Homeສຸຂະພາບ ແລະ ສີ່ງແວດລ້ອມດີ່ືມວາຍແດງມື້ລະຈອກຊ່ວຍເສີມສ້າງຫົວໃຈ ໃຫ້ແຂງແຮງ

ດີ່ືມວາຍແດງມື້ລະຈອກຊ່ວຍເສີມສ້າງຫົວໃຈ ໃຫ້ແຂງແຮງ

Published on

ເຊື່ອ​ວ່າ​ຫລາຍໆຄົນ​ຄົງ​ເຄີຍ​ໄດ້​ຍິນ ການ​ດື່ມ​ວາຍ​ແດງ​ມື້ລະ 1 ຈ​ອກ ຈະ​ຊ່ວຍ​​ໃຫ້​ສຸຂະພາບ​ຫົວ​ໃຈແຂງ​ແຮງ​ໄດ້ ກໍ່​ເພາະວ່າ​ວາຍ​ແດງ​ເປັນ​ແຫ່​ລງທີ່​ອຸດົມສົມບູນ​ໄປ​ດ້ວຍ​ອະນຸ​ມູນ​ອິດສະຫລະ ປົກ​ປ້ອງ​ຫລອດ​ເລືອດ​ຫົວ​ໃຈ ​ແລະ ຊ່ວຍ​ຫລຸດ​ລະດັບ​​ໄຂມັນໃນ​ເລືອດ ​ແຕ່​ຮູ້​ຫລື​ບໍ່​ວ່າ​ບໍ່​ແມ່ນ​ແຕ່​ວາຍ​ແດງ​ເທົ່າ​ນັ້ນ​ທີ່ດີ​ຕໍ່​ສຸຂະພາບ, ​ເບຍ​ກໍ່​ດີ​ຕໍ່​ສຸຂະພາບ​ເຊັ່ນ​ກັນຫາ​ກດື່ມ​ຢ່າງ​ເໜາະ​ສົມ ​ເພາະ​ໃນ​ເບ​ຍກໍ່​ມີ​ແຮ່​ທຳ​ມະ​ຊາດ​ທີ່​ສຳຄັນ​ຄື​ກັນ​ເຊັ່ນ B6 ທີ່​ຊ່ວຍ​ຕໍ່ສູ້​ກັບ​ການ​ສະ​ສົມ​ຂອງ​ກົດ ຮໍ​ໂມນ ຫລື homocysteine ​ເປັນ​ໜິ່ງ​ໃນ​ສານ​​ເຄມີ ອັນຕະລາຍ ທີ່​ກ່ຽວຂ້ອງ​ກັບ​ໂລກ​ຫົວ​ໃຈ ​ແຕ່​ຖ້າ​ຢາກ​ໃຫ້​ໄດ້​ຜົນ​ດີ​ກໍ່​ຄວນ​ຈະ​ດື່ມ​​ໃຫ້​ເໜາະ​ສົມ​ ​ເພາະ​ຖ້າ​ຫາກ​ດີ່ມຫລາຍ​ເກີນ​ໄປ​ອາດ​ຈະ​ເຮັດ​ໃຫ້​ຄວາມ​ດັບ​ເລືອດ​ສູງ​ເຮັດ​ໃຫ້​​ເກີດຫົວ​ໃຈວາຍ​ໄດ້ ຫລື​ເກີດ​ຄວາມ​ເສຍ​ຫາຍ​ຂອງ​ກ້າມ​ເນື້ອ​ຫົວ​ໃຈ​ໄດ້

ທີ່ມາ: http://kpl.gov.la/detail.aspx?id=15844

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...