spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 9 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 9 ສິງຫາ

Published on

ວັນທີ 9 ສິງຫາ ປີ 1996 ຫຼືມື້ນີ້ເມຶ່ອ 20 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Street Fighter Zero 2 (ຫຼື Street Fighter Alpha 2 ໃນປະເທດອື່ນ) ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍ Street Fighter Zero 2 ເປັນເກມໄຟຕິ້ງທີ່ເລີ່ມເປີດໃຫ້ບໍລິການເທິງຕູ້ອາເຂດຢອດຫຼຽນກ່ອນທີ່ຈະມາພອຣ໌ດລົງໃຫ້ເຄື່ອງຄອນໂຊລໃນພາຍຫຼັງ ເຊິ່ງເກມມີເນື້ອເລືີ່ອງເປັນຕອນຕໍ່ຈາກ Street Fighter Zero ພາກທຳອິດ (ແຕ່ຈະເປັນເຫດການທີ່ເກີດກ່ອນ Street Fighter II) ພ້ອມກັບມີການປັບແຕ່ງລະບົບຍ່ອຍໃນເກມໃຫ້ດີຂຶ້ນກວ່າພາກທຳອິດພໍສົມຄວນ. 

ສຳລັບພາກ Zero 2 ນີ້ຈະຍັງຄົງເອົາລະບົບຈາກພາກທຳອິດມາຫຼາຍຢ່າງ ທັງລະບົບເກດຊູເປີ້ຄອມໂບທີ່ເກັບໄດ້ຮອດ 3 ເລເວວ, ລະບົບການບລັອກການໂຈມຕີກາງອາກາດ, ລະບົບການຍົກເລີກຫຼັງຈາກຖືກໂຈມຕີຈົນຟົ້ງ. ໂດຍລະບົບທີ່ເພີ່ມເຂົ້າມາໃນພາກນີ້ແມ່ນ Original Combo (ຫຼື Custom Combo ໃນເວີຊັ່ນອັງກິດ) ເຊິ່ງວິທີໃຊ້ກໍຄື ເມື່ອຜູ້ຫຼິ້ນເກັບເກດຊູເປີ້ຄອມໂບໄດ້ຕັ້ງແຕ່ 1 ເລເວວຂຶ້ນໄປ ກໍຈະສາມາດໃຊ້ Original Combo ໄດ້ແປັບໜຶ່ງໄດ້ ແລະລະຫວ່າງນີ້ຜູ້ຫຼິ້ນຈະສາມາດເຂົ້າໄປຕີຄູ່ຕໍ່ສູ້ດ້ວຍທ່າໂຈມຕີທຳມະດາແຕ່ຈະເພີ່ມຈຳນວນ Hit ຫຼາຍຂຶ້ນ ເຮັດໃຫ້ຕໍ່ຄອມໂບໄດ້ຍາວກວ່າການກົດປຸ່ມລົວຄອມໂບປົກກະຕິເປັນ 2 ເທົ່າຈົນກວ່າເກດຊູເປີ້ຄອມໂບຈະໝົດລົງ. ນອກຈາກນີ້ ໂຕລະຄອນ Gouki, M.Bison ແລະ Dan ທີ່ເຄີຍເປັນໂຕລະຄອນລັບໃນ Street Fighter Zero ພາກທຳອິດກໍຈະມີໃຫ້ໃຊ້ໄດ້ແຕ່ທຳອິດເລີຍ ພ້ອມກັບເພີ່ມໂຕລະຄອນ Dhalsim, Zangief, Gen, Rolento ແລະ Sakura ເຂົ້າມາໃໝ່ໃນພາກນີ້ນຳ. 

