spot_img
Home​ຂ່າວທ່ອງທ່ຽວແກ້ງ​ກົງ​ພະ­ນັງ ສະ­ຖານ­ທີ່​ທ່ອງ​ທ່ຽວ​ອັນ​ລື​ຊື່​ແຂວງ​ສະ­ຫວັນ​ນະ​ເຂດ

ແກ້ງ​ກົງ​ພະ­ນັງ ສະ­ຖານ­ທີ່​ທ່ອງ​ທ່ຽວ​ອັນ​ລື​ຊື່​ແຂວງ​ສະ­ຫວັນ​ນະ​ເຂດ

Published on

ສະ­ຖານ­ທີ່​ທ່ອງ​ທ່ຽວ​ແກ້ງ​ກົງພະ­ນັງ ຕັ້ງ​ຢູ່​ບ້ານ​ໜອງ​ບົວ​ທ່າ ເມືອງ​ສອງ​ຄອນ ຫ່າງ​ຈາກ​ຕົວເມືອງ​ສອງ​ຄອນ ແຂວງ​ສະ­ຫວັນ​ນະ​ເຂດ 18 ກິ­ໂລ­ແມັດ ແລະ ເທ­ສະ​ບານ​ແຂວງ 78 ກິ​ໂລແມັດ ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວທຳ​ມະ​ຊາດ​ທີ່​ສວຍ​ງາມ ກົງ​ພະນັງ ເປັນ​ແກ້ງ​ທີ່​ໃຫຍ່ ເຕັມ​ໄປດ້ວຍ​ກ້ອນ​ຫີນ​ທີ່​ສວຍ​ງາມ ກ້ອນຫີນ​ມີ​ລັກ­ສະ­ນະ​ແຕກ​ຕ່າງ​ກັນ ຢັ່ງຢາຍ​ເປັນ​ສາຍ​ຕາມ​ແມ່­ນ້ຳ​ຂອງ ແກ້ງ​ກົງ​ພະ­ນັງ ປະ­ກອບ​ມີ​ຖ້ຳ ນ້ອຍ-ໃຫຍ່​ປະ­ມານ 10 ກວ່າແຫ່ງ ເຊິ່ງ​ຖ້ຳ​ດັ່ງ­ກ່າວ​ມີ​ປະ­ຫວັດກ່າວ​ຂານ​ກັນ​ມາ​ດົນ​ນານ ແກ້ງແຫ່ງ​ນີ້​ໄດ້​ຮັບ​ຄວາມ​ສົນ­ໃຈ​ຈາກນັກ​ທ່ອງ​ທ່ຽວ​ພາຍ​ໃນ-ຕ່າງ​ປະເທດ ເຂົ້າ​ມາ​ທ່ຽວ​ຊົມ​ຄວາມ​ງາມ ຂອງ​ທຳ​ມະ​ຊາດ ແລະ ສຳ­ຜັດ​ອາກາດ​ທີ່​ສົດ­ຊື່ນ​ຕາມ​ແຄມ​ແມ່­ນ້ຳຂອງ ໂດຍ​ສະ­ເພາະໃນ​ໄລ­ຍະ​ບຸນປີ​ໃໝ່​ລາວ ຈະ​ມີ​ການ​ຈັດ​ກິດ​ຈະກຳ​ສະ­ເຫຼີມ­ສະ­ຫຼອງ​ມ່ວນ­ຊື່ນ​ຢູ່​ທີ່ນີ້​ທຸກໆ​ປີ ແກ້ງ​ກົງ​ພະ­ນັງ ໃນ​ພາສາ​ຜູ້­ໄທ ເອີ້ນ​ວ່າ (ໂກງ​ພະ­ນັງ) ມີຄວາມ​ໝາ­ຍວ່າ ສ້ວມ​ທີ່​ຫຸ້ມ​ຫໍ່ດ້ວຍ​ສາຍ​ໂງ່ນ​ຫີນ​ຕິດ­ຕໍ່​ກັນ​ບໍ່​ສິ້ນສຸດ ແລະ ໃນ​ປັດ­ຈຸ­ບັນ ປະ­ຊາ­ຊົນໄດ້​ເອີ້ນ​ຊື່­ວ່າ ກົງ​ພະ­ນັງ​ເຂັມ​ມະລາດ ໂດຍ​ໃນ​ອະ­ດີດ​ແກ້ງ​ແຫ່ງ​ນີ້ ໄດ້​ເປັນ​ສະ­ຖານ­ທີ່​ຫຼົບ​ຫຼີກ​ຈາກການ​ເກນ​ໄປ​ກໍ່­ສ້າງ​ປະ­ສາດ​ຫີນຂອງ​ທະ­ຫານ​ຂຸນ​ອັງ​ຄະ​ລາດ ​ໃນສະ­ໄໝ​ກ່ອນ.

