Homeຂ່າວພາຍ​ໃນຄິວລົດສາຍໃຕ້ແຫ່ງໃໝ່ ໃຫຍ່ກວ່າເກົ່າ ຈະເປີດໃຊ້ 1 ກັນຍານີ້

ຄິວລົດສາຍໃຕ້ແຫ່ງໃໝ່ ໃຫຍ່ກວ່າເກົ່າ ຈະເປີດໃຊ້ 1 ກັນຍານີ້

Published on

ເນື່ອງ​ຈາກ​ສະພາບ​ເສດຖະກິດ-ສັງຄົມມີ​ການ​ຂະຫຍາຍຕົວ​ ດ້ານການ​ຄົມມະນາຄົມ​ຂົນສົ່ງ​ກໍ​ໄດ້​ຮັບ​ການ​ພັດທະນາ​ເປັນ​ກ້າວໆ ເພື່ອ​ເປັນ​ການເວັ້ນ​ບັນຫາ​ການ​ສັນຈອນ​ແອ​ອັດ​ ໃນ​ສະຖານີ​ຂົນສົ່ງ​ຜູ້ໂດຍສານ​ສາຍ​ໃຕ້ ແລະຕ່າງປະ ເທດ​ແຫ່ງ​ເກົ່າ ເຊິ່ງ​ສະຖານີ​ຂົນສົ່ງ​ຜູ້ໂດຍສານ​ທາງໄກ​ສາຍ​ໃຕ້ ແລະຕ່າງປະເທດ​ແຫ່ງ​ໃໝ່ ຈະ​ເປີດ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການ​ໃນຕົ້ນ​ເດືອນ​ກັນຍາ​ນີ້ ພ້ອມ​ຫວັງ​ຈະ​ສ້າງ ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ຜູ້​ໂດຍສານ​ຫຼາຍ​ຂຶ້ນ.

ທ່ານ ວັນ​ເພັນ ສີ​ສຸກ ຮອງ​ອຳນວຍ​ການ​ສະຖານີ​ຂົນສົ່ງ​ຜູ້ໂດຍສານ​ສາຍ​ໃຕ້ ແລະ​ສາຍ​ຕ່າງປະເທດ ໃຫ້​ສຳພາດ​ວ່າ: ໂຄງການ​ກໍ່ສ້າງ​ສະຖານີ​ຂົນສົ່ງ​ຜູ້​ໂດຍສານ​ສາຍ​ໃຕ້ ແລະ​ສາຍ​ຕ່າງປະເທດ ແຫ່ງ​ໃໝ່​ໄດ້​ລົງມື​ກໍ່ສ້າງ​ມາ​ເປັນ​ເວລາ 2 ປີ​ກວ່າ​ແລ້ວ ປະຈຸ​ບັນ​ສຳເລັດ 95% ມູນ​ຄ່າ​ການ​ກໍ່ສ້າງ 50 ຕື້​ກວ່າ​ກີບ ໂດຍ ປັນ​ໂຄງການ​ສຳ​ປະ ທານ​ເນື້ອທີ່ 3 ກວ່າ ເຮັກຕາ, ອາຍຸ​ການ​ສຳ​ປະທານ​ແມ່ນ 40 ປີ ສາມາດ​ຕໍ່​ຕື່ມ​ສັນຍາ​ໄດ້​ເທື່ອ​ລະ 5 ປີ ຊຶ່ງ​ໂຄງ​ສ້າງ​ໄດ້​ອອກ​ແບບ​ທັນ​ສະໄໝ ແລະ​ໃຫຍ່​ກວ່າ​ເກົ່າ, ມີ​ລະບົບ​ຮັກສາ​ຄວາມປອດ​ໄພ ໂດຍ​ຜ່ານ​ປະຕູ​ດຽວ, ອາຄານເປັນ​ຕຶກ 2 ຊັ້ນ​ຄື: ຊັ້ນ​ທີ 1 ແມ່ນ​ປະກອບ​ມີ​ບ່ອນ​ຂາຍ​ປີ້​ລົດ​ຂອງ​ບັນດາ​ບໍ​ລິສັດ, ຮ້ານ​ມິ​ລິ​ມາກ ແລະ​ຮ້ານ​ຂາຍເຄື່ອງ ກິນ​ຕ່າງໆ, ສ່ວນ​ຊັ້ນ​ທີ 2 ແມ່ນ​ເປັນ​ຫ້ອງການ.

