ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ສິງຫາ

0
1657

ວັນທີ 6 ສິງຫາ ປີ 1998 ຫຼືມື້ນີ້ເມື່ອ 18 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Biohazard 2: Dual Shock Ver. (ຫຼື Resident Evil 2: Dual Shock Ver.) ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍ Dual Shock Ver. ນີ້ເປັນເວີຊັ່ນເສີມສຳລັບຮອງຮັບຟັງຊັ່ນຂອງຄອນໂທຣລເລີ້ Dual Shock ທີ່ເປັນຄອນໂທຣລເລີ້ລຸ້ນໃໝ່ຂອງເຄື່ອງ PS1 ນັ້ນເອງ (ເຊິ່ງຄອນໂທຣລເລີ້ແບບເກົ່າຂອງ PS1 ຈະບໍ່ມີລະບົບສັ່ນ) ເຮັດໃຫ້ເວລາໂຕລະຄອນຍິງປືນ, ຖືກໂຈມຕີ ຫຼືມີເອັບເຟັກຫຍັງເກີດຂຶ້ນເທິງໜ້າຈໍ ຄອນໂທຣລເລີ້ Dual Shock ກໍຈະສັ່ນຕາມຈັງຫວະ ເຊິ່ງທາງ Capcom ໄດ້ອອກເວີຊັ່ນ Dual Shock ຄວບຄູ່ກັນ 2 ພາກ ໄດ້ແກ່ພາກທຳອິດທີ່ເປັນ Director’s Cut ກັບພາກນີ້. 

ເລື່ອງລາວຂອງ Resident Evil 2 ຈະເກີດຂຶ້ນໃນເມືອງແຣັກຄູນ ໃນວັນທີ 29 ກັນຍາ 1998 ຫຼືປະມານ 2 ເດືອນຫຼັງຈາກເຫດການໃນພາກທຳອິດ ເມື່ອ ວິນລ້ຽມ ເບີຄິນ ນັກວິທະຍາສາດຂອງບໍລິສັດ Umbrella ໄດ້ເຮັດການຄຶດຄົ້ນເຊື້ອໄວຣັສຊະນິດໃໝ່ທີ່ມີຊື່ວ່າ G-Virus ໄດ້ສຳເລັດ, ແຕ່ແລ້ວລາວກໍຖືກຫັກຫຼັງຈາກອົງກອນດ້ວຍການສົ່ງທະຫານມາລອບສັງຫານແລ້ວຍາດເອົາ G-Virus ໄປ ແຕ່ວ່າກ່ອນທີ່ເບີຄິນຈະຂາດໃຈ ລາວໄດ້ຈັບເອົາຫຼອດ G-Virus ມາສີດເຂົ້າຮ່າງຂອງໂຕເອງຈົນກາຍເປັນອະສູນລະກາຍແລ້ວອອກໄລ່ຂ້າພວກທະຫານທີ່ຂ້າລາວ ໃນຂະນະທີ່ຫຼອດໄວຣັສບາງສ່ວນທີ່ຖືກທະຫານຍິງຈົນເສຍຫາຍ ກໍໄດ້ໄຫຼລົງໄປຕາມທໍ່ລະບາຍນ້ຳທີ່ເຊື່ອມໄປຫາເມືອງແຣັກຄູນ ເຮັດໃຫ້ສັດແລະຄົນທີ່ອາໄສຢູ່ໃນເມືອງແຣັກຄູນຕ່າງກໍຕິດເຊື້ອຈົນກາຍເປັນຊອມບີ້ໄປໝົດ, ເຊິ່ງນັ້ນກໍເປັນຊ່ວງເວລາດຽວກັນທີ່ ລີອອນ ສະກ໋ອດ ເຄນເນດີ້ (Leon Scott Kennedy) ຕຳຫຼວດໜ້າໃໝ່ທີ່ຫາກ່ອນມາປະຈຳການຢູ່ສະຖານີຕຳຫຼວດເມືອງແຣັກຄູນໄດ້ເດີນທາງມາຮອດພໍດີ ແລະລະຫວ່າງທີ່ຫຼົບໜີຝູງຊອມບີ້ ລາວກໍໄດ້ພົບກັບ ແຄລ ເຣດຟິວ (Claire Redfield) ນ້ອງສາວຂອງ ຄຣິສ ເຣດຟິວ (Chris Redfield) ໂຕເອກໃນພາກທຳອິດ ໂດຍແຄລອອກມາຊອກຫາອ້າຍທີ່ເມືອງແຣັກຄູນຫຼັງຈາກຂາດການຕິດຕໍ່ໄປແບບໄຮ້ຮ່ອງຮອຍ ດ້ວຍເຫດຜົນນີ້ທັງຄູ່ເລີຍຕ້ອງຮ່ວມມືກັນຫາທາງອອກຈາກເມືອງແຣັກຄູນໃຫ້ໄດ້ແລະຄົ້ນຫາຄວາມຈິງວ່າເກີດຫຍັງຂຶ້ນກັນແທ້. 

