Homeຂ່າວຕ່າງປະເທດກຸ່ມໄອເອັສ ອ້າງເປັນຜູ້ກໍ່ເຫດ ລະເບີດຂ້າຕົວຕາຍ ຢູ່ໂຮງໝໍປາກີສະຖານ ເສຍຊີວິດເກືອບ 100 ຄົນ!

ກຸ່ມໄອເອັສ ອ້າງເປັນຜູ້ກໍ່ເຫດ ລະເບີດຂ້າຕົວຕາຍ ຢູ່ໂຮງໝໍປາກີສະຖານ ເສຍຊີວິດເກືອບ 100 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ສິງຫາຜ່ານມານີ້ວ່າ ກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ໄດ້ອອກມາປະກາດ ເປັນຜູ້ຢູ່ເບື້ອງຫລັງຂອງການກໍ່ເຫດ ລະເບີດຂ້າຕົວຕາຍ ຢູ່ໂຮງໝໍແຫ່ງໜຶ່ງ ທາງພາກຕາເວັນຕົກສຽງໃຕ້ ປະເທດປາກີສະຖານ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 93 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫລາຍກວ່າ 50 ຄົນ ຊຶ່ງສ່ວນຫລາຍເປັນທະນາຍຄວາມ.

ດ້ານທ່ານ ນາວາດ ຊາຣີບ ນາຍົກລັດຖະມົນຕີປາກີສະຖານ ໄດ້ອອກມາຖະແຫລງປະນາມ ການກໍ່ເຫດລະເບີດຄັ້ງນີ້ ພ້ອມທັງໄດ້ຮຽກຮ້ອງໃຫ້ ກອງກຳລັງດ້ານຄວາມໝັ້ນຄົງຂອງປະເທດ ດຳເນີນການກວາດລ້າງ ກຸ່ມກໍ່ການຮ້າຍ ໃຫ້ໝົດໄປ.

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...