spot_img
Homeນານາສາລະພຶດຕິກຳເຮັດແລ້ວອາຍຸສັ້ນ

ພຶດຕິກຳເຮັດແລ້ວອາຍຸສັ້ນ

Published on

  1. ການສູບຢາ ແລະດື່ມສຸລາ: ທັງສອງຢ່າງນີ້ສົ່ງຜົນເສຍຕໍ່ອະໄວຍະວະພາຍໃນ ແລະພາຍນອກ, ເຮັດໃຫ້ປອດ ແລະຕັບເຮັດວຽກໜັກ, ເຮັດໃຫ້ແກ່ໄວ, ສ່່ຽງຕໍ່ການເກີດມະເລັງ ແລະສຸດທ້າຍກໍເຮັດໃຫ້ເສຍຊີວິດໄດ້
  2. ການກິນອາຫານເຄັມ: ມີການວິໄຈພົບວ່າ ຄົນທີ່ມັກກິນອາຫານເຄັມ ຈະມີອັດຕາການເກີມະເລັງສູງກວ່າຄົນທີ່ກິນອາຫານທີ່ຈືດ, ດັ່ງນັ້ນ ຄວນກິນອາຫານບໍ່ຄວນກິນອາຫານເຄັມ ກ່ອນທີ່ຈະສວາຍເກີນໄປ
  3. ການນອນເດິກ: ເພາະການນອນເດິກຈະເຮັດໃຫ້ໂຮໂມນໃນການຕ້ານມະເລັງບໍ່ຫຼັ່ງອອກມາ ຫຼືຫຼັ່ງອອກມາໜ້ອຍເກີນໄປ ແລະສ່ຽງຕໍ່ການເກີດພະຍາດອື່ນໆເຊັ່ນ: ຄວາມດັນເລືອດ, ໄຂມັນສູງ ແລະຕຸ້ຍເກີນໄປ, ເພາະວ່າຄົນນອນເດິກມັກຈະອາການຫິວ ແລະຕ້ອງຫາຫຍັງມາກິນ ເຊິ່ງບໍ່ເປັນຜົົນດີຕໍ່ສຸຂະພາບ.
  4. ການເຄັ່ງຕຶງ: ເປັນການເພີ່ມຄວາມສ່ຽງໃນການເກີດມະເລັງ, ຍັງເຮັດໃຫ້ຊີວິດບໍ່ມີຄວາມສຸກ, ເຮັດໃຫ້ມີຄວາມທຸກ ທັງເລື່ອງສ່ວນຕົວ, ຄອບຄົວ ແລະວຽກງານອີກດ້ວຍ
  5. ບໍ່ມັກຖ່າຍເບົາ: ຢ່າງທີ່ຮູ້ນໍາກັນຢູ່ແລ້ວວ່າການຖ່າຍເບົາ (ນໍ້າຍ່ຽວ) ເປັນສິ່ງທີ່ເສດເຫຼືອອອກຈາກຮ່າງກາຍ, ເມື່ອເຮົາບໍ່ຖ່າຍເທອອກຈະເຮັດໃຫ້ເກີດເປັນມະເລັງ.ໄດ້
  6. ກິນອາຫານທີ່ຮ້ອນ: ການກິນຂອງຮ້ອນ ເປັນຕົ້ນແມ່່ນຊາ ຫຼືກາເຟ ຖ້າບໍ່ລະວັງອາດຈະໄປລວກເຊວຫຼອດອາຫານຈົນອັກເສບ ແລະມີໂອກາດປ່ຽນເປັນເຊວມະເລັງໄດ້, ທາງທີ່ດີເຮົາຄວນຫຼີກລຽງອາຫານ ແລະເຄື່ອງດື່ມທີ່ຮ້ອນເກີນໄປ ຖ້າໃຫ້ມັນອຸ່ນກ່ອນຄ່ອຍກິນ.
