Homeສຸຂະພາບ ແລະ ສີ່ງແວດລ້ອມສູດນ້ຳຕົ້ມຮາກໝາກບວບ ດື່ມແກ້ປວດຫົວ

ສູດນ້ຳຕົ້ມຮາກໝາກບວບ ດື່ມແກ້ປວດຫົວ

Published on

ສຳລັບ​ໃຜ​ທີ່​ກຳ​ລັງ​ທໍລະມານ​ກັບ​ອາການ​ແກ້​ປວດ​ຫົວ​ ແລະ ​ຕ້ອງ​ການ​ຮັກສາ​ດ້ວຍ​ວິທີ​ທຳມະຊາດ​ ວັນນີ້ເຮົາ​ຂໍ​ແນະ​ນຳ​ສູດ​ນ້ຳ​ຕົ້ມ​ໝາກຮາກ​ບວບ​ ດື່ມ​ແກ້​ປວດ​ຫົວມາຝາກກັນ ລອງເຮັດເບິ່ງ ເພື່ອມັນຈະຊ່ວຍຫຼຸດອາການເຈັບປວດຂອງທ່ານໄດ້

0333

ສູດ​ນ້ຳ​ຕົ້ມຮາກໝາກ​ບວບ​

ໃຫ້ນຳຮາກໝາກບວບມາລ້າງໃຫ້ສະອາດ ແລ້ວກໍ່ນຳໄປຕາກແດດໃຫ້ແຫ້ງພໍໝາດໆ ຈາກນັ້ນກໍ່ນຳມາຕົ້ມໃນອັດຕາສ່ວນຄື ຮາກໝາກບວບ 1 ກຳ ຕໍ່ນ້ຳ 3 ໂອ ຕົ້ນນ້ຳໃຫ້ຟົດດົນໆ ຈົນເຫຼືອນ້ຳພຽງ 1 ໂອ

ວິທີດື່ມ: ແມ່ນດື່ມມືລະ 3 ເມື່ອ ເຊົ້າ, ສວາຍ, ແລງ ຄັ້ງລະ 1 ຈອກ ດື່ມເປັນປະຈຳກໍ່ຈະຊ່ວຍຮັກສາອາການປວດຫົວໄດ້ດີ

 

ທີ່ມາ: http://news.com.la/detail/17378

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...