Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານເຕືອນ! ບັນຫາສຸຂະພາບທີ່ຮ້າຍແຮງ ສັງເກດໄດ້ຈາກການປ່ຽນແປງຂອງຜິວໜັງຕາມຮ່າງກາຍ

ສັນຍານເຕືອນ! ບັນຫາສຸຂະພາບທີ່ຮ້າຍແຮງ ສັງເກດໄດ້ຈາກການປ່ຽນແປງຂອງຜິວໜັງຕາມຮ່າງກາຍ

Published on

ອະໄວຍະວະພາຍນອກທີ່ສຳຄັນທີ່ສຸດໃນການຊ່ວຍປົກປ້ອງອະໄວຍະວະພາບໃນນັ້ນກໍ່ຄືຜິວໜັງ ມີໜ້າທີ່ປົກປ້ອງປັດໃຈພາຍນອກເພື່ອຮັກສາສຸຂະພາບພາຍໃນ ການປ່ຽນແປງໃນຜິວໜັງຂອງທ່ານຄືການເຕືອນໄພບາງຢ່າງ ດັ່ງນັ້ນທ່ານຄວນໃຫ້ຄວາມສຳຄັນຢ່າງເມີນເສີຍກັບຜິວໜັງທີ່ມີການປ່ຽນແປງ ເພາະມັນອາດບົ່ງບອກການເກີດໂຣກຕ່າງໆໃນຮ່າງກາຍໄດ້

ຜິວແຫ້ງ
ຖ້າທ່ານສັງເກດວ່າເຫັນຜິວໜັງຂອງທ່ານແຫ້ງເກີນໄປ ເປັນສັນຍານບົ່ງບອກວ່າຮ່າງກາຍມີພາວະການຂາດນ້ຳເກີດຂຶ້ນ ຫຼື ບໍ່ດັ່ງນັ້ນທ່ານກໍ່ດື່ມເຄື່ອງດື່ມທີ່ມີສານຄາເຟອິນ ຫຼື ແອລກໍຮໍຫຼາຍຈົນເກີນໄປ

ເປັນສິວຮອບຂອບປາກ ແລະ ຄາງ
ຖ້າທ່ານສັງເກດເຫັນສິວຮອບຂອບປາກ ແລະ ຄາງຂອງທ່ານ ເປັນສັນຍານຂອງຮັງໄຂ່ເຮັດວຽກຜິດປົກກະຕິ ການຢຸດສະງັກຂອງລະບົບຕ່ອມໄຮ້ທໍ່ ເຊິ່ງສາມາດນຳໄປສູ່ການມີລູກຍາກ

ຜິວຄ້ຳບໍລິເວນລຳຄໍ ແລະ ຮັກແຮ້
ອາດມີບັນຫາເລື່ອງໂຣກເບົາຫວານ ຫຼື ມີບັນຫາທີ່ຕ່ອມໄທຣອຍ ການຢຸດສ້າງເມັດສີຜິວຕາມຮອບພັບຂອງຜິວໜັງ ມັກເກີດຂຶ້ນກັບຜູ້ທີ່ມີຄວາມສ່ຽງກັບຜູ້ທີ່ເປັນເບົາຫວານຊະນິດທີ 2

ຜິດຈືດຈາງຫຼາຍ
ຖ້າທ່ານເປັນໂຣກເລືອດຈາງ ຜິວຂອງທ່ານຈະມີສີຈີດຢ່າງເຫັນໄດ້ຊັດເຈນ ໂຣກເລືອດຈາງເປັນພາວະທີ່ຮ່າງກາຍບໍ່ສາມາດຜະລິດເຊລເມັດເລືອດແດງໄດ້ຫຼາຍພໍ ເຊິ່ງອາດເກີດຈາກການຂາດທາດເຫຼັກ ກົຣດໂຟລິກ ແລະ ວິຕາມິນບີ 12 ແລະ ຍັງສາມາດເກີດໄດ້ຈາກກຳມະພັນອີກດ້ວຍ

ຂໍ້ມູນອ້າງອີງຈາງ : naturalherbsandmedicine.com

ແລະ http://www.rak-sukapap.com/2016/08/blog-post_887.html

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...