spot_img
Homeຂ່າວຕ່າງປະເທດສື່ຕ່າງປະເທດ ຕີຂ່າວຂ້າຂົ່ມຂືນເດັກຍິງເທິງລົດໄຟ ຊາວໄທຊ໋ອກ ປຸກລະດົມແກ້ກົດໝາຍໃຫ້ປະຫານຊີວິດ

ສື່ຕ່າງປະເທດ ຕີຂ່າວຂ້າຂົ່ມຂືນເດັກຍິງເທິງລົດໄຟ ຊາວໄທຊ໋ອກ ປຸກລະດົມແກ້ກົດໝາຍໃຫ້ປະຫານຊີວິດ

Published on

 

557000007978501

 

ເອພີ – ສຳນັກຂ່າວດັງຂອງຕ່າງປະເທດ ລະບຸມື້ວັນອັງຄານ 8 ກໍລະກົດຜ່ານມາວ່າ ເຫດການຂົ່ມຂຶນແລ້ວຂ້າ

ເດັກຍິງອາຍຸ 13 ປີ ໃນຂະບວນລົດໄຟ ຕອນຄ່ຳຄືນ ຂະນະແລ່ນຈາກພາກໃຕ້ເຂົ້າສູ່ບາງກອກ ໄດ້ກະຕຸ້ນຄວາມ

ເຄືອງແຄ້ນໃນໝູ່ປະຊາຊົນຊາວໄທ ໂດຍເຫຼົ່າດາລາ ຄົນດັງຂອງໄທ ຕ່າງກໍຮຽກຮ້ງອໃຫ້ມີການລົງໂທດປະຫານ

ຊີວິດຜູ້ກໍ່ເຫດ ພ້ອມກັນນັ້ນ ກໍຍັງວິງວອນທາງໂລກອອນລາຍ ໄປຍັງຄະນະຮັກສາຄວາມສະຫງົບແຫ່ງຊາດ

ຫຼື ຄສຊ ທີ່ຍຶດອຳນາດຢູ່ໃນປະຈຸບັນ ໃຫ້ແກ້ກົດໝາຍ ເພື່ອຈັດການຢ່າງເດັດຂາດກັບຜູ້ຖືກຫາໃນຄະດີຂົ່ມຂືນ.

 

ສຳນັກຂ່າວເອພີ ລາຍງານຕາມການເປີດເຜີຍຂອງ ພັຕ.ອ ນະພັນວຸດ ຫຼ່ຽມສະຫງວນ ຜູ້ກຳກັບກອງກຳກັບ

ການ ສະຫວັດດີພາບເດັກ ແລະ ສະຕີຂອງໄທ ເຊິ່ງໄດ້ລະບຸວ່າ ພົບສົບຂອງເດັກຍິງລາຍດັ່ງກ່າວ ເມື່ອຕອນເຊົ້າ

ຂອງວັນອັງຄານ (8 ກໍລະກົດ) ໃກ້ໆກັບລາງລົດໄຟ ໃນເມືອງປຣານບຸລີ ຈັງຫວັດປະຈວບສິຣິຂັນ.  ໃນລາຍງານ

ຂອງເອພີຍັງບອກຕໍ່ວ່າ ເດັກຍິງຄົນດັ່ງກ່າວ ກຳລັງເດີນທາງດ້ວຍລົດໄຟ ກັບໄປຈາກການຢ້ຽມຢາມແມ່ຕູ້ທີ່

ຢູ່ຕ່າງຈັງຫວັດ, ແຕ່ໃນຊ່ວງຄ່ຳຂອງວັນເສົາທີ 5 ກໍລະກົດ ກໍໄດ້ຫາຍຕົວໄປ ໃນຕູ້ນອນຂອງຂະບວນລົດໄຟ

ຈາກຈັງຫວັດສຸຣາດທານີ ມຸ່ງໜ້າເຂົ້າມາຍັງບາງກອກ ອັນເປັນເສັ້ນທາງຍອດນິຍົມ ຂອງໝູ່ນັກທ່ອງທ່ຽວ

ທີ່ມີຈຸດໝາຍປາຍທາງຕາມຊາຍຫາດ ແລະ ເກາະດອນກາງທະເລຕ່າງໆຂອງໄທ.

 

ຊາຍຜູ້ຖືກຈັບກຸມ ເປັນພະນັກງານຂອງການລົດໄຟ ໂດຍສຳນັກຂ່າວເອພີລາຍງານວ່າ ຜູ້ຕ້ອງສົງໄສໃຫ້ການ

ຕໍ່ຕຳຫຼວດວ່າ ເຂົາເມົາຢາບ້າ ແລະ ເບຍ ໃນຕອນທີ່ລົງມືກໍ່ເຫດ ໂດຍທັງນີ້ເຂົາຕ້ອງໄດ້ປະເຊີນກັບຂໍ້ຫາຕ່າງໆ

ບໍ່ວ່າຈະເປັນຂົ່ມຂືນ, ອຳພາງສົບ ແລະ ຄາດຄະກຳ ດ້ວຍໂທດສູງສຸດຄືປະຫານຊີວິດ.

 

ສື່ມວນຊົນຊື່ດັງລະດັບສາກົນແຫ່ງນີ້ ຍັງລາຍງານອີກວ່າ ໃນອິນສຕາແກຣມ ເຫຼົ່າດາລາ ແລະ ຄົນດັງຂອງໄທ

ຕ່າງກໍພ້ອມໃຈກັນ ຮຽກຮ້ອງໃຫ້ແກ້ໄຂກົດໝາຍ ໂດຍຕ້ອງໃຫ້ປະຫານຊີວິດ ໃນຄະດີຂົ່ມຂືນເທົ່ານັ້ນ ໃນຂະ

ນະທີ່ປະຈຸບັນ ຜູ້ທີ່ຖືກພິພາກສາວ່າມີຄວາມຜິດຄະດີຂົ່ມຂືນໃນໄທ ຕ້ອງໄດ້ຖືກວາງໂທດຈຳຄຸກ ຕັ້ງແຕ່ 4 ປີ

ຫາ 20 ປີ ແລະ ປັບໄໝເປັນເງິນເທົ່ານັ້ນ.

ນອກຈາກນີ້ແລ້ວ, ເອພີຍັງລາຍງານອີກວ່າ ມີການຈັດຕັ້ງປຸກລະດົມທາງສື່ສັງຄົມອອນລາຍ ຜ່ານທາງເວັບ

Change.org ຮຽກຮ້ອງໃຫ້ຄະນະຜູ້ນຳທະຫານຂອງໄທ ທີ່ຍຶດອຳນາດໃນປະຈຸບັນ ໃຫ້ເພີ່ມໂທດກົດໝາຍລົງໂທດ

ຕໍ່ຜູ້ກະທຳຜິດໃນຂໍ້ຫາກະທຳຊຳເລົາ ໃຫ້ຮຸນແຮງຂຶ້ນ ໂດຍພຽງແຕ່ໃນມື້ດຽວ ກໍມີຜູ້ລົງລາຍຊື່ເກືອບ 15 ພັນຄົນ.

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...