spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ສິງຫາ

Published on

ວັນທີ 7 ສິງຫາ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Metal Slug ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍ Metal Slug ເປັນເກມແນວແອັກຊັ່ນຊູດຕິ້ງທີ່ພັດທະນາໂດຍບໍລິສັດ Nazca Corporation ແລະຈັດຈຳໜ່າຍໂດຍ SNK ເຊິ່ງໃນພາກທຳອິດນີ້ໄດ້ມີການລົງໃຫ້ກັບຕູ້ຢອດຫຼຽນກ່ອນເປັນແພລັດຟອຣ໌ມທຳອິດ ຈົນເມື່ອເກມໄດ້ຮັບຄວາມນິຍົມຢ່າງຫຼາຍຈຶ່ງໄດ້ມີການພອຣ໌ດລົງເຄື່ອງຄອນໂຊລອີກນັບບໍ່ຖ້ວນໃນພາຍຫຼັງ. ຈຸດເດັ່ນຂອງເກມຊີຣີນີ້ຄົງໜີບໍ່ພົ້ນແອນິເມຊັ່ນຕະຫຼົກໆທີ່ໂຕລະຄອນໃນເກມອອກທ່າທາງຊວນຫົວໄດ້ເລື້ອຍໆ ບໍ່ເວັ້ນແມ້ແຕ່ໂຕສັດຕູ ຈົນມີບາງຄົນເອີ້ນວ່າເປັນ Contra ເວີຊັ່ນຕະຫຼົກກໍມີ. 

ດ້ານເນື້ອເລື່ອງຂອງ Metal Slug ພາກທຳອິດນີ້ຈະເວົ້າເຖິງ ມໍຣ໌ເດນ ນາຍພົນຈອມຜະເດັດການພ້ອມດ້ວຍກອງກຳລັງຂອງລາວໄດ້ກໍ່ລັດທະປະຫານໃນຫຼາຍໆປະເທດເພື່ອຫວັງຈະຍຶດຄອງໂລກ ແລະດ້ວຍແສນຍານຸພາບທີ່ມໍຣ໌ເດນມີຢູ່ນັ້ນຫຼາຍຈົນເຮັດໃຫ້ບັນດາມະຫາອຳນາດຫຼາຍປະເທດບໍ່ກ້າຕໍ່ຕ້ານ ລວມທັງເທັກໂນໂລຢີການທະຫານຂອງມໍຣ໌ເດນທີ່ລ້ຳຍຸກຈົນໃຫ້ກຳເນີດລົດຖັງທີ່ສາມາດຮົບໄດ້ທຸກສະພາວະແລະທຸກປະເທດທີ່ມີຊື່ວ່າ: ເມທັລສະລັກ (Metal Slug) ຂຶ້ນມາ. ໂດຍຫົນທາງສຸດທ້າຍທີ່ຈະຢຸດຄວາມໂອຫັງຂອງນາຍພົນມໍຣ໌ເດນໄດ້ ຈຶ່ງໄປຕົກຢູ່ກັບຮ້ອຍເອກມາຣ໌ໂກ ຮອດຊີ້ ແລະຮ້ອຍໂທທາຣ໌ມາ ຟັລຄອນ (Peregrine Falcon Strike Force) ທີ່ຖືກສົ່ງມາທຳລາຍຖານທີ່ໝັ້ນຂອງນາຍພົນມໍຣ໌ເດນ ພ້ອມທັງມີເປົ້າໝາຍແຝງຄືທຳລາຍຫຼືຍຶດເມທັລສະລັກມາ ເພື່ອເປັນການຫຼຸດອຳນາດການຕໍ່ຮອງຂອງມໍຣ໌ເດນນັ້ນເອງ.

ດ້ານລະບົບເກມ Metal Slug ຈະເປັນແນວຍ່າງລຸຍດ້ານຂ້າງແບບ 2D ຄືເກມ Contra ທີ່ເຄີຍໂດ່ງດັງໃນສະໄໝກ່ອນ, ໂດຍຜູ້ຫຼິ້ນຈະສາມາດເກັບປືນພິເສດໄດ້ດ້ວຍການຊ່ອຍໂຕປະກັນຫຼືຍິງທຳລາຍລັງທີ່ວາງຢູ່ຕາມສາກ ເຊິ່ງປືນທີ່ມີໃຫ້ເກັບກໍຈະມີຫຼາກຫຼາຍຊະນິດເຊັ່ນ: ປືນກົນ, ປືນຍິງຈະຫຼວດ, ປືນລູກຊອງ ແລະອື່ນໆ. ພ້ອມກັນນີ້ ລະຫວ່າງທາງກໍຈະມີລົດຖັງເມທັລສະລັກໃຫ້ຜູ້ຫຼິ້ນເຂົ້າໄປຂີ່ເພື່ອສູ້ກັບສັດຕູໄດ້ນຳ, ໂດຍເມທັລສະລັກຈະມີພະລັງຊີວິດທີ່ສາມາດທົນການໂຈມຕີຂອງສັດຕູໄດ້ 3 ເທື່ອ (ຫາກຜູ້ຫຼິ້ນບໍ່ໄດ້ຢູ່ໃນສະພາບຂີ່ລົດຖັງກໍຈະຖືກໂຈມຕີເທື່ອດຽວຕາຍຄືກັບ Contra). ນອກຈາກນີ້ໂຕເກມຈະມິໃຫ້ຫຼິ້ນທັງໝົດ 6 ດ່ານ ແລະສຸດທ້າຍກໍຈະມີບອສຖ້າເຮົາຢູ່. 

