spot_img
Homeຂ່າວການພັດທະນາເຊີນຍື່ນບົດສະເໜີຂໍທຶນໂຄງການ

ເຊີນຍື່ນບົດສະເໜີຂໍທຶນໂຄງການ

Published on

ສະຖານທູດອົດສະຕຣາລີປະຈຳ ສປປ ລາວ ຂໍເຊີນທ່ານຍື່ນບົດສະເໜີຂໍທຶນຈາກໂຄງການຊ່ວຍເຫຼືອໂດຍກົງຫຼື Direct Aid Program ສຳລັບສົກປີ2016-2017. ໂຄງການDAP ໃຫ້ການສະໜັບສະໜູນປະເທດກຳລັງພັດທະນາເພື່ອຫລຸດຜ່ອນຄວາມທຸກຍາກແລະຊ່ວຍໃນການພັດທະນາແບບຍືນຍົງ.

ບົດສະເໜີໂຄງການDAP ຄວນມີຈຸດປະສົງແນໃສ່ຜົນໄດ້ຮັບທີ່ເປັນຮູບປະທຳ, ມີການຈັດຕັ້ງປະຕິບັດໄດ້ ແລະປະກອບສ່ວນເຂົ້າໃນການລຸດຜ່ອນຄວາມທຸກຍາກເປັນຫລັກ. ບົດສະເໜີໂຄງການທີ່່ອາດຈະໄດ້ຮັບການພິຈະລະນາແມ່ນຈະລວມເອົາຫຼາຍຫົວຂໍ້ເຊັ່ນດ້ານສຸຂະພາບຊຸມຊົນ, ກ່ຽວກັບໂຮງຮຽນແລະການສຶກສາ, ການກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍ, ການສ້າງຄວາມອາດສາມາດແກ່ແມ່ຍິງແລະເດັກນ້ອຍຍິງ, ກ່ຽວກັບກຸ່ມຄົນທີ່ດ້ອຍໂອກາດໃນສັງຄົມ (ລວມທັງ ຄົນພິການ), ໂຄງການດ້ານບົດບາດຍິງຊາຍ, ດ້ານການບໍລິການຄຸ້ມຄອງ, ຫົວຂໍ້ດ້ານສິດທິມະນຸດແລະບັນດາໂຄງການທີ່ກ່ຽວຂ້ອງ ລວມທັງ ໂຄງການດ້ານສິ່ງແວດລ້ອມດັ່ງນີ້ເປັນຕົ້້ນ.

ບຸກຄົນ, ຕົວແທນຊຸມຊົນ, ໜ່ວຍງານພາກລັດແລະ ພາກເອກະຊົນລວມທັງ ອົງການຈັດຕັ້ງສາກົນ ທີ່ ປະກອບສ່ວນເຂົ້າໃນການພັດທະນາໂດຍບໍ່ຫວັງຜົນກຳໄລ ແລະທີ່ບໍ່ສັງກັດລັດ (NGO) ແມ່ນຊຸກຍູ້ໃຫ້ຂໍເຊີນມາຍື່ນບົດສະເໜີຂໍທຶນ.

ສອບຖາມຂໍ້ມູນເພີ່ມຕື່ມ ໄດ້ທີ່ສະຖານທູດອົດສະຕຮາລີ ໂທໝາຍເລກ 021 353 800 ຫຼື ທາງເວບໄຊ: www.laos.embassy.gov.au

ກະລຸນາສົ່ງຄຳຮ້ອງຂອງທ່ານເຖິງສະຖານທູດອົດສະຕຮາລີ, ນະຄອນຫຼວງວຽງຈັນບໍ່ໃຫ້ກາຍ ວັນສຸກ ທີ 16 ກັນຍາ 2016, ທາງອີເມວAustEmbassy.Laos@dfat.gov.auຫຼື ສົ່ງເຖິງສະຖານທູດ ອົດສະຕຣາລີ, ຖະໜົນທ່າເດື່ອ ຫຼັກ 4, ບ້ານວັດນາກ, ນະຄອນຫຼວງວຽງຈັນ, ຫລື ສົ່ງທາງໄປສະນີ ຕູ້ ປ.ນ 292, ວຽງຈັນ.

ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍໂຄງການDAP ໃນປີ2015-2016ລວມເຖິງ

• ສະໜອງປຶ້ມອ່ານ-ການສຶກສາ ແລະ ສຸຂະອະນາໄມເຄື່ອນທີ່ ຢູ່ ເມືອງນ້ຳບາກ, ເມືອງ ນານ ແລະ ເມືອງຫຼວງພະບາງ.
• ສ້າງອາຄານຮຽນ ແລະ ສະໜອງໂຕະຕັ່ງໃຫ້ໂຮງຮຽນປະຖົມ ບ້ານນ້ຳດີ ແຂວງ ຫຼວງນ້ຳທາ.
• ສ້າງອາຄານຮຽນໃຫ້ໂຮງຮຽນມັດທະຍົມບ້ານສົມສະໄໝ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.
• ສ້າງເຮືອນເກັບເຄື່ອງປັ່ນໄຟໃຫ້ໂຮງໝໍເມືອງອາດສະພັງທອງ, ແຂວງສະຫວັນນະເຂດ.
• ຕິດຕັ້ງລະບົບໄຟຟ້າ ແລະ ພັດລົມໃຫ້ຫ້ອງຮຽນ ແລະຫ້ອງການຄູ ໃຫ້ໂຮງຮຽນມັດທະຍົມເມືອງວັງວຽງ ແຂວງວຽງຈັນ.
• ສະໜັບສະໜູນໂຄງການເຝິກອົບຮົມໃຫ້ຄວາມຮູ້ດ້ານ ການຂັບຂີ່ປອດໄພ ໃນສປປລາວ.
• ໂຄງການສະໜອງລະບົບນ້ຳໃຊ້ສະອາດໃຫ້ 222ຄົວເຮືອນ ໃນ 2 ຊຸມຊົນ ຢູ່ເມືອງນາໜໍ້ ແຂວງອຸດົມໄຊ.
• ປັບປຸງຫອ້ງການຂອງ ສະມາຄົມຄົນພິການແຫ່ງຊາດລາວ, ນະຄອນຫຼວງວຽງຈັນ.
• ສຶບຕໍ່ສະໜັບສະໜູນໂຄງການ SUSO ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໄລຍະສອງ.
• ສະໜອງອຸປະກອນໄອທີ ໃຫ້ ຫ້ອງສະມຸດ ແຫ່ງຊາດ ເພື່ອການ ເຂົ້າເຖິງຂໍ້ມູນຂ່າວສານເພີ່ມຂື້ນ.
• ສະໜັບສະໜູນໂຄງການສ້າງໜັງສືສຽງການຮຽນຮູ້ຄອມພິວເຕີ້ດ້ວຍຕົນເອງຂອງຄົນພິການຕາໂດຍໃຊ້ໂປຣແກຣມອ່ານໜ້າຈໍພາບNVDA.
• ສະໜອງອຸປະກອນການແພດໃຫ້ໂຮງໝໍເມືອງວັງວຽງ ແຂວງວຽງຈັນ ແລະໂຮງໝໍເດັກນະຄອນຫຼວງວຽງຈັນ.
• ສ້າງປ້າຍເພິ່ມ ໃຫ້ສູນອານຸລັກໝີຢູ່ຕາດກວາງຊີ, ບ້ານທ່າແປ້ນແຂວງຫຼວງພະບາງ.
• ສ້ອມແປງເຮືອນພັກເຊົາ ແກ່ແມ່ຍິງດ້ອຍໂອກາດ ຢູ່ ສູນແສງສະຫວ່າງ, ແຂວງສະຫວັນນະເຂດ.
• ສະໜັບສະໜູນໂຄງການ ສະບູ່ລ້າງມືໃຫ້ໂຮງຮຽນ ຢູ່ແຂວງຫຼວງພະບາງ.
• ສະໜັບສະໜູນໂຄງການ ຕ້ານໄຂ້ມາເລເລຍ ຢູ່ເມືອງນອງ ແຂວງສະຫວັນນະເຂດ.
• ປະກອບສ່ວນເຂົ້າໃນໂຄງການ ຍ່າງແຫ່ຄາລາວານຊ້າງ ສະຫຼອງຄົບຮອບ 20 ປີ ຫຼວງພະບາງເມືອງມໍລະດົກໂລກ.
• ສ້າງອາຄານຮຽນ ແລະ ແທ່ງນ້ຳ ໃຫ້ ໂຮງຮຽນມັດທະຍົມສົມບູນຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ.
• ຂະຫຍາຍຫ້ອງຮຽນ ລວມຫອ້ງນ້ຳໃຫ້ ໂຮງຮຽນປະຖົມບ້ານທ່າແປ້ນ ແຂວງຫຼວງພະບາງ.

ທີ່ມາຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...