ສະຖານີ​ຂົນສົ່ງ​ຜູ້ໂດຍສານ​ສາຍ​ໃຕ້ ແລະ​ຕ່າງປະເທດແຫ່ງໃໝ່ແມ່ນ​ຕັ້ງ​ຢູ່​ບ້ານ​ສະພັງເມິກ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງຈັນ ໂດຍ​ຫ່າງ​ຈາກ​ສະຖານີ​ເກົ່າ​ທີ່​ຕັ້ງ​ຢູ່ ບ້ານ​ຊ້າງ​ຄູ່​ໄປ​ທາງ​ເສັ້ນທາງ 450 ປີ ປະມານ 700 ແມັດ, ສະຖານີ​ແຫ່ງ​ໃໝ່ ຈະ​ສາມາດ​ສ້າງ​ຄວາມ​ສະດວກ​ສະບາຍ ແກ່​ຜູ້ໂດຍສານ ສາມາດ​ຫຼຸດຜ່ອນ​ຄວາມແອ​ອັດ​ຈາກ​ເມື່ອ​ກ່ອນ​ໄດ້​ຢ່າງ​ຊິ້ນ​ເຊີງ, ສາມາດ​ຮອງ​ຮັບ​ລົດເມ​ໄດ້ 100 ກວ່າຄົນ, ສ່ວນ​ລົດ​ທີ່​ມາ​ສົ່ງ​ຜູ້ໂດຍສານ​ຮັບ​ໄດ້ ປະມານ 120 ຄັນ ຢູ່​ດ້ານ​ໜ້າ​ຂອງ​ສະຖາ​ນີ

ໃນ​ໂອກາດ​ນີ້ ທ່ານ ວັນ​ເພັນ ສີ​ສຸກ ໄດ້​ຮຽກຮ້ອງ​ມາ​ຍັງ​ພໍ່​ແມ່​ປະຊາຊົນ, ພະນັກ​ງານ​ຜູ້ໂດຍສານ​ທຸກ​ຊັ້ນ​ຄົນ ພ້ອມ​ກັນ​ໄປ​ໃຊ້​ບໍລິການ​ຢູ່​ສະຖານີ​ແຫ່ງ​ໃໝ່ ເພື່ອ​ເປັນ​ລະບົບ​ລະບຽບ​ຫຼຸດຜ່ອນ​ຄວາມແອ​ອັດ ທັງ​ນີ້ ສະຖານີ​ແຫ່ງ​ເກົ່າ​ແມ່ນ ຈະ​ໄດ້​ປິດ​ການ​ໃຫ້​ບໍລິການ​ແຕ່​ວັນ​ທີ 31 ສິງຫາ 2016 ເປັນຕົ້ນ​ໄປ, ສ່ວນ​ສະ​ຖານີ​ຂົນສົ່ງ​ຜູ້ໂດຍສານ​ແຫ່ງ​  ໃໝ່ ​ແມ່ນ​ຈະເປີດ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການ​ໃນ ວັນ​ທີ 1 ກັນຍາ 2016 ນີ້, ຊຶ່ງ​ວ່າ​ລາຄາຄ່າ​ຜູ້ໂດຍສານ​ທີ່​ໃຊ້​ບໍລິການ​ແມ່ນ​ຍັງ​ຢູ່ ລະດັບ​ເກົ່າ​ບໍ່​ມີ​ຂຶ້ນ ແລະ​ບໍ່​ມີ​ລົງ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...