Homeຂ່າວຕ່າງປະເທດຫວຽດນາມ ຫລຸດເປົ້າສົ່ງອອກເຂົ້າອີກຮອບ ເຫລືອ 4.75 ລ້ານໂຕນ ຕ່ຳສຸດໃນຮອບ 8 ປີ!

ຫວຽດນາມ ຫລຸດເປົ້າສົ່ງອອກເຂົ້າອີກຮອບ ເຫລືອ 4.75 ລ້ານໂຕນ ຕ່ຳສຸດໃນຮອບ 8 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ສີງຫາຜ່ານມານີ້ວ່າ ສະມາຄົມອາຫານຫວຽດນາມ ໄດ້ປັບຫລຸດເປົ້າໝາຍ ການສົ່ງອອກເຂົ້າຂອງປະເທດ ເປັນຄັ້ງທີ 2 ຂອງປີ ຈາກທີ່ກຳນົດໄວ້ 5.7 ລ້ານໂຕນ ເມື່ອເດືອນມິຖຸນາຜ່ານມາ ຫລຸດລົງເຫລືອພຽງ 4.75 ລ້ານໂຕນ ຊຶ່ງນັບເປັນຕົວເລກການສົ່ງອອກເຂົ້າ ທີ່ຕ່ຳທີ່ສຸດຂອງຫວຽດນາມ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ.

ທັງນີ້ ສະມາຄົມອາຫານຫວຽດນາມ ໃຫ້ຮູ້ວ່າ ການປັບຫລຸດຕົວເລກດັ່ງກ່າວນີ້ລົງ ແມ່ນເນື່ອງຈາກ ຂາດແຄນຄຳສັ່ງຊື້ ຈາກຕະຫລາດທີ່ສຳຄັນໃນອາຊີ ແລະ ອາຟຣິກາ, ພ້ອມດຽວກັນນັ້ນ ການປ່ອຍຂາຍເຂົ້າເພີ່ມຂຶ້ນຂອງໄທ ກໍເປັນອີກປັດໄຈໜຶ່ງ ສົ່ງຜົນເຮັດໃຫ້ ຍອດການສົ່ງອອກເຂົ້າຫວຽດນາມ ຫລຸດລົງ.

ໍ

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...