Homeສຸຂະພາບ ແລະ ສີ່ງແວດລ້ອມເປັນຫຍັງອອກກຳລັງກາຍແຕ່ຍັງອ້ວນ

ເປັນຫຍັງອອກກຳລັງກາຍແຕ່ຍັງອ້ວນ

Published on

   ຫຼາຍຄົນຫັນມາອອກກຳລັງກາຍຫຼາຍຂຶ້ນ ໂດຍສ່ວນໃຫຍ່ມີຈຸດມຸ່ງໝາຍໃນການຫຼຸດຄວາມອ້ວນ ຫຼື ຫຼຸດນໍ້າໜັກແຕ່ເປັນຫຍັງ ບໍ່ເຫັນຜົນຈັກເທື່ອບາງຄົນຜັດອ້ວນຂຶ້ນກວ່າເກົ່າ.

     ຄົນທີ່ຕ້ອງການຫຼຸດຄວາມອ້ວນ ມີຫຼັກການງ່າຍໆຄື: ການນຳເຂົ້າ ແລະເອົາອອກ ໂດຍການນຳເຂົ້າໝາຍເຖິງການຮັບປະທານ ສ່ວນການອອກຄືການນຳພະລັງງານທີ່ໄດ້ຈາກອາຫານມາໃຊ້ ຖ້າຮັບປະທານເຂົ້າໄປແລ້ວໃຊ້ໝົດ ແນວໃດກໍ່ບໍ່ອ້ວນ.

ແຕ່ຫຼາຍຄົນທີ່ເຮັດມາແລ້ວບໍ່ສຳເລັດເພາະຄິດວ່າອອກກຳລັງກາຍແລ້ວກິນຫຍັງກໍໄດ້ເຮັດໃຫ້ກິນເຂົ້າໄປຫຼາຍກວ່າທີ່ເອົາອອກເຮັດໃຫ້ຮ່າງກາຍນຳພະລັງງານ ສ່ວນເກີນໄປສະສົມໃນຮູບແບບໄຂມັນເຮັດວຽກຮອບເອວ.

ລອຍນໍ້າ, ຂີ່ລົດຖີບ ຫຼື ຊົກມວຍ ນອກຈາກຈະຫຼຸດໄຂມັນແລ້ວ ຍັງຊ່ວຍໃຫ້ການເຮັດວຽກ ຂອງປອດ ແລະຫົວໃຈແຂງແຮງ.

ຫາກເຮັດຢ່າງສະໝໍ່າສະເໝີການເຜົາໄໝ້ພະລັງງານແຕ່ລະມື້ ຈະຫຼາຍຂຶ້ນເຮັດໃຫ້ຫຼຸດນໍ້າໜັກໄດ້ ໄວຂຶ້ນແຕ່ຫາກນຳມາລວມກັບ ການອອກກຳລັງກາຍແບບເວທລິຟຕິ້ງ ເພື່ອເພີ່ມກ້າມຊິ້ນກໍຈະເຮັດໃຫ້ການຫຼຸດຄວາມອ້ວນ ຫຼື ການຫຼຸດນໍ້າໜັກມີປະສິດທິພາບຫຼາຍຂຶ້ນ.

 

ທີ່ມາ: 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...