spot_img
Homeຂ່າວເຫດການຕໍາຫລວດເຜີຍຄວາມເສຍຫາຍຈາກໄຟໄໝ້ສາງສິນຄ້າ ຢູ່ບ້ານດົງນາໂຊກເໜືອຫລາຍກວ່າ 3 ຕື້ກີບ

ຕໍາຫລວດເຜີຍຄວາມເສຍຫາຍຈາກໄຟໄໝ້ສາງສິນຄ້າ ຢູ່ບ້ານດົງນາໂຊກເໜືອຫລາຍກວ່າ 3 ຕື້ກີບ

Published on

ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ທ່ານ ສີສຸວັງ ໄຊສຸເທບ, ໄດ້ລາຍງານໃຫ້ນັກຂ່າວພວກເຮົາຮູ້ໃນວັນທີ 18 ສິງຫານີ້ວ່າ: ພາຍຫລັງເກີດເຫດການໄຟໃໝ້ສາງເກັບມ້ຽນສີນຄ້າຂະໜາດໃຫຍ່ ຂອງບໍລິສັດຂົນສົ່ງດາວໃຈຢູ່ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ,ນະຄອນຫລວງວຽງຈັນຢ່າງຮຸນແຮງເມື່ອເວລາປະມານ 5 ໂມງເຊົ້າຂອງວັນທີ 2 ສິງຫາຜ່ານມານີ້, ເຈົ້າໜ້າທີ່ພວກເຮົາກໍໄດ້ເລັ່ງດໍາເນີນການສືບສວນ-ສອບສວນ ຫາສາເຫດຂອງໄຟໃໝ້ຄັ້ງນີ້ຢ່າງລະອຽດ, ຊຶ່ງໃນສາງແຫ່ງນີ້ມີສີນຄ້າຫລາກຫລາຍປະເພດ ເຊັ່ນ: ມີລົດບັນທຸກ 6 ຄັນ, ເຄື່ອງໄຟຟ້າ, ອຸປະກອນກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ແລະ ພົບວ່າສາເຫດໄຟໃໝ້ນີ້ແມ່ນເກີດຈາກໄຟຟ້າລັດວົງຈອນ, ຊຶ່ງພົບຫລັກຖານການເກີດໄຟຟ້າຊ໋ອດຢູ່ພາຍໃນຫ້ອງບັນຊີ-ການເງິນຂອງສາງດັ່ງກ່າວ ແລະ ສ້າງຄວາມເສຍຫາຍຫລາຍກວ່າ 3 ຕື້ກີບ.

ແນວໃດກໍຕາມ, ຈາກເຫດການສູນເສຍບໍເພິ່ງປາດຖະໜາດັ່ງກ່າວນີ້, ເຈົ້າໜ້າທີ່ຈຶ່ງເຕືອນໄປເຖິງບັນດາສຳນັກງານ, ອົງການ, ຕະຫຼອດຮອດປະຊາຊົນຈົ່ງເອົາໃຈໃສ່ຕິດຕາມກວດກາລະບົບໄຟຟ້າໃນສຳນັກງານ, ຫ້ອງການ ແລະເຮືອນຊານບ້ານຊ່ອງຂອງຕົນໃຫ້ດີ, ຖ້າຫາກເຫັນວ່າມີສະພາບເກົ່າແກ່ຊຸດໂຊມກໍໃຫ້ປ່ຽນຖ່າຍ ເພື່ອຫຼີກລ້ຽງຈາກການເກີດໄຟຊ໋ອດ ຫຼື ໄຟຟ້າລັດວົງຈອນໄດ້ງ່າຍ, ພ້ອມນັ້ນໃຫ້ມີສະຕິ ມອດຟືນໄຟໃຫ້ດີຫຼັງຈາກໃຊ້ງານແລ້ວ ເຊັ່ນ: ປັກສຽບ, ພັດລົມ, ແອ, ເຕົາອົບ, ເຕົາແກ໋ດ ແລະເຄື່ອງໃຊ້ໄຟຟ້າອື່ນໆ ເພື່ອຄວາມປອດໄພ ແລະສິ່ງສຳຄັນໜຶ່ງເມື່ອກໍ່ສ້າງອາຄານຕ່າງໆແມ່ນໃຫ້ປະຕິບັດຕາມຫຼັກການກໍຄືລະບຽບກົດໝາຍຂອງໜ່ວຍງານສະກັດກັ້ນ ແລະ ຕ້ານອັກຄີໄພຢ່າງເຂັ້ມງວດ, ໂດຍສະເພາະການຕິດຕັ້ງລະບົບດັບເພີງຄົບຊຸດຍິ່ງຈະເປັນການດີທີ່ສຸດ ເພື່ອສາມາດມອດໄຟໄດ້ທັນເວລາໃນເມື່ອມີໄຟໄຟ້າຊ໋ອດ ຫຼືອັກຄີໄພເກີດຂຶ້ນ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...