Homeຂ່າວການພັດທະນາແຂວງໄຊຍະບູລີ ຍັງເຫລືອບ້ານທຸກຍາກ 14 ບ້ານ

ແຂວງໄຊຍະບູລີ ຍັງເຫລືອບ້ານທຸກຍາກ 14 ບ້ານ

Published on

ຂປລ. ຕາມ​ຂໍ້​ມູນ​ຈາກ ຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແຂວງໄຊຍະບູລີ ​ໃຫ້​ຮູ້​ວ່າ: ຜ່ານຂະບວນການ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດໝາຍ ​ໃນ​ໄລຍະ​ຜ່ານ​ມາ ໄດ້ເຮັດໃຫ້ຄວາມທຸກຍາກຂອງ ປະຊາຊົນ​ບັນດາ​ເຜົ່າ​ ພາຍ​ໃນ​ແຂວງ ໄດ້ຮັບການແກ້ໄຂ ດ້ວຍຈັງຫວະທີ່ໄວ ທຽບໃສ່ປີ 2008 ຄອບຄົວທຸກຍາກ ຫລຸດລົງ 5.025 ຄອບຄົວ, ປະຈຸບັນທົ່ວແຂວງ ຍັງເຫລືອຄອບຄົວທຸກຍາກ 1.687 ຄອບຄົວ ເທົ່າກັບ 2,28% ຂອງຄອບຄົວທັງໝົດ, ບ້ານທຸກຍາກຫລຸດລົງ 72 ບ້ານ, ທົ່ວແຂວງຍັງເຫລືອບ້ານທຸກຍາກ 14 ບ້ານ.

ປັດຈຸບັນແຂວງໄຊຍະບູລີ ມີທັງໝົດ 430 ບ້ານ, ມີ 74.012 ຄອບຄົວ, ມີຄອບຄົວພັດທະນາ 60.739 ຄອບຄົວ, ມີບ້ານພັດທະນາ 252 ບ້ານ, ການສ້າງບ້ານໃຫຍ່ໃນຊົນນະບົດ ໃຫ້ເປັນຕົວເມືອງນ້ອຍ ໄດ້ປະກາດແລ້ວ 5 ຈຸດ, ພ້ອມນີ້ ຍັງປະກາດເມືອງໄຊຍະບູລີ ອອກຈາກບັນຊີ 47 ເມືອງທຸກຍາກທົ່ວປະເທດ ໄດ້ຢ່າງເປັນທາງການ, ໄດ້ປະກາດເປັນບ້ານປ້ອງກັນຄວາມສະຫງົບດີ 398 ບ້ານ, ບ້ານປ້ອງກັນຊາດດີ 358 ບ້ານ, ບ້ານປອດຄະດີ 401 ບ້ານ ແລະ ເປັນບ້ານປອດຢາເສບຕິດ 262 ບ້ານ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...