spot_img
HomeມູມໄອທີລາວLeEco & Coolpad ຮ່ວມກັນເປີດໂຕເຮືອທຸງ Cool1 ທີ່ມາພ້ອມກ້ອງຫຼັງເລນຄູ່ ເລີ່ມຕົ້ນພຽງ 1.345.000 ກີບ

LeEco & Coolpad ຮ່ວມກັນເປີດໂຕເຮືອທຸງ Cool1 ທີ່ມາພ້ອມກ້ອງຫຼັງເລນຄູ່ ເລີ່ມຕົ້ນພຽງ 1.345.000 ກີບ

Published on

​ຫຼ້າສຸດນີ້ບໍລິສັດ LeEco & Coolpad ໄດ້ຮ່ວມກັນເປີດໂຕສະມາດໂຟນເຮືອທຸງລຸ້ນຂອງທັງສອງບໍລິສັດອອກມາແລ້ວ ທີ່ມີນາມວ່າ: Cool1. ສຳລັບ Cool1 ນີ້ຈະມີຈຸດເດັ່ນທີ່ເລື່ອງຂອງລາຄາທີ່ຂ້ອນຂ້າງຖືກຫຼາຍເມື່ອທຽບສະເປັກດຽວກັນກັບລຸ້ນອື່ນ ເພາະໃຫ້ມາທັງ Snapdragon 652, RAM 4GB, ROM 64 GB ລວມໄປເຖິງກ້ອງຫຼັງເລນຄູ່ ພ້ອມກັບເທັກໂນໂລຢີ Camera 2.0 ອີກນຳ ທັງໝົດນີ້ມີລາຄາເລີ່ມຕົ້ນພຽງ 1.345.000 ກີບເທົ່ານັ້ນ. 

ນອກຈາກນີ້, ພາຍໃນງານເປີດໂຕໂທລະສັບລຸ້ນດັ່ງກ່າວຍັງມີການປະກາດແຕ່ງຕັ້ງ ທ່ານ Liu Jianfeng ອະດີດປະທານຈາກ Huawei ເຂົ້າມາຮັບໜ້າທີ່ເປັນ CEO ປະຈຳ Coolpad Group ແລະຍັງຮັບໜ້າທີ່ເປັນທີ່ປຶກສາພິເສດໃຫ້ກັບ LeEco ອີກນຳ. 

ສຳລັບທ່ານ Liu Jianfeng ແມ່ນດຳລົງຕຳແໜ່ງປະທານຝ່າຍທຸລະກິດ ຂອງຫົວເຫວີ່ຍ ມາຈົນເຖິງວັນທີ 17 ກຸມພາ ປີ 2015 ກ່ອນທີ່ລາວຈະປະກາດລາອອກຢ່າງເປັນທາງການ. ໂດຍລາວຖືວ່າເປັນບຸກຄົນໜຶ່ງທີ່ມີບົດບາດສຳຄັນທີ່ເຮັດໃຫ້ຫົວເຫວີ່ຍປະສົບຄວາມສຳເລັດມາຈົນຮອດປັດຈຸບັນນີ້ ແລະລາວກໍຫວັງວ່າຈະເຮັດໃຫ້ເກີດຂຶ້ນອີກຄັ້ງກັບ Coolpad

ສຳລັບສະເປັກຂອງ Cool1 ມີດັ່ງນີ້:

  • ຂະໜາດໂຕເຄື່ອງແມ່ນ 152 x 74.8 x 8.2 ມມ (ລວງຍາວ × ລວງກວ້າງ × ຄວາມໜາ)
  • ໜັກປະມານ 173 ກຣາມ
  • ໃຊ້ຈໍ IPS 16 ລ້ານສີ, ຂະໜາດ 5.5 ນິ້ວ ພ້ອມຄວາມລະອຽດ FullHD (1920 x 1080 ພິກເຊວ)
  • ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Qualcomm Snapdragon 652 
  • GPU Adreno 510
  • RAM 3GB ແລະ 4GB
  • ROM 32GB ແລະ 64GB (ບໍ່ຮອງຮັບກາຣ໌ດ microSD)
  • ກ້ອງຫຼັງເລນຄູ່ 13 ລ້ານພິກເຊວ (ແຍກເປັນ ເລນສີ ແລະເລນຂາວດຳ)
  • ກ້ອງໜ້າ 8 ລ້ານພິກເຊວ
  • ແບັດເຕີຣີ lithium ຄວາມຈຸ 4060mAh
  • ຮອງຮັບພອຣ໌ດ USB Type-C ແລະຮູແຈັກ 3.5 ມມ
  • ຮອງຮັບ 2 ຊິມ ແລະສະເພາະ Nano ເທົ່ານັ້ນ
  • ຮອງຮັບ 4G, 3G, Bluetooth, Wifi. 
  • ຮອງຮັບເຊັນເຊີ້ Electronic compass, Light sensor, GPS module (ຮາດແວຣ໌), Proximity sensor, Gravity sensor, Gyro
  • ໃຊ້ງານ EUI ທີ່ສ້າງເທິງພື້ນຖານລະບົບ Android 6.0

ສຳລັບລາຄາຂອງ Cool1 ສາມາດແບ່ງອອກໄດ້ດັ້ງນີ້:

  • Cool1 ລຸ້ນ 3GB RAM + ROM 32GB ເລີ່ມຕົ້ນທີ່ 1099 ຢວນ (1.345.000 ກີບ)
  • Cool1 ລຸ້ນ 4GB RAM + ROM 32GB ເລີ່ມຕົ້ນທີ່ 1499 ຢວນ (1.835.000 ກີບ)
  • Cool1 ລຸ້ນ 4GB RAM + ROM 64GB ເລີ່ມຕົ້ນທີ່ 1699 ຢວນ (2.080.000 ກີບ)

ນອກຈາກ 3 ລຸ້ນຂ້າງເທິງນີ້ແລ້ວ ຍັງມີລຸ້ນພິເສດອີກລຸ້ນໜຶ່ງຄື Huachen special edition ທີ່ມີຈຳກັດພຽງ 2000 ເຄື່ອງເທົ່ານັ້ນ. ສຳລັບໂຕເຄື່ອງແມ່ນເລີ່ມເປີດໃຫ້ສັ່ງຈອງກັນແລ້ວຕັ້ງແຕ່ມື້ນີ້ ແລະ ຈະເລີ່ມວາງຈຳໜ່າຍໃນວັນທີ 24 ສິງຫານີ້ຜ່ານ JD.com, Lemall ແລະ ຮ້ານຄ້າອອນລາຍ Coolpad. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ເພີ່ມຕື່ມສຳລັບຮູບໂຕເຄື່ອງແທ້ໆຂອງ Cool1:



ທີ່ມາ:1,2,3,4

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...