Homeນານາສາລະ7 ສິ່ງສໍາຄັນທີ່ “ຄວນເຮັດ” ກ່ອນເລີ່ມເຮັດວຽກ ໃຫ້ມີປະສິດທິພາບ

7 ສິ່ງສໍາຄັນທີ່ “ຄວນເຮັດ” ກ່ອນເລີ່ມເຮັດວຽກ ໃຫ້ມີປະສິດທິພາບ

Published on

ຄົນທີ່ເຮັດວຽກເປັນປະຈຳຈະຮູ້ດີວ່າໃນ 10 ນາທີທຳອິດ ຂອງທຸກໆວັນໃນຫ້ອງການ ຈະເປັນຕົວກຳນົດຄວາມສາມາດໃນການເຮັດວຽກຕະຫຼອດມື້ໄດ້ ພວກເຂົາຈະເຮັດບາງສິ່ງບາງຢ່າງກ່ອນການເຮັດວຽກໃນທຸກໆມື້ຢ່າງສະໝໍ່າສະເໝີ. ສະນັ້ນຫາກເຈົ້າຕ້ອງການຈະເປັນຄົນທີ່ມີປະສິດທິຜົນ ລອງເຮັດ 7 ວິທີນີ້ເບິ່ງຮັບຮອງໄດ້ຜົນດີຕໍ່ຕົວເອງ ແລະບໍລິສັດແນ່ນອນ.

