spot_img
Homeຂ່າວຕ່າງປະເທດຊາວອິນໂດເນເຊຍ ອອກໄປໃຊ້ສິດເລືອກຕັ້ງປະທານາທິບໍດີຄົນໃໝ່

ຊາວອິນໂດເນເຊຍ ອອກໄປໃຊ້ສິດເລືອກຕັ້ງປະທານາທິບໍດີຄົນໃໝ່

Published on

INDONESIA-ELECTION
ເຈົ້າໜ້າທີ່ປະຈຳໜ່ວຍເລືອກຕັ້ງ ຍົກໃບປິວສະແດງລາຍຊື່ຜູ້ສະໝັກປະທານາທິບໍດີ ໂດຍໝາຍເລກ 1 ຄື ພົນໂທ ປຣາໂບໂວ ສຸບຽນໂຕ ແລະ ໝາຍເລກ 2 ຄື ທ່ານ ໂຈໂຄ ວິໂດໂດ

 

ປະຊາຊົນຊາວອິນໂດເນເຊຍ ແຫ່ແຫນກັນອອກໄປໃຊ້ສິດເລືອກຕັ້ງ ປະທານາທິບໍດີຄົນໃໝ່ຂອງປະເທດ

ໃນມື້ນີ້ (9 ກໍລະກົດ) ໂດຍສາມາດເວົ້າໄດ້ວ່າ ເປັນສະໜາມເລືອກຕັ້ງທີ່ສູສີ ແລະ ດຸເດືອດທີ່ສຸດ ເຊິ່ງເປັນ

ການຊິງໄຊກັນ ລະຫວ່າງ ໂຈໂຄ ວິໂດໂດ ເຈົ້າຄອງນະຄອນຫຼວງຈາກາຕາ ທີ່ມີບຸກຄະລິກຕິດດິນ ກັບທ່ານ

ພົນໂທ ປຣາໂບໂວ ສຸບຽນໂຕ ເຊິ່ງມີປະຫວັດທີ່ບໍ່ດີປານໃດໃນດ້ານສິດທິມະນຸດ.

 

ທ່ານ ວິໂດໂດ ອາຍຸ 53 ປີ ອະດີດພໍ່ຄ້າສົ່ງອອກເຟີນິເຈີ ຖືເປັນຜູ້ສະໝັກປະທານາທິບໍດີຄົນທຳອິດ ທີ່ກະແສ

ນິຍົມມາແຮງ ທັງທີ່ບໍ່ເຄີຍມີປະຫວັດເຊື່ອມໂຍງກັບຝ່າຍທະຫານມາກ່ອນ ແລະ ຖືກຕີລາຄາວ່າ ເປັນຜູ້ນຳ

ແນວໃໝ່ ທີ່ຈະນຳລະບອບປະຊາທິປະໄຕຂອງອິນໂດ ເຂັ້ມແຂງຂຶ້ນກ່ວາເກົ່າ.

 

ໃນສ່ວນຂອງທ່ານ ປຣາໂບໂວ ອາຍຸ 62 ປີ ເຊິ່ງມີບຸກລະຄິກຜູ້ນຳທີ່ເຂັ້ມແຂງ ເຮັດໃຫ້ເຂົາຊະນະໃຈພົນລະ

ເມືອງອິນໂດເນເຊຍໄດ້ບໍ່ໜ້ອຍ ໂດຍໃນຂະນະທີ່ນັກວິຈານກໍເຕືອນວ່າ ການກ້າວເຂົ້າສູ່ອຳນາດຂອງ ປຣາ

ໂບໂວ ອາດຈະພາອິນໂດເນເຊຍ ກັບຄືນໄປສູ່ຍຸກຂອງຜະເດັດການ.

 
ໜ່ວຍເລືອກຕັ້ງ ສ່ວນໃຫຍ່ໃນແຂວງປາປົວ ທາງພາກຕາເວັນອອກສຸດຂອງອິນໂດເນເຊຍ ເລີ່ມເປີດຫີບ

ຕັ້ງແຕ່ເວລາ 7:00 ຕາມເວລາທ້ອງຖິ່ນ ໃນຂະນະທີ່ແຫ່ງອື່ນໆເຊິ່ງຢູ່ໃນພື້ນທີ່ຫ່າງໄກ ຍັງຕ້ອງລໍຖ້າບັດເລືອກ

ຕັ້ງ ແລະ ຫີບບັດ, ເນື່ອງຈາກມີຝົນຕົກໜັກ ແລະ ລົມແຮງຕໍ່ເນື່ອງມາຫຼາຍມື້ ເຮັດໃຫ້ການຂົນສົ່ງບັດເລືອກ

ຕັ້ງ ຂ້ອນຂ້າງຍາກລຳບາກ.

 

ຢູ່ໃນຜົນສຳຫຼວດຄັ້ງລ່າສຸດມື້ວານນີ້ (8 ກໍລະກົດ) ເຜີຍວ່າ ທ່ານ ວິໂດໂດ ມີຄະແນນນຳໜ້າ ທ່ານອາດີດນາຍ

ພົນ ສຸບຽນໂຕ ພຽງ 2,7% ແລະ ເນື່ອງຈາກປະຊາຊົນຈຳນວນຫຼາຍ ຍັງບໍ່ສາມາດຕັດສິນໃຈຈະເລືອກໃຜນັ້ນ

ນັກວິເຄາະຈິ່ງເບິ່ງວ່າ ໂອກາດທີ່ຜົນການເລືອກຕັ້ງ ຈະມີການພິກລ໋ອກກໍມີສູງຫຼາຍ.

 

ແນວໃດກໍຕາມ ຜູ້ທີ່ຊະນະເລືອກຕັ້ງໃນຄັ້ງນີ້ ຈະຕ້ອງເຂົ້າມາຮັບໜ້າທີ່ໃນການນຳພາປະເທດອິນໂດເນເຊຍ

ຕໍ່ຈາກທ່ານ ປະທານາທິບໍດີ ຊູຊິໂລ ບຳບັງ ຢຸດໂທໂຍໂນ ເຊິ່ງຈະໝົດວາລະລົງໃນເດືອນຕຸລານີ້.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...