Fact ເລັກນ້ອຍກ່ຽວກັບເກມ Street Fighter Zero 2

  • ມີຜູ້ຫຼິ້ນຫຼາຍໆຄົນທີ່ອາດຈະບໍ່ຮູ້ມາກ່ອນວ່າ Street Fighter Zero 2 ນັ້ນມີການເຮັດລົງໃຫ້ກັບເຄື່ອງ Super Famicom ທີ່ເປັນເຄື່ອງເຈນກ່ອນໜ້າ PS1 ແຖມຍັງມີສະເປັກທີ່ຕ່ຳກວ່າຫຼາຍ ດັ່ງນັ້ນກຣາບຟິກຂອງເກມຈຶ່ງຫຼຸດລົງໄປຈາກເວີຊັ່ນ PS1 ຢ່າງຊັດເຈນ ນອກຈາກນີ້ທາງທີມພັດທະນາຍັງຈຳເປັນຕ້ອງຕັດລະບົບເຟຣມອອກໄປຈາກການເຄື່ອນໄຫວຂອງໂຕລະຄອນ ເຊິ່ງເປັນເລື່ອງທີ່ຂ້ອນຂ້າງຊີຣຽດຫຼາຍສຳລັບແຟນໆ ເກມນີ້ທີ່ເປັນສາຍ Hardcore ຫຼືສາຍທີ່ມັກໃນການແຂ່ງຂັນ ລວມເຖິງຕ້ອງປັບຫຼຸດຄຸນນະພາບສຽງລົງ ແລະທີ່ຮ້າຍແຮງທີ່ສຸດກໍຄືມີການໂຫຼດກ່ອນສູ້ແຕ່ລະຍົກທຸກເທື່ອທັງໆທີ່ຫຼິ້ນເທິງກະແຊັດ ເຮັດໃຫ້ຄະແນນຣີວິວເວີຊັ່ນ Super Famicom ຈາກບາງສຳນັກອອກມາຕ່ຳທີ່ສຸດໃນບັນດາເກມຂອງ Capcom ໃນຮອບ 20 ປີເລີຍ. 

  • ເຖິງວ່າເກມນີ້ຈະວາງຈຳໜ່າຍກ່ອນ Resident Evil 2 ຮອດ 2 ປີ, ແຕ່ທາງ Capcom ກໍມີການສອດແຊກ Easter Eggs ເຂົ້າໄປໃນເກມ Resident Evil 2 ຢ່າງໜຶ່ງນັ້ນກໍຄືຕອນເລີ່ມຕົ້ນຂອງເນື້ອເລືີອງ A ບໍ່ວ່າຈະເປັນລີອອນຫຼືແຄລ ຈະເຫັນວ່າມີຮ້ານຄ້າແຖວນັ້ນຕິດປ້າຍວ່າ ARUKAS ເຊິ່ງຖ້າໃຜລອງເອົາພະຍັນຊະນະທັງ 6 ໂຕມາວາງກັບດ້ານຊ້າຍ-ຂວາ ກໍຈະໄດ້ເປັນຄຳວ່າ SAKURA ທີ່ເປັນຊື່ຂອງນັກສູ້ສາວໜ້າໃໝ່ທີ່ຫາກ່ອນປະກົດໂຕໃນ Street Fighter Zero 2 ນັ້ນເອງ. 

  • ໃນສາກເລືອກໂຕລະຄອນຖ້າຜູ້ຫຼິ້ນເລື່ອນເຄີເຊີ້ໄປທີ່ Gouki (ຫຼື Akuma ໃນເວີຊັ່ນອັງກິດ) ແລ້ວກົດປຸ່ມ Select ຄ້າງໄວ້ ຈາກນັ້ນກົດປຸ່ມລຸ່ມ, ຂວາ, ຂວາ, ລຸ່ມ, ຊ້າຍ, ລຸ່ມ, ຊ້າຍ, ລຸ່ມ, ຂວາ, ຂວາ, ຂວາ, ພ້ອມກັບກົດປຸ່ມຊົກຫຼືເຕະ ເມື່ອແລ້ວໆໃຫ້ປ່ອຍປຸ່ມ Select ກໍຈະໄດ້ໂຕລະຄອນ Shin Gouki (ຫຼື Super Akuma) ມາໃຊ້. 

  • ຄືກັນກັບຂໍ້ດ້ານເຖິງ ເມື່ອຜູ້ຫຼິ້ນເລື່ອນເຄເຊີ້ໄປທີ່ Chun-Li ແລ້ວກົດປຸ່ມ Select ຄ້າງໄວ້ 5 ວິນາທີ ຈາກນັ້ນກົດປຸ່ມຊົກຫຼືເຕະ ກໍຈະໄດ້ Chun-Li ໃນຊຸດຢູນິຟອຣ໌ມດັ້ງເດີມ (ສະໄໝ Street Fighter II) ມາໃຊ້ທັນທີ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...