Homeປ່ອງຢ້ຽມດວງດາວນາຊາເຜີຍ ກຽມປະຕິບັດພາລະກິດໃຫຍ່ ສ້າງສະຖານີອາວະກາດເຖິງດາວອັງຄານໃນປີ 2028

ນາຊາເຜີຍ ກຽມປະຕິບັດພາລະກິດໃຫຍ່ ສ້າງສະຖານີອາວະກາດເຖິງດາວອັງຄານໃນປີ 2028

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ກໍລະນີທີ່ອົງການບໍລິຫານການບິນ ແລະ ອວະກາດແຫ່ງສະຫະລັດ ຫຼື ນາຊາ ກຳລັງວາງແຜນສ້າງສະຖານີ້ອາວະກາດເທິງດາວອັງຄານ ທີ່ມີຊື່ວ່າ “Mars Base Camp” ເພື່ອໃຫ້ນັກບິນອາວະກາດອາໃສ ແລະ ກຽມໃຫ້ຍານອາວະກາດລົງຈອດ ເພື່ອປະຕິບັດພາລະກິດຮວບຮວມຂໍ້ມູນກ່ຽວກັບດາວອັງຄານ

ສະຕີຟເບລີ ຫົວໜ້າວິສະວະກອນ ລະບຸຜ່ານ Space.com ວ່າ ພາລະກິດດັ່ງກ່າວຕ້ອງການສຶກສາ ທຳຄວາມເຂົ້າໃຈກັບສິ່ງທີ່ມີຊີວິດທີ່ອາໃສຢູ່ດາວອັງຄານ ແລະ ຜົນກະທົບທີ່ອາດສົ່ງຜົນມາເຖິງມວນມະນຸດ

ລ໊ອກຮີດ ມາຣຕິນ ບໍລິສັດຜູ່ຜະລິດເຮືອບິນລະຫວ່າງປະເທດ ແລະ ເທັກໂນໂລຍີທີ່ກ້າວໜ້າ ຜູ່ທີ່ຮັບຜິດຊອບແຜນງານຮ່ວມກັບ Deep Space Systems Aerospace Engineering NASA ບໍລິສັດ ວິສະວະກຳລະບົບທີ່ສະໜັບສະໜູນການອອກແບບການພັດທະນາບູຣະນາການ, ການທົບສອບ ແລະ ການດຳເນີນງານຂອງວິທະຍາສາດ ວາງແຜນວ່າສະຖານີ້ອາວະກາດເທິງດາວອັງຄານ ຈະມີນ້ຳໜັກປະມານ 132 ໂຕນ ເຊິ່ງມີຂະໜາດເລັກນ້ອຍເມື່ອທຽບກັບສະຖານີ້ອາວະກາດນານາຊາດ ເຊິ່ງມີນ້ຳໜັກ 440 ໂຕນ

 

ຂ່າວຈາກ: http://news.mthai.com/hot-news/world-news/513916.html

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...