Fact ເລັກນ້ອຍກ່ຽວກັບເກມ Metal Slug

  • ຫາກເຂົ້າໄປໃນຫົວຂໍ້ Option ແລ້ວກົດປຸ່ມຄູນ, ວົງມົນ, ສີ່ຫຼ່ຽມ, ສາມຫຼ່ຽມ, ສາມຫຼ່ຽມ, ຄູນ, ວົງມົນ ແລະສີ່ຫຼ່ຽມ, ໜ້າ Cheat Menu ຈະເດັ້ງຂຶ້ນມາ ບ່ອນນີ້ຈະສາມາດປັບແຕ່ງຄວາມໂກງລົງໄປໃນເກມໄດ້ເຕັມທີ່ເລີຍ ວ່າຈະໃຫ້ຕົນເອງມີຈັກຊີວິດ ຫຼິ້ນຕໍ່ໄດ້ຈັກເທື່ອ ແລະອື່ນໆ. 

  • ຄະແນນຣີວິວຂອງເກມນີ້ໃນຕ່າງປະເທດຂ້ອນຂ້າງສູງຫຼາຍ ໂດຍ IGN ໃຫ້ຄະແນນສູງເຖິງ 8.5 ໂດຍໃຫ້ເຫດຜົນວ່າເປັນ 1 ໃນເກມແອັກຊັ່ນທີ່ດີທີ່ສຸດຂອງ SNK ແລະໂຕເກມສາມາດສ້າງເອກກະລັກສະເພາະຂອງໂຕເອງໄດ້, ໃນຂະນະທີ່ GamePro ແລະ Electronic Gaming Monthly ຈະໃຫ້ຄະແນນຕ່ຳກວ່າ ພ້ອມກັບຕິວ່າໂຕເກມພະຍາຍາມຈະໃຫ້ຄື Contra ຫຼາຍເກີນໄປ ອີກທັງມີດ່ານໃຫ້ຫຼິ້ນໜ້ອຍແລະຄຸນຄ່າໃນການຫຼິ້ນຊ້ຳ (Replay Value) ຂ້ອນຂ້າງຕ່ຳ. 

  • ທີມພັດທະນາເກມ Metal Slug ເຄີຍມີຜົນງານໃນການເຮັດເກມ In the Hunt (ວາງຈຳໜ່າຍເທິງ PS1 ເມື່ອປີ 1995) ແລະ Gun Force II (ເປີດໃຫ້ບໍລິການເທິງຕູ້ອາເຂດຢອດຫຼຽນເມື່ອປີ 1994) ຂອງຄ້າຍ Irem ມາກ່ອນ ໂດຍສະເພາະ Gun Force II ນີ້ຕ້ອງເອີ້ນວ່າເປັນແຮງບັນດານໃຈໃຫ້ກັບການສ້າງເກມ Metal Slug ແບບເຕັມໆ ບໍ່ວ່າຈະເປັນງານອອກແບບສີລະປະຕ່າງໆ ແລະລະບົບເກມ ຈົນແຟນໆ Metal Slug ໃນຕ່າງປະເທດຕ່າງກໍຍົກໃຫ້ Gun Force II ເປັນ Metal Slug Zero ເລີຍ. 

  • ລົດຖັງໃນເກມ Metal Slug ທີ່ຜູ້ຫຼິ້ນສາມາດຂຶ້ນໄປຂີ່ໄດ້ນັ້ນ ມີຕົ້ນແບບມາຈາກລົດຖັງຈາກອະນິເມະຂອງຍີ່ປຸ່ນເລື່ອງ ໂດມິນຽນ (ドミニオン / Dominian) ໂດຍອອກສາຍທາງໂທລະພາບທີ່ຍີ່ປຸ່ນເມື່ອປີ 1988-1989 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...