ສ່ວນ​ຫໍ​ພິ​ພິ​ທະ​ພັນ​ໄດ​ໂນ​ເສົາ ກໍ່ເປັນ​ອີກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງດ້ານ​ປະ­ຫວັດ­ສາດ​ທີ່​ສຳ­ຄັນ​ຂອງແຂວງ​ສະ­ຫວັນ​ນະເຂດ ທີ່​ສະແດງ​ຮ່ອງ­ຮອຍ​ການ​ປາ­ກົດ​ຂອງສິ່ງ​ທີ່​ມີ​ຊີ­ວິດ​ຂະ­ໜາດ​ໃຫຍ່​ທີ່​ສຸດໃນ​ໂລກ ເອີ້ນ​ວ່າ ໄດ​ໂນ​ເສົາ ພິ​ພິທະ​ພັນ​ແຫ່ງນີ້​ເປັນ​ສະ­ຖານ­ທີ່​ວາງສະ­ແດງ​ການ​ຄົ້ນ​ພົບ​ກະ­ດູກ ແລະ ຮອຍ​ຕີນ​ຂອງ​ໄດ​ໂນ​ເສົາ 2 ປະເພດ 4 ສາຍ​ພັນ ໃນ​ນັ້ນ ມີ​ສາຍພັນ​ກິນ​ຊີ້ນ 1 ສາຍ​ພັນ ແລະ ສາຍ​ພັນ​ໄດ​ໂນ​ເສົາ​ກິນ​ພືດ 3 ສາຍ​ພັນ ຊຶ່ງ​ຮ່ອງ­ຮອຍ​ກະ­ດູກ​ໄດໂນ​ເສົາ​ທີ່​ສົມ­ບູນ​ທີ່​ສຸດ​ທີ່​ຖືກຄົ້ນພົບ​ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ແມ່ນ​ສ່ວນ​ຫາງ​ຂອງ​ມັນ ນອກ​ນີ້ ຍັງ​ມີ​ຊິ້ນ​ສ່ວນ​ຫົວ ແລະ ແຂ້ວ​ສັດດຶກ​ດຳ​ບັນ​ຄ້າຍ­ຄື​ຈີ່­ປອມ​ຍັກ ເປັນສັດ​ເຄິ່ງ​ບົກ​ເຄິ່ງ​ນ້ຳ​ທີ່​ເຊື່ອ​ກັນ​ວ່າ ເປັນ​ສັດ­ລ້ຽງ​ລູກ​ດ້ວຍ​ນົມ​ທີ່​ເກີດກ່ອນ​ຍຸກ​ໄດ​ໂນ​ເສົາ​ອີກ​ດ້ວຍ.

ນອກ­ຈາກ​ນັ້ນ ແຂວງ​ສະ­ຫວັນນະ​ເຂດ ຍັງ​ມີ​ສະ­ຖານ­ທີ່​ທ່ອງທ່ຽວ​ຫຼາຍໆ​ແຫ່ງ​ທີ່​ໜ້າ​ທ່ຽວ​ຊົມ ບໍ່​ວ່າ​ຈະ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວທາງ​ດ້ານ​ວັດ­ທະ­ນະ­ທຳ ຮີດ­ຄອງ ປະ­ເພ­ນີ ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງດ້ານ​ປະ­ຫວັດ­ສາດ ແລະ ສະ­ຖານທີ່​ທ່ອງ​ທ່ຽວທຳ​ມະ​ຊາດ ຖ້າ​ໃຜມີ​ໂອ­ກາດ​ເດີນ­ທາງ​ໄປ​ຢ້ຽມ­ຢາມແຂວງ​ດັ່ງ­ກ່າວ​ ກໍ່​ຢ່າ​ລືມ​ໄປ​ສຳ­ຜັດ​ບັນ­ດາ​ສະ­ຖານ­ທີ່​ທ່ອງ​ທ່ຽວ ທັງ​ນີ້ກໍ່​ເພື່ອ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ ປະກອບ​ສ່ວນ​ສ້າງ​ເສດ­ຖະ­ກິດ​ໃຫ້​ນັບມື້​ເຂັ້ມ­ແຂງ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...