spot_img
Homeຂ່າວທ້ອງຖິ່ນຢຶດໄມ້ລັກລອບໄປຕ່າງປະເທດໄດ້ທີ່ດ່ານສາກົນ ແດນສະຫວັນ-ລາວບາວ

ຢຶດໄມ້ລັກລອບໄປຕ່າງປະເທດໄດ້ທີ່ດ່ານສາກົນ ແດນສະຫວັນ-ລາວບາວ

Published on

ເຈົ້າໜ້າທີ່ພາສີປະຈຳດ່ານສາກົນ ແດນສະຫວັນ-ລາວບາວ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 29 ກໍລະກົດ 2016 ຜ່ານມານີ້ ຜ່ານການກວດກາດ້ວຍວິທີສະແກນ (ເອັກ ສເລ) ແລະ ຂົນໄມ້ລົງຈາກລົດ ພົບເຫັນໄມ້ຜິດກົດໝາຍ ທີ່ຊຸກເຊື່ອງຢູ່ໃນລົດ ບັນທຸກສິນຄ້າປະເພດຜະລິດຕະພັນໄມ້ ທີ່ຈະເຂົ້່າຮ່ວມວາງສະແດງທີ່ ນະຄອນດານັງ ປະເທດຫວຽດນາມ ໂດຍສະເພາະ ໄມ້ຕີຕັບ, ປູດໄມ້, ໄມ້ບານປະຕູ ແລະ ໄມ້ອື່ນໆຫຼາຍລາຍການ ທີ່ເຫຼືອຈາກລາຍການສິນຄ້າຈະນຳໄປວາງສະແດງ.

335

ໄມ້ຜິດກົດໝາຍທີ່ຢຶດໄດ້ ໃນຄັ້ງນີ້ ມີບໍລິມາດ 9.1 (ເກົ້າຈຸດໜຶ່ງ) ແມັດກ້ອນ.
ໃນວັນທີ 2 ສິງຫາ 2016 ເຈົ້າໜ້າທີ່ດ່ານພາສີສາກົນແດນສະຫວັນ-ລາວບາວ ຍັງໄດ້ຢຶດໄມ້ຂະຍຸງ ຈຳນວນ 34 ທ່ອນ ນໍ້າໜັກ 450 ກິໂລກຼາມ ທີ່ຊຸກເຊື່ອງມານຳລົດເມ ຈາກເຫດການນີ້ ຢັ້ງຢືນໃຫ້ເຫັນວ່າ ຄຳສັ່ງສະບັບເລກທີ 15/ນຍ ຂອງທ່ານນາຍົກລັດຖະມົນຕີ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ຄຸ້ມຄອງການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳໃນຂອບເຂດທົ່ວປະເທດ ໂດຍສະເພາະ ຢູ່ແຂວງສະຫວັນນະເຂດ.

ຂ່າວ-ພາບ: ຈາກສຳນັກງານນາຍົກລັດຖະມົນຕີ

ແລະ ຂ່າວເສດຖະກິດ-ການຄ້າ Lao Economic Daily

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...