Homeຂ່າວພາຍ​ໃນໂຄຊ ລ້ານຊ້າງຢູໄນເຕັດຖືກແບນ ບໍ່ໃຫ້ລົງຄຸມເກມ 2 ນັດ

ໂຄຊ ລ້ານຊ້າງຢູໄນເຕັດຖືກແບນ ບໍ່ໃຫ້ລົງຄຸມເກມ 2 ນັດ

Published on

ອີງຕາມການເປີດເຜີຍ ຂໍຕົກລົງ ວ່າດ້ວຍການໃສ່ລະບຽບວິໄນ ຫົວໜ້າຄູຝຶກ ຂອງທີມລ້ານຊ້າງຢູໄນເຕັດ ຈາກແຟນເພສທາງການຂອງ ສະໂມສອນລ້ານຊ້າງ, ໃນຕອນເຊົ້າຂອງມື້ນີ້. ອີງຕາມເນື່ອໃນຂອງຂໍ້ຕົກລົງ ສະບັບເລກທີ 022/ສຕລ ລົງວັນທີ 17/08/2016 ທີ່ວ່າ “ໃນການແຂ່ງຂັນບານເຕະ ລາວພຣີເມຍລີກ 2016 ນັດທີ 119, ລະຫວ່າງ ສະໂມສອນ ສະຫວັນຢູໄນເຕັດ ພົບກັບ ສະໂມສອນ ລ້ານຊ້າງ ຢູ່ໄນເຕັດ ໃນວັນທີ 14/08/2016 ເວລາ 16:00 ໂມງ, ທີ່ສະໜາມ ກິລາແຂວງ ສະຫວັນນະເຂດ.

– ອີງຕາມ: ກົດລະບຽບ ຂອງການແຂ່ງຂັນບານເຕະ ລາວພຣີເມຍລີກ 2016

ອີງຕາມ: ການສະເໜີ ຂອງຜູ້ຄວບຄຸມການແຂ່ງຂັນ ແລະ ກຳມະການຕັດສິນ

ອີງຕາມ: ສະພາບການຕົວຈິງ ໃນນັດແຂ່ງຂັນ

ຄະນະກຳມະການ ຝ່າຍລະບຽບວິໄນ ການແຂ່ງຂັນ ບານເຕະລາວພຣີເມຍລີກ 2016 ໄດ້ ຕົກລົງເຫັນດີໃຫ້ ປະຕິບັດ ລະບຽບວິໄນ Mr. Leonado Vatorino ຫົວໜ້າຄູຝຶກ ຂອງສະໂມສອນ ລ້ານຊ້າງຢູໄນເຕັດ ບໍ່ໃຫ້ ລົງເຮັດໜ້າທີ່ ຄຸມທີມຈຳນວນ 2 ນັດ ຖັດໄປ(ສາເຫດ ມາຈາກການທີ່ ສະແດງທ່າທີ່ບໍ່ເໝາະສົມ, ແກວ່ງກະຕຸກນ້ຳ ເຂົ້າໃນສະໜາມແຂ່ງຂັນ ໃນຄະນະທີ່ ການແຂ່ງຂັນດຳເນີນຢູ່)”

547_sub_0

ຂອບໃຈຂໍ້ມູນແລະພາບຈາກ: ແຟນເພສ ສະໂມສອນ ລ້ານຊ້າງຢູໄນເຕັດ

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...