Homeຂ່າວຕ່າງປະເທດເກີດເຫດລະເບີດຂ້າຕົວຕາຍ ຢູ່ໂຮງໝໍປາກີສະຖານ ເສຍຊີວິດເກືອບ 100 ຄົນ!

ເກີດເຫດລະເບີດຂ້າຕົວຕາຍ ຢູ່ໂຮງໝໍປາກີສະຖານ ເສຍຊີວິດເກືອບ 100 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ສິງຫາຜ່ານມານີ້ວ່າ ເກີດເຫດລະເບີດຂ້າຕົວຕາຍ ຢູ່ໂຮງໝໍແຫ່ງໜຶ່ງ ທາງພາກຕາເວັນຕົກສຽງໃຕ້ ປະເທດປາກີສະຖານ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 93 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫລາຍກວ່າ 50 ຄົນ ຊຶ່ງສ່ວນຫລາຍເປັນທະນາຍຄວາມ, ປັດຈຸບັນ ຍັງບໍ່ທັນມີລາຍງານວ່າ ແມ່ນກຸ່ມໃດເປັນຜູ້ຢູ່ເບື້ອງຫລັງຂອງການກໍ່ເຫດ.

ດ້ານທ່ານ ນາວາດ ຊາຣີບ ນາຍົກລັດຖະມົນຕີປາກີສະຖານ ໄດ້ອອກມາຖະແຫລງປະນາມ ການກໍ່ເຫດລະເບີດຄັ້ງນີ້ ພ້ອມກັບສະແດງຄວາມເສົ້າສະຫລົດໃຈ ຈາກການສູນເສຍບຸກຄະລາກອນທາງກົດໝາຍ ຈຳນວນຫລາຍຄົນ ໃນເຫດການດັ່ງກ່າວນີ້ ຊຶ່ງໃນນັ້ນແມ່ນລວມມີທະນາຍຄວາມ ລະດັບອາວຸໂສຫລາຍຄົນ ຖືກສັງຫານເສຍຊີວິດ.

PAKISTAN-UNREST-SOUTHWEST PAKISTAN-UNREST-SOUTHWEST PAKISTAN-UNREST-SOUTHWEST

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...