ສຳລັບພາກນີ້ຈະມີການແຍກເນື້ອຫາອອກ 2 ແຜ່ນ ໂດຍຊີດີແຜ່ນທຳອິດຈະເປັນເນື້ອເລື່ອງຂອງລີອອນ ແລະອີກແຜ່ນຈະເປັນເນື້ອເລື່ອງຂອງແຄລ ໂດຍລະຫວ່າງທີ່ຫຼິ້ນເນື້ອເລື່ອງຂອງແຕ່ລະຄົນກໍຈະມີການມາພົບໂຕເອກອີກຄົນໄດ້ໃນບາງຊ່ວງ.  ນອກຈາກນີ້ ລີອອນກັບແຄລກໍຈະມີອາວຸດໃຫ້ເກັບລະຫວ່າງທາງທີ່ແຕກຕ່າງກັນໄປ ລວມເຖິງໄອເທັມບາງອັນທີ່ໃຊ້ໄຂປິດສະໜາກໍຈະບໍ່ຄືກັນນຳ ແລະຖ້າຫຼິ້ນຈົບເນື້ອເລື່ອງຂອງຄົນໜຶ່ງແລ້ວ ໂຕເກມຈະໃຫ້ເຮົາເຊບເກມ ເພື່ອໂຫຼດເຊບນັ້ນສຳລັບຫຼິ້ນເນື້ອເລື່ອງຂອງອີກຄົນໄດ້ ເຊິ່ງຜູ້ຫຼິ້ນຈະໄດ້ຮູ້ວ່າລະຫວ່າງທີ່ຄົນທຳອິດດຳເນີນເລື່ອງ ທາງອີກຄົນໄດ້ດຳເນີນເລື່ອງມາແນວໃດເຊັ່ນກັນ ເຊິ່ງລະບົບດັ່ງກ່າວນີ້ມີຊື່ເອີ້ນວ່າ Zapping System ແລະ Resident Evil 2 ກໍເປັນເກມທີ່ໄດ້ນຳເອົາລະບົບນີ້ມາໃຊ້ຈົນໂດ່ງດັງນັ້ນເອງ. 

Fact ເລັກນ້ອຍກ່ຽວກັບເກມ Resident Evil 2

  • ເວີຊັ່ນ Dual Shock ຈະມີໂໝດພິເສດທີ່ຊື່ Extreme Battle ເຊິ່ງຈະປົດລ໋ອກໄດ້ເມື່ອເຄລຍເກມທັງເນື້ອເລື່ອງລີອອນແລະແຄລ ໂດຍໃຊ້ເຊບເກມຫຼິ້ນຕໍ່ກັນດ້ວຍລະດັບຄວາມຍາກ Normal ໃນໂໝດນີ້ຈະເປັນການເດີນທາງຈາກແລັບທົດລອງໃຕ້ດິນຂອງ Umbrella ໄປສູ່ສະຖານີຕຳຫຼວດ ເພື່ອຄົ້ນຫາລະເບີດ 4 ລູກທີ່ວາງຕາມຈຸດຕ່າງໆໃນສະຖານີຕຳຫຼວດໃຫ້ຄົບ ເຊິ່ງຈະມີ 3 ລະດັບຄວາມຍາກໃຫ້ເລືອກຕາມແຕ່ຄວາມຕ້ອງການທ້າທາຍຂອງແຕ່ລະຄົນ. ໂດຍໂໝດ Extreme Battle ໃນຕອນທຳອິດຈະສາມາດເລືອກໄດ້ພຽງລີອອນກັບແຄລເທົ່ານັ້ນ ແຕ່ຈະປົດລ໋ອກເອດາມາໄດ້ອີກຄົນ ຖ້າຫາກເຄລຍໂໝດນີ້ໄປແລ້ວເທື່ອໜຶ່ງ (ໃຊ້ລີອອນຫຼືແຄລກໍໄດ້) ແລະຖ້າເຄລຍໂໝດນີ້ດ້ວຍລະດັບຄວາມຍາກ 2 ຂຶ້ນໄປ ກໍຈະປົດລ໋ອກຄຣິສມາໃຊ້ໄດ້ເຊັ່ນກັນ.

