spot_img
Homeລວມກົດຫມາຍລາວລັດຖະທຳມະນູນ25 ປີແຫ່ງການຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ

25 ປີແຫ່ງການຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ

Published on

ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 25 ປີ (15 ສິງຫາ 1991 – 15 ສິງຫາ 2016) ທ່ານປະທານສານປະຊາຊົນສູງສຸດ ຄຳພັນ ສິດທິດຳພາ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາເມື່ອວັນທີ 17 ສິງຫາຜ່ານມານີ້ວ່າ: ຕະຫລອດ 25 ປີຜ່ານມາ, ພວກເຮົາໄດ້ຫັນລັດຖະທຳມະນູນເປັນກົດໝາຍໄດ້ 119 ສະບັບ, ລັດຖະບັນຍັດ ແລະ ດຳລັດ ອີກຫລາຍຮ້ອຍສະບັບ, ຊຶ່ງເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບຄົບຊຸດເທື່ອລະກ້າວ, ເປັນພື້ນຖານຄ້ຳປະກັນໃຫ້ແກ່ການປະຕິບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າມີບາດກ້າວຂະຫຍາຍຕົວຕາມລຳດັບ, ພ້ອມທັງໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍໃຫ້ກວ້າງຂວາງດ້ວຍຫລາຍຮູບ, ຫລາຍສີເປັນການປະະກອບສ່ວນໃນການຍົກສູງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍນັບມື້ສູງຂຶ້ນ, ທັງເອົາໃຈໃສ່ຊຸກຍູ້ຈັດຕັ້ງປະຕິບັດເຮັດໃຫ້ລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ  ແລະ ປະຊາຊົນລາວບັນດາເຜົ່າ ມີບ່ອນອີງໃນການເຄື່ອນໄຫວທຳການຜະລິດ, ດຳເນີນທຸລະກິດ ແລະ ທຳມາຫາກິນຕາມລະບຽບກົດໝາຍຫລາຍຂຶ້ນ, ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ແຕ່ຄຽງຄູ່ກັນນີ້ ເມື່ອກົດໝາຍໄດ້ຖືກປະກາດໃຊ້ຫລາຍກວ່າ 100 ສະບັບ, ແຕ່ບັນຫາຂໍ້ຂັດແຍ່ງ ກໍໄດ້ເກີດຂຶ້ນຢ່າງຫລວງຫລາຍໂດຍບໍ່ສາມາດຫລີກລ່ຽງໄດ້, ໃນບັນຫານີ້ພັກ-ລັດຖະບານ ໄດ້ຫັນເອົາແນວທາງນະໂຍບາຍ ອອກມາເປັນກົດໝາຍເພື່ອຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍເພື່ອສ້າງໃຫ້ ສປປ ລາວ ກາຍເປັນລັດຄຸ້ມຄອງດ້ວຍກົດ ໝາຍ, ໂດຍການຮັບຮອງ ແລະ ປະກາດໃຊ້ຫລາຍຮ້ອຍສະບັບ, ພ້ອມທັງເອົາໃຈໃສ່ໂຄສະນາ, ເຜີຍ ແຜ່, ອະທິບາຍໃຫ້ປະຊາຊົນຮັບຮູ້ເຂົ້າໃຈ, ເພື່ອສ້າງສະຕິກົດໝາຍໃຫ້ທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າ ໃຈລັດຖະທຳມະນູນ ແລະ ກົດໝາຍສະບັບຕ່າງໆຢ່າງຊັດເຈນ ແລະ ຈະແຈ້ງຂຶ້ນຕື່ມ. ເຖິງຢ່າງໃດກໍຕາມ ບໍ່ວ່າກົດໝາຍຈະປະກາດໃຊ້ຫລາຍຮ້ອຍສະບັບກໍຕາມ, ແຕ່ມີບຸກຄົນຈຳນວນໜຶ່ງຍັງຂາດສະຕິ, ສວຍໃຊ້ສ່ອງຫວ່າງຂອງກົດໝາຍ, ບາງຄົນແມ່ນມີເຈດຕະນາລະເມີດກົດໝາຍເປັນຕົ້ນ ຮັບຮູ້ວ່າມີລະບຽບກົດໝາຍຫ້າມໄວ້ ແຕ່ກໍຍັງລ່ວງລະເມີດກົດໝາຍ. ສະນັ້ນ ພວກເຮົາໃນຖານະເປັນຜູ້ຄຸ້ມຄອງກົດໝາຍ ກໍໄດ້ອີງໃສ່ກົດໝາຍເພື່ອນຳມາຈັດຕັ້ງປະຕິບັດໃສ່ໂທດກັບຜູ້ທຳຜິດກົດໝາຍແມ່ນນັບມື້ຫລາຍຂຶ້ນເລື້ອຍໆ. ເວົ້າລວມແລ້ວ ລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດຂອງລະບອບປະຊາຊົນ ປະຊາທິປະໄຕ, ທັງເປັນໝາກຜົນລວມຍອດໃນການປະກອບຄວາມຄິດຄວາມເຫັນຢ່າງກວ້າງຂວາງ ຂອງປະຊາຊົນ ໃນທົ່ວປະເທດ ທີ່ສ່ອງແສງຢ່າງຈະແຈ້ງເຖິງເຈຈຳນົງຢ່າງສູງສົ່ງຍາວນານ ແລະ ຄວາມຕັດສິນໃຈອັນແຂງກ້າຂອງວົງຄານະຍາດ ທີ່ພ້ອມຈະສູ້ຊົນໃຫ້ບັນລຸຈຸດໝາຍ ສ້າງ ສາປະເທດຊາດໃຫ້ເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ທ່ານ ປະທານສານປະຊາຊົນສູງສຸດ ກ່າວວ່າ: ໄລຍະຜ່ານມາວຽກງານສານປະຊາຊົນເຫັນວ່າມີຄວາມຫຍຸ້ງຍາກຫລາຍປະການ, ແຕ່ມາຮອດປັດຈຸບັນ ແມ່ນມີຄວາມເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ສາມາດຮອງຮັບໜ້າທີ່ການເມືອງຂອງພັກ-ລັດ ທີ່ນັບມື້ນັບສູງຂຶ້ນ ແລະ ການເຊື່ອມໂຍງສາ ກົນ ແລະ ພາກພື້ນ. ສານປະຊາຊົນສູງສຸດເປັນທີ່ພຶ່ງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການໃຫ້ຄວາມຮ່ວມມືຢ່າງດີຂອງພໍ່ແມ່ປະຊາຊົນ ຈຶ່ງເຮັດໃຫ້ການຕັດສິນຄະດີຂອງສານມີຄວາມຖືກຕ້ອງ ແລະ ມີຄວາມເປັນທຳຫລາຍຂຶ້ນ.

ຂ່າວ:​ ລາວພັດທະນາ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...