spot_img
Homeຂ່າວພາຍ​ໃນສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ຈັດລາຍການແຂ່ງຂັນຕີດອກປີກໄກ່ທົ່ວປະເທດ ຄັ້ງທີ 16

ສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ຈັດລາຍການແຂ່ງຂັນຕີດອກປີກໄກ່ທົ່ວປະເທດ ຄັ້ງທີ 16

Published on

ໃນຕອນແລງວັນທີ 04 ສິງຫາ 2016 ທີ່ສະໜາມກີລາໃນຮົ່ມ ບຶງຂະຫຍອງ ນະຄອນຫຼວງວຽງຈັນ ສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ໄດ້ຈັດການແຂ່ງຂັນຕີດອກປີກໄກ່ທົ່ວປະເທດ ຄັ້ງທີ 16 ຊິງຂັນປະທານສະພາແຫ່ງຊາດຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ.ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ທ່ານນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ທ່ານນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທ່ານ ດຣ.ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ ທອງຫຼ້າ ແສງວິໄຊ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ມີລັດຖະມົນຕີ ຮອງລັດຖະມົນຕີຈາກກະຊວງອ້ອມຂ້າງ ຜູ້ຕາງໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງ ບັນດາຄູເຝິກ ແລະ ນັກກີລາ ພ້ອມດ້ວຍກອງເຊຍເຂົ້າຮ່ວມເປັນຈໍານວນຫຼາຍ.

ທ່ານ ທອງຫຼ້າ ແສງວິໄຊ ໄດ້ກ່າວເຖິງການແຂ່ງຂັນກີລາດອກປີກໄກ່ຄັ້ງນີ້ວ່າ ລາຍການແຂ່ງຂັນຕີດອກປີກໄກ່ທົ່ວປະເທດ ຄັ້ງທີ 16 ໄດ້ຮັບການອຸປະຖໍາຈາກບໍລິສັດເບຍລາວ ມູນຄ່າຫຼາຍກວ່າ 203 ລ້ານກີບ ເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສ້າງຕັ້ງລັດຖະທໍາມູນຂອງ ສປປ.ລາວ ຄົບຮອບ 25 ປີ ທັງເປັນການ ຄັດ ເລືອກ ແລະ ຈັດລະດັບກີລາແຕ່ລະຮຸ່ນໃຫ້ເຂົ້າລະບົບ ພ້ອມທັງມີການສະສົມຄະແນນຂອງນັກກີລາແຕ່ລະຮຸ່ນ ສໍາລັບການແຂ່ງຂັນປະກອບມີ 9 ລາຍການຄື ຄູ່ເຍົາວະຊົນຊາຍອາຍຸບໍ່ເກີນ 16 ຄູ່ເຍົາວະຊົນຍິງອາຍຸບໍ່ເກີນ 16 ປີ ດ່ຽວຊາຍທົ່ວໄປ ດ່ຽວຍິງທົ່ວໄປ ຄູ່ຊາຍທົ່ວໄປ ຄູ່ຍິງທົ່ວໄປ ຄູ່ປະສົມທົ່ວໄປ ຄູ່ອາວຸໂສຍິງ ອາຍຸ 35 ປີຂຶ້ນໄປ ແລະ ຄູ່ອາວຸໂສຊາຍອາຍຸ 45 ປີຂຶ້ນໄປ ເຊິ່ງມີນັກກີລາຈາກພາກສ່ວນຕ່າງໆໃນຂອບເຂດທົ່ວປະເທດເຂົ້າຮ່ວມຫຼາຍກວ່າ 300 ຄົນ ໃນນັ້ນມີນັກກີລາເພດຊາຍ 273 ຄົນ ຍິງ 62 ຄົນ ຈາກ 10 ແຂວງ 1 ນະຄອນ ແລະ 23 ສະໂມສອນ ຈາກນະຄອນຫຼວງວຽງຈັນ ໂດຍຈະໃຊ້ເວລາແຂ່ງຂັນ 4 ວັນຈິ່ງຈະສໍາເລັດ.

ຂ່າວຈາກ: http://www.vtetoday.la/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...