spot_img
Homeຂ່າວທ້ອງຖິ່ນດຣ.ລຽນ ທິແກ້ວ ເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບຢູ່ຈໍາປາສັກ

ດຣ.ລຽນ ທິແກ້ວ ເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບຢູ່ຈໍາປາສັກ

Published on

10525879_806357326064862_6833170668239480328_n

ທ່ານ ດຣ.ລຽນ ທິແກ້ວ ກໍາມະການສູນກາງພັກ ລັດຖະມົນຕີວ່າການກະຊວງການເງິນ ໄດ້ພົບປະ ໂອ້ລົມການນໍາພະແນກການກົມກອງ, ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ ເພື່ອຊຸກຍູ້ການ ຈັດເກັບລາຍຮັບເຂົ້າງົບປະມານໃນ 3 ເດືອນທ້າຍປີສົກງົບປະມານ 2013-2014 ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້.
ການພົບປະໂອ້ລົມຄັ້ງນີ້ມີຂຶ້ນໃນວັນທີ 3 ກໍລະກົດ 2014 ທີ່ຜ່ານມາ ຢູ່ພະແນກການເງິນແຂວງ ຈໍາປາສັກ, ໃນການພົບປະທ່ານ ລຽນ ທິແກ້ວ ໄດ້ຮັບຟັງການລາຍງານສະພາບການຕົວຈິງໃນ ການຈັດຕັ້ງປະຕິບັດຈັດເກັບງົບປະມານ ຊຶ່ງໃນ 9 ເດືອນແຂວງຈໍາປາສັກປະຕິບັດລາຍຮັບໄດ້ທັງໝົດ 760,90 ຕື້ກີບ, ໃນນັ້ນລາຍຮັບຈາກການຂາຍໄມ້ 12,12 ຕື້ກີບ, ລາຍຮັບປົກກະຕິ 748,78 ຕື້ກີບ, ທຽບໃສ່ແຜນການ(1.060,15 ຕຶ້ກີບ) ເທົ່າກັບ 70,63%, ທຽບໃສ່ແຜນການ 9 ເດືອນ ເທົ່າກັບ 89%, ທຽບໃສ່ໄລຍະດຽວຂອງປີກ່ອນເພີ່ມຂຶ້ນ 19%, ພ້ອມນີ້ກໍ່ໄດ້ຮັບຟັງການລາຍງານທິດທາງແຜນການຄາດຄະເນ 3 ເດືອນທ້າຍປີສົກງົບປະມານ 2013-2014 ຊຶ່ງລາຍງານໂດຍທ່ານ ໄພທູນ ສີພູມມາ ຮອງຫົວໜ້າພະແນກການເງິນແຂວງ.
ຈາກນັ້ນທ່ານ ລຽນ ທິແກ້ວ ກໍ່ໄດ້ໃຫ້ກຽດໂອ້ລົມ, ເນື້ອໃນສໍາຄັນບາງຕອນທ່ານກ່າວວ່າ: ໃນທີ່ຜ່ານມາການວາງແຜນຈັດເກັບລາຍຮັບເຂົ້າງົບປະມານເຫັນວ່າສູງກ່ວາຖານລາຍຮັບຈິງບວກກັບຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ຂອງພະນັກງານ ແລະ ຄວາມບໍ່ຈິງໃຈໃນການມອບພັນທະອາກອນຂອງຫົວໜ່ວຍທຸລະກິດຈໍານວນໜຶ່ງ ຈິ່ງເຮັດໃຫ້ລາຍຮັບງົບປະມານຮົ່ວໄຫລ ແລະ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້, ຈາກນັ້ນທ່ານຈິ່ງໄດ້ເນັ້ນໃຫ້ຄະນະນໍາທຸກພະແນກການກົມກອງ, ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງທີ່ມີຄວາມຮັບຜິດຊອບໂດຍກົງໃນການຈັດເກັບລາຍຮັບເຂົ້າງົບປະມານຕ້ອງເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດຂອງພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີ ສະຕິຮັກຊາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຊື່ສັດໃນການປະຕິບັດໜ້າທີ່ວຽກງານ, ເອົາໃຈໃສ່ ການຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງເອົາໃຈໃສ່ເຂັ້ມງວດກວດກາ ຕີລາຄາປະເມີນຜົນການເຄື່ອນໄຫວວຽກງານຂອງພະນັກງານວິຊາການທີ່ກ່ຽວຂ້ອງ ເພື່ອຕ້ານ ແລະ ສະກັດ ກັ້ນການຮົ່ວໄຫວຂອງງົບປະມານ, ຈາກນັ້ນກໍ່ເອົາໃຈໃສ່ປະສານສົມທົບກັບພະແນກການກົມກອງຕ່າງໆ ອ້ອມຂ້າງແຂວງ ແລະ ເມືອງໃຫ້ເປັນເຈົ້າການປະກອບສ່ວນຢ່າງຈິງຈັງໃນການຈັດເກັບລາຍຮັບເຂົ້າງົບປະ ມານ, ສໍາຫຼວດກວດກາ ແລະ ໄລ່ລຽງຄືນກ່ຽວກັບການມອບພັນທະອາກອນຂອງບັນດາຫົວໜ່ວຍທຸລະກິດ, ລັດວິສາຫະກິດຕ່າງໆ ວ່າມີຄວາມຖືກຕ້ອງເໝາະສົມກັບລາຍຮັບຕົວຈິງຫຼືບໍ່ ໂດຍສະເພາະແມ່ນວິສາຫະກິດ ທີ່ນໍາເຂົ້າພາຫະນະ ຊຶ່ງໃນທີ່ຜ່ານມາເຫັນວ່າການມອບພັນທະອາກອນບໍ່ຖືກຕ້ອງກັບຄວາມເປັນຈິງ ແລະ ຫົວໜ່ວຍທຸລະກິດອື່ນໆກໍ່ຕ້ອງມີການໄລ່ລຽງໃຫ້ຖືກຕ້ອງເຊັ່ນກັນ, ທັງນີ້ກໍ່ເພື່ອເຮັດໃຫ້ການຈັດເກັບລາຍຮັບ ເຂົ້າງົບປະມານໃນ 3 ເດືອນທ້າຍປີ ສົກ 2013-2014 ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໃນພິທີມີຫົວໜ້າກົມ, ຮອງກົມທີ່ກ່ຽວຂອງຈາກກະຊວງການເງິນ, ມີການນໍາຈາກພະແນກການເງິນ ແຂວງ, ພະແນກສ່ວຍສາອາກອນແຂວງ, ພາສີປະຈໍາເຂດ IV, ພາສີດ່ານສາກົນວັງ, ຂະແໜງການສາຍ ຕັ້ງອ້ອມຂ້າງພະແນກການເງິນແຂວງ ແລະ ການນໍາຫ້ອງການໆເງິນ 10 ຕົວເມືອງ ກໍ່ໄດ້ເຂົ້າຮ່ວມ.
ຂ່າວ-ພາບ: ທູນທອງໃຈ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...