  1. ຂຽນ 3 ສິ່ງທີ່ເຮັດໃຫ້ທ່ານຮູ້ສຶກປະທັບໃຈ: ຈາກການວິໄຈຂອງມະຫາວິທະຍາໄລໄມອາມີ່ ກ່ຽວກັບການປະທັບໃຈ ພົບວ່າກຸ່ມຄົນທີ່ຂຽນບັນທຶກກ່ຽວກັບຄວາມປະທັບໃຈຂອງຕົວເອງ ມັກຈະມີຄວາມສຸກ ແລະມີປະສິດທິຜົນຫຼາຍກວ່າຄົນທົ່ວໄປ Sheryl towers ໂຄດຜູ້ຊ່ຽວຊານດ້ານການພັດທະນາຕົນເອງ ໄດ້ຂຽນໃນໜັງສື seeds of success ຂອງເຂົາວ່າ “ຜົນຂອງງານວິໄຈສະແດງໃຫ້ເຫັນວ່າການຂຽນບັນທຶກປະຈຳວັນກ່ຽວກັບຄວາມປະທັບໃຈຂອງຕົນເອງນັ້ນ ສົ່ງຜົນໃຫ້ລະຫວ່າງການເຮັດວຽກມີຄວາມຕື່ນຕົວ, ກະຕືລື້ລົ້ນ, ມຸ່ງໝັ້ນ, ຄິດໃນແງ່ບວກ ແລະມີພະລັງໃຈຫຼາຍຂຶ້ນ ແລະຍັງມີຄວາມເຄັ່ງຄຽດໜ້ອຍກວ່າຄົນທົ່ວໄປ ລວມທັງມີແນວໂນ້ມທີ່ຈະໃຫ້ການຊ່ວຍເຫຼືອຜູ້ອື່ນ ແລະມີຄວາມກ້າວໜ້າໃນການເຮັດວຽກຕາມເປົ້າໝາຍຫຼາຍກວ່າຄົນທົ່ວໄປ”
  2. ຈັດໂຕະເຮັດວຽກໃຫ້ເປັນລະບຽບ: ຫາກເວົ້າເຖິງການຈະເຮັດໃຫ້ຕົນເອງເປັນຄົນທີ່ມີປະສິດທິຜົນ ຄົງບໍ່ມີຫຍັງຈະຂັດຂວາງໄດ້ ຖ້າເຈົ້າຕັ້ງໃຈເຮັດ, ແຕ່ເຈົ້າຕ້ອງຈັດໂຕະຕັ່ງໃຫ້ເປັນລະບຽບໂດຍໃຊ້ເວລາພຽງແຕ່ 10 ນາທີທໍາອິດກ່ອນຈະເຮັດວຽກ ເພື່ອຈັດແຈງໂຕະເຮັດວຽກຂອງເຈົ້າໃຫ້ເປັນລະບຽບ ແລະງ່າຍຕໍ່ການຫາສິ່ງຂອງຕ່າງໆ ທີ່ຕ້ອງໃຊ້ໃນເວລາເຮັດວຽກ.
  3. ເວົ້າກັບເພື່ອນຮ່ວມງານ: ເຮົາຄວນເວົ້າທັກທາຍເພື່ອນຮ່ວມງານ ເວົ້າກັບເພື່ອນຮ່ວມງານໃນຫ້ອງການສິ່ງສຳຄັນອີກຢ່າງໜຶ່ງທີ່ຄວນຮູ້ໃນການຈະເປັນຄົນທີ່ມີປະສິດທິພາບຄື ເຈົ້າຄວນຮູ້ວ່າຄຳຖາມທີ່ເຈົ້າກຳລັງສົງໄສຢູ່ນັ້ນຄວນຖາມຫຼືບໍ່, ເຈົ້າຄວນພະຍາຍາມສ້າງຄວາມສຳພັນອັນດີກັບເພື່ອນຮ່ວມງານຂອງເຈົ້າ ເພາະຄົນທີ່ມີປະສິດທິຜົນຈະຮູ້ດີວ່າມິດຕະພາບນັ້ນສຳຄັນຫຼາຍປານໃດ.
  4. ຂຽນເປົ້າໝາຍທີ່ສຳຄັນ 3 ອັນດັບທຳອິດທີ່ຕ້ອງເຮັດໃນແຕ່ລະວັນ: ຄົນທີ່ເຮັດວຽກມັກຈະຂຽນເປົ້າໝາຍທີ່ສຳຄັນ 3 ອັນດັບທຳອິດທີ່ເຂົາຕ້ອງເຮັດໃນແຕ່ລະວັນ ແລະຫາກພວກເຂົາເຮັດບໍ່ສຳເລັດ ກໍຈະຖືວ່າມື້ນັ້ນເປັນມື້ທີ່ມີຫຍັງຂາດຫາຍໄປ ຫຼືເປັນມື້ທີ່ບໍ່ສົມບູນແບບ, ການວາງແຜນເປົ້າໝາຍທີ່ສຳຄັນ ສາມາດຊ່ວຍໃຫ້ເຮົາຢູ່ກັບເລື່ອງທີ່ສຳຄັນໄດ້ເປັນຢ່າງດີ.
  5. ທົບທວນລາຍການສິ່ງທີ່ຕ້ອງເຮັດຂອງເຈົ້າ: ເມື່ອເຈົ້າຈັດລຳດັບຄວາມສຳຄັນຕ່າງໆຮຽບຮ້ອຍ ເຈົ້າຄວນເບິ່ງວ່າສິ່ງທີ່ຢູ່ໃນລຳດັບສິ່ງທີ່ຕ້ອງເຮັດຂອງເຈົ້ານັ້ນມີຄວາມສອດຄ່ອງໄປໃນທິດທາງດຽວກັບເປົ້າໝາຍ ແລະຄວາມສຳຄັນຂອງວຽກທີ່ວາງໄວ້ ຫຼືບໍ່ ເພື່ອຄວາມສະດວກໃນການເຮັດວຽກ.
  6. ຄິດເຫັນເປົ້າໝາຍຕົນເອງທຸກວັນ: ຄົນທີ່ມີປະສິດທິຜົນມັກເບິ່ງໂລກໃນແງ່ດີ ແລະມີຄວາມຫວັງຢູ່ສະເໝີ, ພວກເຂົາຈະບໍ່ໃຊ້ຊີວິດໄປວັນໆ ຢ່າງໝົດຫວັງແນ່ນອນ ເຂົາຈະເຮັດທຸກມື້ໃຫ້ເປັນມື້ທີ່ດີທີ່ສຸດ Matthew D. Dell Porta ຜູ້ຂຽນໜັງສື The How of Happiness ຂຽນວ່າ: “ການຄິດທົບທວນເປົ້າໝາຍຕົນເອງຖືເປັນການຊ່ວຍໃຫ້ສະໝອງຂອງເຈົ້າຄິດໃນແງ່ບວກ ມັນຊ່ວຍເຮັດໃຫ້ຄວາມຈິງຫຼາຍໆຢ່າງເຜີຍອອກມາຢ່າງຊັດເຈນຂຶ້ນ”
  7. ອ່ານຄຳຄົມທີ່ຊ່ວຍເສີມສ້າງແຮງບັນດານໃຈ: ທຸກວັນເຈົ້າຄວນເຕີມພະລັງໃຈໃນການເຮັດວຽກດ້ວຍຄຳຄົມ ຫຼືວະລີເດັດໆ ຂອງບຸກຄົນທີ່ປະສົບຄວາມສຳເລັດກ່ອນທີ່ຈະຕັ້ງໜ້າຕັ້ງຕາເຮັດວຽກ , ຄົນທີ່ມີປະສິດທິຜົນມັກຈະຫາແຮງບັນດານໃຈຈາກບຸກຄົນທີ່ພວກເຂົາມັກ ດ້ວຍການອ່ານຄຳຄົມສ້າງແຮງບັນດານໃຈເຫຼົ່ານັ້ນ.

ໃນ 10 ນາທີທຳອິດຂອງມື້ ມັນສາມາດເປັນຕົວກຳນົດຄວາມມີປະສິດທິພາບໃນການເຮັດວຽກໝົດມື້ ຫາກເຈົ້າລອງເດີນຕາມເສັ້ນທາງຂອງຄົນທີ່ມີປະສິດທິຜົນທັງ 7 ຂໍ້ທີ່ກ່າວມາຂ້າງເທິງນັ້ນ ແລ້ວທຸກໆວັນຂອງເຈົ້າຈະມີຄວາມໝາຍ ແລະຊ່ວຍໃຫ້ເຈົ້າກາຍເປັນຄົນໜຶ່ງທີ່ປະສົບຄວາມສຳເລັດໄດ້ຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...