  • ສຳລັບເວີຊັ່ນ Dual Shock ຂອງພາກ 2 ນີ້ສາມາດເຮັດຍອດຂາຍໄປໄດ້ປະມານ 8 ແສນຊຸດທົ່ວໂລກ ແລະຖ້າຫາກນຳໄປລວມກັບຍອດເວີຊັ່ນດັ້ງເດີມຂອງ Resident Evil 2 ກໍຈະເປັນ 5.7 ລ້ານຊຸດ ເຊິ່ງ Resident Evil 2 ກໍເປັນເກມທີ່ເຮັດຍອດຂາຍໄດ້ສູງສຸດເປັນອັນດັບ 4 ນັບຕັ້ງແຕ່ມີການກໍ່ຕັ້ງບໍລິສັດ Capcom ມາເລີຍ ໂດຍເກມທີ່ເຮັດຍອດຂາຍສູງສຸດ 3 ອັນດັບທຳອິດຄື: Resident Evil 5 (7 ລ້ານຊຸດ), Resident Evil 6 (6.5 ລ້ານຊຸດ) ແລະ Street Fighter II: The World Warrior (6.3 ລ້ານຊຸດ). 

  • ໃນລະຫວ່າງທີ່ຫຼິ້ນເກມ ໃຫ້ຜູ້ຫຼິ້ນກົດເຂົ້າເມນູໄປທີ່ໂໝດປັບແຕ່ງປຸ່ມຄອນໂທຣລເລີ້ ຈາກນັ້ນກົດປຸ່ມ R1 ຄ້າງໄວ້ ແລ້ວກົດປຸ່ມສີ່ຫຼ່ຽມ 10 ເທື່ອຈົນເຫັນເຄີເຊີ້ທີ່ໃຫ້ປັບວ່າຈະແນແບບອໍໂຕ້ຫຼືແນແບບທຳມະດາປ່ຽນເປັນສີແດງ ແລ້ວໆໃຫ້ກັບເຂົ້າເກມປົກກະຕິ ຈະພົບວ່າປືນຕ່າງໆ ຈະມີລູກປືນໃຫ້ໃຊ້ແບບບໍ່ຈຳກັດຈຳນວນທັນທີ ເຊິ່ງສູດນີ້ຈະໃຊ້ໄດ້ສະເພາະເວີຊັ່ນ Dual Shock ເທົ່ານັ້ນ. 

  • ຫາກຜູ້ຫຼິ້ນລຸຍໄປຈົນຮອດຫ້ອງເຮັດວຽກຂອງໜ່ວຍ S.T.A.R.S. ໃນສະຖານີຕຳຫຼວດແຣັກຄູນໄດ້ແລ້ວ ໃຫ້ສຳຫຼວດໂຕະເຮັດວຽກຂອງເວສເກີ້ເປັນຈຳນວນ 50 ເທື່ອ ຈະໄດ້ໄອເທັມລັບທີ່ເປັນມ້ວນຟິລ໌ມ D ມາ ໂດຍໃຫ້ເຮົາເອົາຟິລ໌ມນີ້ໄປລ້າງທີ່ຫ້ອງເຊບຊັ້ນລຸ່ມເບິ່ງ ຈະໄດ້ຮູບຖ່າຍຂອງຣີເບກກ້າ ໂຕລະຄອນຫຼັກຈາກ Resident Evil 0 ໃນຊຸດກິລາແບບໜ້າຮັກມາເບິ່ງ ແລະນີ້ກໍເປັນ Easter Eggs ຢ່າງໜຶ່ງຂອງເກມ (ຕາມຮູບດ້ານລຸ່ມ)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station