Homeສຸຂະພາບ ແລະ ສີ່ງແວດລ້ອມເຄັດລັບການຖະໜອມສາຍຕາແບບງ່າຍໆ

ເຄັດລັບການຖະໜອມສາຍຕາແບບງ່າຍໆ

Published on

ສຳລັບຫຼາຍໆຄົນ ທີ່ເຮັດວຽກເປັນເວລາດົນຢູ່ໜ້າຈໍຄອມພິວເຕີ້ ຫຼື ບໍ່ກໍຫຼິ້ນເກມ, ເຟສບຸກ… ອີກທັງຊ່ວງນີ້ກໍຍັງອົດຫຼັບອົດນອນ

ຈ້ອງໜ້າຈໍໂທລະພາບ ເພື່ອເຊຍບານໂລກຕື່ມອີກ, ຈິ່ງມີເຄັດລັບການຖະໜອມສາຍຕາແບບງ່າຍໆ ມາຝາກທຸກທ່ານ ເພື່ອສຸຂະ

ພາບຂອງຕາທີ່ດີ, ເພາະຕາຄືສິ່ງທີ່ລ້ຳຄ່າທີ່ສຸດໃນຮ່າງກາຍຂອງເຮົາ.

 

557000007376901

 

1. ໃສ່ໃຈການຮັບປະທານອາຫານ

ການປົກປ້ອງດວງຕາ ໂດຍການໃສ່ໃຈເລື່ອງອາຫານທີ່ເຮົາກິນໃຫ້ຫຼາຍຂຶ້ນ ເຊິ່ງສານອາຫານເຊັ່ນ: ກົດໂອເມກ້າ 3 ໄຂມັນ, ລູທີນ,

ສັງກະສີ ແລະ ວິຕາມິນ A, C ແລະ E ສາມາດຊ່ວຍໃນການເບິ່ງເຫັນ, ອີກທັງຍັງຊ່ວຍປ້ອງກັນໂລກຈໍປະສາດຕາເສື່ອມ ແລະ ຕໍ້ກະ

ຈົກ, ຖ້າຫາກຢາກໃຫ້ໄດ້ຮັບຜົນທີ່ດີ ກໍຄວນຮັບປະທານຢ່າງສະໝ່ຳສະເໝີ.

 

2. ພັກຜ່ອນໃຫ້ພຽງພໍ

ການນອນພັກຜ່ອນບໍ່ພຽງພໍ ອາດເຮັດໃຫ້ຕາຂອງເຮົາຕູບ, ຕາແດງ, ຂອບຕາກ່ຳດຳ ແລະ ມີຮ່ອງຮອຍ, ສະນັ້ນ ຄວນຫາເວລາ

ພັກຜ່ອນນອນໃຫ້ເຕັມອີ່ມ ຢ່າງໜ້ອຍ 6-8 ຊົ່ວໂມງຕໍ່ມື້.

 

3. ບໍລິຫານດວງຕາຢ່າງເປັນປະຈຳ

ໃນລະຫວ່າງມື້ ໃຫ້ບໍລິຫານດວງຕາຂອງຕົນເອງ ເຊິ່ງສາມາດເຮັດໄດ້ດ້ວຍວິທີງ່າຍງໆເຊັ່ນ: ອາດຈະກະພິບຕາຖີ່ໆ, ເຫຼືອກລູກຕາ

ໄປມາ ຫຼື ຫຼັບຕາຄ້າງໄວ້ໜ້ອຍໜຶ່ງ ເພື່ອໃຫ້ດວງຕາຜ່ອນຄາຍ ໃນເວລາທີ່ດວງຕາໃຊ້ງານໜັກ ກໍຊ່ວຍໄດ້ເຊັ່ນກັນ.

 

4. ພົກພາແວ່ນກັນແດດຕິດກະເປົາໄວ້

ແວ່ນກັນແດດ ສາມາດຊ່ວຍປົກປ້ອງດວງຕາຂອງເຮົາ ຈາກລັງສີອຸນຕຣາໄວໂອແລັດ ຫຼື ລັງສີ UV ໄດ້ດີອີກທາງໜຶ່ງ

ເພາະວ່າ ການສຳຜັດກັບລັງສີຢູວີຫຼາຍເກີນໄປ ຈະເຮັດໃຫ້ມີໂອກາດເປັນຕໍ້ກະຈົກ ແລະ ຈໍປະສາດຕາເສື່ອມຫຼາຍຂຶ້ນ,

ເມື່ອຮູ້ແລ້ວກໍຢ່າລືມພົກພາແວ່ນກັນແດດຕິດໂຕໄວ້ ເພື່ອກັນດີກ່ວາແກ້ພາຍຫຼັງເມື່ອສວາຍເກີນໄປ.

 

5. ຢຸດເຊົາການສູບຢາ ເພື່ອສາຍຕາດີຂຶ້ນ

ການສູບຢາ ຈະເຮັດໃຫ້ເຮົາເປັນໂລກຕໍ້ກະຈົກ ອີກທັງຍັງເປັນໂລກປະສາດຕາ ແລະ ຈໍປະສາດຕາເສື່ອມໄດ້ຫຼາຍຂຶ້ນ

ທາງທີ່ດີ ໃຫ້ສູບໜ້ອຍລົງ ຫຼື ເຊົາສູບເລີຍຍິ່ງເປັນການດີ ທັງຕໍ່ຕົວທ່ານເອງ ແລະ ບຸກຄົນອ້ອມຂ້າງອີກດ້ວຍ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...