  7. ຕາກແດດດົນ: ເຮັດໃຫ້ສ່ຽງເກີດມະເລັງຜິວໜັງ ເພາະແສງແດດເປັນລັງສີ ທີ່ກະຕຸ້້ນເຊວໃຫ້ແບ່ງຕົວໄປຢ່າງບໍ່ຢຸດຢັ້ງ, ກາຍເປັນກ້ອນໃຫຍ່ຂຶ້ນເລື້ອຍໆ. ວິທີປ້ອງກັນແມ່ນ ຫຼີກລຽງການຕາກແດດທີ່ແຮງກ້າ, ຖ້າຫຼີກບໍ່ໄດ້ກໍຄວນທາຄີມກັນແດດ, ກັ້ງຄັນຮົ່ມ ຫຼືນຸ່ງເສື້ອແຂນຍາວໃສ່.
  8. ກິນແຕ່ຢາ: ຫົວໃຈເປັນສິ່ງສຳຄັນທີ່ສຸດ ແຕ່ທີ່ສຳຄັນທີ່ສຸດຂອງຮ່າງກາຍແມ່ນ “ຕັບ” ແລະແມ່ນຫຍັງກໍຕາມທີ່ເຂົ້າໄປໃນຮ່າງກາຍ ຕັບຈະຕ້ອງກັ່ນຕອງຂອງທີ່ເປັນສານພິດອອກ ນັ້ນກໍຄືສາເຫດທີ່ບໍ່ຢາກໃຫ້ກິນຫຍັງທີ່ບໍ່ເປັນປະໂຫຍດຕໍ່ຮ່າງກາຍລົງໄປ, ທີ່ສຳຄັນຄືການກິນຢາແກ້ປວດກໍເປັນການເຮັດໃຫ້ຕັບອ່ອນເພຍລົງ ເຮັດໃຫ້ພະຍາດແຊກຊ້ອນເຂົ້າໃນຮ່າງກາຍ.
  9. ເຮັດວຽກໜັກ: ການເຮັດວຽກບໍ່ມີເວລາຢຸດ, ບໍ່ມີເວລາດູແລຕົນເອງ, ໃນທີ່ສຸດເຈົ້າກໍຈະເຈັບປ່ວຍ ທີ່ສຳຄັນວຽກທີ່ເຮັດກໍບໍ່ໄດ້ຮັບຜົນດີ. ເຄັດລັບຄື ເມື່ອຮູ້ສຶກເມື່ອຍຈົນໃຈຊິຂາດ, ມືນຕາບໍ່ຂຶ້ນ, ໃຫ້ນອນພັກຜ່ອນ ເມື່ອຕື່ນຂຶ້ນມາສະໝອງຈະສົດຊື່ນ ຄິດຫຍັງກໍອອກ ແລະໃຊ້ເວລາເຮັດວຽກໜ້ອຍລົງ.
  10. ຄິດທຸກເລື່ອງ: ຂໍ້ນີ້ເບິ່ງແລ້ວຄືຈະບໍ່ສຳຄັນ ແຕ່ຢ່າເບິ່ງຂ້າມ ເພາະຖ້າເຮົາເຊົາຄິດເລື່ອງເຄັ່ງຄຽດຈະເຮັດໃຫ້ຈິດໃຈສົດຊື່ນແຈ່ມໃສ ເຮັດໃຫ້ເຈົ້າມີທັງຮ່າງກາຍ ແລະຈິດໃຈທີ່ດີ, ເຊົາຄິດ,​ ເຊົາເຄັ່ງຄຽດ ຈະເຮັດໃຫ້ເຈົ້າມີອາຍຸຍືນຫຼາຍຂຶ້ນ.

ຖ້າໃຜບໍ່ຢາກໃຫ້ອາຍຸສັ້ນຄວນປ່ຽນພຶດຕິກຳຈາກ 10 ຂໍ້ດັ່ງທີ່ກ່າວມານັ້ນ ຫາກເຮັດໄດ້ຮັບຮອງວ່າອາຍຸຍືນແນ່ນອນ.

ທີ່ມາ: kaijaew

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...