spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມນະຄອນລວງວຽງຈັນມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 140 ກໍລະນີ

ນະຄອນລວງວຽງຈັນມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 140 ກໍລະນີ

Published on

ໜ່ວຍເຝົ້າລະວັງພະຍາດລະບາດຂອງກະຊວງສາທາລະນະສຸກລາຍງານວ່າ: ນັບແຕ່ເດືອນມັງກອນມາຮອດປັດຈຸບັນນີ້ນະຄອນ ຫຼວງວຽງຈັນມີຜູ້ຕິດເຊື້ອໄຂ້ເລືອດອອກ 148 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດໃນນັ້ນຫຼາຍກວ່າໝູ່ແມ່ນ: ເມືອງສີສັດຕະນາກມີ 36 ກໍລະນີ, ໄຊ ທານີ 33 ກໍລະນີ, ໄຊເສດຖາ 26ກໍລະນີ, ສີໂຄດຕະບອງ 23 ກໍລະນີ້, ຈັນທະບູລີ 11 ກໍລະນີ, ຫາດຊາຍຟອງ 11ກໍລະນີ, ນາຊາຍທອງ 7 ກໍລະນີ, ທຽບໃສ່ປີຜ່ານມາ ແມ່ນມີອັດຕາຜູ້ຕິດເຊື້ອໜ້ອຍກວ່າ, ທັງນີ້ກໍຍ້ອນຄວາມເອົາ ໃຈໃສ່ຂອງພາກສ່ວນກ່ຽວຂ້ອງກໍຄືອຳນາດການປົກຄອງເມືອງຕ່າງໆໃນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງ ກ່າວຢ່າງເອົາຈິງຈັງ, ໂດຍສະເພາະແມ່ນການທຳລາຍໜອມນ້ຳຍຸງລາຍ, ພົ້ນເດັ່ນແມ່ນຂະບວນການລ້ຽງ

ແລະ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, ຊຶ່ງມີສ່ວນສຳຄັນທີ່ເຮັດໃຫ້ນະຄອນຫຼວງບໍ່ມີການລະບາດຂອງໄຂເລືອກອອກໃນປີນີ້, ຂະນະທີ່ຢູ່ທົ່ວປະເທດ, ມາຮອດປັດຈຸບັນມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 2300 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 9 ຄົນ,ຮ້າຍແຮງກວ່າຫມູ່ແມ່ນຢູ່ແຂວງຈຳປາກມີຜູ້ຕິດເຊື້ອເຫຼາຍກວ່າ 1 ພັນກວ່າກໍລະນີ ແລະ ເສຍຊີວິດ 7 ຄົນ, ບໍລິຄຳໄຊ 304 ກໍລະນີ, ເສຍຊີວິດ 1 ຄົນ, ຄຳມ່ວນ 221 ກໍລະນີ, ສະຫວັນນະເຂດ 125 ກໍລະ ນີ,ສາລະວັນ 96 ກໍລະນີ້, ເສຍຊີວິດ 1 ຄົນ, ເຊກອງ 80 ກໍລະນີ, ອັດຕະປີ 70 ກໍລະນີ, ຫຼວງພະບາງ 77 ກໍລະນີ, ອຸດົມໄຊ 37 ກໍລະນີ, ຫຼວງນ້ຳທາ 20 ກໍລະນີ ແລະ ແຂວງວຽງຈັນ 20 ກໍລະນີ,ໃນໄລຍະຜ່ານມາພາກສ່ວນກ່ຽວຂ້ອງຕ່າງກໍໄດ້ເອົາໃຈໃສ່ໃນການຄວບຄຸມການລະບາດຂອງພະ ຍາດດັ່ງກ່າວຢ່າງໃກ້ຊິດ ໂດຍສະເພາະໃນເຂດທີ່ມີຄວາມສ່ຽງຈະລະບາດຮ້າຍແຮງຂຶ້ນດັ່ງນັ້ນອຳ ນາດການປົກຄອງທ້ອງຖິ່ນຈົ່ງເອົາໃຈໃສ່ກຳຈັດແຫຼ່ງເພາະພັນຂອງຍຸງລາຍທີ່ເປັນພາຫະນຳເຊື້ອ, ແລະ ເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນດ້ວຍການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ,  3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ,  4 ປັບປຸງບໍ່ໃຫ້ມີນ້ຳຄ້າງ,ຂັງກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ,   5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ ແລະ ຖ້າຫາກທຸກຄົນປະຕິບັດຕາມຄຳຂວັນດັ່ງກ່າວຢ່າງເຂັ້ມງວດເຊື້ອວ່າເຮັດໃຫ້ພະຍາດດັ່ງກ່າວທີ່ພວມລະບາດຢູ່ໃນປັດຈຸບັນຫຼຸດຫຼ້ອຍຖອຍລົງ.

 

ທີ່ມາ: laophatthananewspaper

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...