Homeຂ່າວຕ່າງປະເທດໂຈໂກວີ ປະກາດໄຊຊະນະ ເລືອກຕັ້ງປະທານາທິບໍດີອິນໂດເນເຊຍ

ໂຈໂກວີ ປະກາດໄຊຊະນະ ເລືອກຕັ້ງປະທານາທິບໍດີອິນໂດເນເຊຍ

Published on

EyWwB5WU57MYnKOuFZjk0NjqIDAp9rHZcjkoHDZahev9FvFMRaZJE8
ທ່ານ ໂຈໂກ ວິໂດໂດ ພ້ອມດ້ວຍພັນລະຍາ ໃນເວລາມາປ່ອນບັດເລືອກຕັ້ງ

 

ທ່ານ ໂຈໂກ ວິໂດໂດ ປະກາດໄຊຊະນະການເລືອກຕັ້ງປະທານາທິບໍດີອິນໂດເນເຊຍແລ້ວ ໂດຍຜົນຂອງການ

ນັບຄະແນນຢ່າງບໍ່ເປັນທາງການ ອອກມາເປັນຝ່າຍຂອງເຂົາເອງທີ່ມີຄະແນນນຳ ອາດີດນາຍພົນປຣາໂບໂວ

ຄູ່ແຂ່ງຄົນສຳຄັນ.

 

ສຳນັກຂ່າວຕ່າງປະເທດ ລາຍງານຄວາມຄືບໜ້າເສິກເລືອກຕັ້ງປະທານາທິບໍດີ ອິນໂດເນເຊຍ ເຊິ່ງປິດຫີບ

ການເລືອກຕັ້ງໄປແລ້ວ ໃນເວລາ 13 ໂມງ 00 ນາທີ ຕາມເວລາໃນທ້ອງຖິ່ນ ຂອງວັນທີ 9 ກໍລະກົດທີ່ຜ່ານມາ

ວ່າ ຈາກຜົນຂອງການນັບຄະແນນການເລືອກຕັ້ງຢ່າງບໍ່ເປັນທາງການ ປະກົດວ່າ ທ່ານ ໂຈໂກ ວິໂດໂດ ຫຼື

ໂຈໂກວີ ຜູ້ສະໝັກໝາຍເລກ 2 ຈາກພັກປະຊາທິປະໄຕອິນໂດເນເຊຍແຫ່ງການຕໍ່ສູ້ (PDIP) ເປັນຝ່າຍມີ

ຄະແນນເໜືອອາດີດນາຍພົນ ປຣາໂບໂວ ສຸບຽນໂຕ ຜູ້ສະໝັກໝາຍເລກ 1 ແລະ ໂຈໂກວີເອງ ໄດ້ອອກມາ

ປະກາດໄຊຊະນະຂອງຕົນເອງແລ້ວ.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...