Homeຂ່າວຕ່າງປະເທດຜູ້ນຳຟິລິບປິນ ປະກາດເພີ່ມງົບປີໜ້າ ຂຶ້ນກວ່າ 11% ເພື່ອເຮັດສົງຄາມ ກັບອາຊະຍາກຳ!

ຜູ້ນຳຟິລິບປິນ ປະກາດເພີ່ມງົບປີໜ້າ ຂຶ້ນກວ່າ 11% ເພື່ອເຮັດສົງຄາມ ກັບອາຊະຍາກຳ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ສິງຫາຜ່ານມານີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ປະກາດເພີ່ມງົບປະມານແຫ່ງລັດ ໃນປີ 2017 ຂຶ້ນຈາກປີນີ້ 11.6% ໂດຍເປົ້າໝາຍທີ່ສຳຄັນຂອງລັດຖະບານ ແມ່ນເພື່ອປາບປາມອາຊະຍາກຳ ໃຫ້ມີປະສິດທິພາບ ຫລາຍຍິ່ງຂຶ້ນ.

ການປະກາດດັ່ງກ່າວນີ້ ມີຂຶ້ນໃນວັນທີ 15 ສິງຫາ 2016 ທີ່ຜ່ານມາ ໂດຍງົບປະມານດັ່ງກ່າວ ແມ່ນຈະເພີ່ມໃຫ້ຂະແໜງຕຳຫລວດ 24.6% ເພື່ອຈ້າງເຈົ້າໜ້າທີ່ເພີ່ມ, ປັບຂຶ້ນເງິນເດືອນ ແລະ ຊື້ອາວຸດປືນເພີ່ມເຕີມ.  ນອກຈາກນັ້ນ, ຍັງຈະເພີ່ມໃຫ້ຝ່າຍຕຸລາການອີກ 21.5% ເພື່ອກຽມຮັບມືກັບຄະດີ ທີ່ຈະເພີ່ມຫລາຍຂຶ້ນ ແລະ ທາງດ້ານການທະຫານ ທ່ານ ດູເຕີເຕ ຈະເພີ່ມງົບປະມານ ໃຫ້ແກ່ກອງທັບຟິລິບປິນອີກ 15% ໃນປີໜ້ານີ້.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...