Homeສຸຂະພາບ ແລະ ສີ່ງແວດລ້ອມ5ສັນຍານເຕືອນມີສານພິດໃນຮ່າງກາຍຫຼາຍເກີນໄປ

5ສັນຍານເຕືອນມີສານພິດໃນຮ່າງກາຍຫຼາຍເກີນໄປ

Published on

ຮ່າງກາຍຈະໄດ້ຮັບສານພິດຢູ່ທຸກວັນ ຈາກອາກາດ ແລະອາຫານທີ່ເຮົາກິນເຂົ້າໄປ ແລະຖ້າເຮົາສະສົມໄວ້ດົນຈະເຮັດໃຫ້ຮ່າງກາຍສົ່ງສັນຍານອອກເຕືອນໃຫ້ເຮົາຮູ້ດັ່ງນີ້:

  • ນອນບໍ່ຫຼັບ ຫຼືນອນເທົ່າໃດກໍບໍ່ເຊົາເມື່ອຍ ບາງຄົນຢາກນອນຕະຫຼອດວັນ, ຊຶມເສົ້າຕະຫຼອດເວລາ
  • ເຈັບຫົວ ມີອາການເຈັບຫົວຕະຫຼອດ ຖ້າເປັນໄມເກຣນຢູ່ແລ້ວອາການຈະເປັນຕະຫຼອດຈົນຜິດປົກກະຕິ, ມັກລືມ ສະໝອງບໍ່ປອດໂປ່ງ, ຄິດຫຍັງກໍບໍ່ອອກ, ສຳລັບບາງຄົນອາດສົ່ງຜົນເຮັດໃຫ້ເຄັ່ງຄຽດ, ຄຽດງ່າຍໂດຍບໍ່ມີເຫດຜົນ
  • ຜິວບໍ່ສົດໃສ ເຮັດໃຫ້ມີສິວຂຶ້ນທັງໆທີ່ເບິ່ງແຍງຄວາມສະອາດຕະຫຼອດ, ເປັນປິ້ວງ່າຍ, ເປັນຝ້າ, ກະ ເບິ່ງແລ້ວຄືແກ່ກ່ອນໄວ
  • ມີກິ່ນປາກ ຫຼືມີບາດແຜໃນປາກ
  • ມີບັນຫາກ່ຽວກັບລຳໄສ້ ແລະກະເພາະອາຫານເຊັ່ນ: ອາຫານບໍ່ຍ່ອຍ, ເຈັບທ້ອງ, ຖ່າຍບໍ່ສະດວກຕະຫຼອດ ເພາະລຳໄສ້ຢູ່ໃນພາວະທີ່ອ່ອນແອຜິດປົກກະຕິ

 

ທີ່ມາ: share si

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...