spot_img
Homeຂ່າວພາຍ​ໃນໂອລິມປິກສົ່ງນັກກີລາຢູໂດຊາວອີຢິບກັບປະເທດ ເນື່ອງຈາກບໍ່ຍອມຈັບມືນັກກີລາຊາວຢິວ

ໂອລິມປິກສົ່ງນັກກີລາຢູໂດຊາວອີຢິບກັບປະເທດ ເນື່ອງຈາກບໍ່ຍອມຈັບມືນັກກີລາຊາວຢິວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ຄຣີໂອເດຈາເນໂຣ ປະເທດ ບຣາຊິນ ເມື່ອວັນທີ 15 ສິງຫາ. ວ່າຄະນະກຳມະການໂອລິມປິກສາກົນ (ໄອໂອຊີ) ອອກຖະແຫຼງການເມື່ອວັນຈັນ ວ່າ ຄະນະກຳມະການໂອລິມປິກ ຈະສົ່ງຕົວ ອິສລາມ ເອລ ຊີຮາບີ ນັກກີລາຢູໂດລຸ່ນ ເຮຟວີເວດກັບ ປະເທດແລ້ວຈາກກໍລະນີທີ່ ຊີຮາບີ ໄວອາຍຸ 32 ປີ ອະດີດແຊັມໂລກ ເມື່ອປີ 2010 ປະຕິເສດຈັບມືກັບ ອໍຣ ແຊສຊັນ ນັກກີລາຈາກອິສຣາເອລ ຫຼັງສຳເລັດການແຂ່ງຂັນໃນຮອບທຳອິດເມື່ອວັນສຸກທີ່ຜ່ານມາ ເຊິ່ງ ຊີຮາບີ ເປັນຝ່າຍເສຍ

550

 

ທັງນີ້ ໄອໂອຊີຢືນຢັນວ່າ ກົດຂອງງສະຫະພັນຢູໂດນານາຊາດ (ໄອເຈເອຟ) ທີ່ບໍ່ໄດ້ລະບຸວ່ານັກກີລາຕ້ອງຈັບມືກັນຫຼັງເສັດສິ້ນການແຂ່ງຂັນ ແຕ່ການກະທຳຂອງ ເອລ ຊີຮາບີ ຖືເປັນການທຳລາຍ ຈິດວິນຍານ ຂອງໂອລິມປິກທີ່ສົ່ງເສີມການສະແດງນ້ຳໃຈນັກກີລາ ແລະ ມິດຕະພາບລະຫວ່າງຜູ້ແຂ່ງຂັນ ພ້ອມທັງສະແດງຄວາມຫວັງຈະບໍ່ເຫດການແບບນີ້ເກີດຂຶ້ນອີກໃນອານາຄົດ ນອກຈາກນີ້ ຄະນະກຳມະການໂອລິມປິກອີຢິບ ອອກຖະແຫຼງການອີກສະບັບໜຶ່ງ ລະບຸການໃຫ້ຄວາມເຄົາລົບນັກກີລາທຸກເພດ ທຸກໄວ ແລະ ຈາກທຸກປະເທດດ້ວຍຄວາມເທົ່າທຽມກັນ

https://youtu.be/5xrYxMiZHIY

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...