາມງົດງາມເທິງເວທີ ແລະ ບັນຍາກາດໃນງານປະກວດ ໃນຄໍ່າຄືນ ວັນເສົາ 20 ສິງຫາຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ຍັງຄົງຕິດຕາ ແລະ ຝັງໃຈ ຂອງຜູ້ໄດ້ໄປສໍາຜັດຕົວຈິງໄປ ອີກນານ.

Lao Super Model

344 14033 14044 695

787

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...