spot_img
Homeເກມມາຂຽນມັງງະນຳກັນເນາະ!! Kairosoft ປ່ອຍເກມ The Manga Works ອອກມາແລ້ວ

ມາຂຽນມັງງະນຳກັນເນາະ!! Kairosoft ປ່ອຍເກມ The Manga Works ອອກມາແລ້ວ

Published on

ຖ້າຫາກໃຜທີ່ເຄີຍຫຼິ້ນເກມຂອງຄ້າຍ Kairosoft ກໍຄົງຈະຮູ້ຈັກກັນດີກັບສາຍາ “ເກມດູດວິນຍານ” ເພາະເກມຈາກຄ້າຍນີ້ຖືວ່າເປັນເກມທີ່ມີລະບົບເກມດີ ແລະກຣາບຟິກແບບ 16-bit ທີ່ມີສະເໜ່ດຶງດູດໄດ້ດີ ອີກທັງໂຕເກມຈະເປັນແນວບີບບັງຄັບໃຫ້ເຮົາຫຼິ້ນໄປເລື້ອຍໆ ຢາກວາງກະວາງບໍ່ລົງ ເວົ້າໄດ້ວ່າວາງລົງຍາກເລີຍ (ຖ້າແບັດບໍ່ໝົດກ່ອນ). 

ໂດຍຫຼ້າສຸດນີ້ Kairosoft ຜູ້ພັດທະນາເກມຊື່ດັງຂອງຍີ່ປຸ່ນ ໄດ້ວາງຈຳໜ່າຍເກມໃໝ່ອອກມາແລ້ວເທິງລະບົບ Android ເຊິ່ງມີຊື່ວ່າ: The Manga Works. ໂດຍເກມດັ່ງກ່າວນີ້ຈະເປັນແນວສ້າງມັງງະຕາມຊື່ເກມເລີຍ ເຊິ່ງໂຕເກມມີຂະໜາດປະມານ 26 MB ແລະວາງຈຳໜ່າຍໃນລາຄາພຽງ $4,99 ໂດລາເທົ່ານັ້ນ ໃຜທີ່ສົນໃຈສາມາດກົດຊື້ໄດ້ທີ່ດ້ານລຸ່ມນີ້:

https://play.google.com/store/apps/details?id=net.kairosoft.android.manga_ippon_en

ຣີວິວເລັກນ້ອຍກ່ຽວກັບເກມ:

ສຳລັບສິ່ງໃໝ່ໆທີ່ຕ່າງຈາກເກມກ່ອນໆຂອງ Kairosoft ກໍຄື: ໜ້າສ້າງໂຕລະຄອນ ທີ່ແຕ່ກ່ອນຈະເປັນໂຕກາຕູນນ້ອຍໆຢືນຢູ່ ແຕ່ໃນເກມນີ້ຈະເປັນຮູບຮ່າງມາເລີຍ (ຂະຫຍາຍຂຶ້ນຈາກເກົ່າ 55+) ໂດຍເຮົາສາມາດໃສ່ຊື່, ເດືອນເກີດ, ວັນເກີດ ແລະປ່ຽນເສື້ອຜ້າໄດ້.

ຫຼັງຈາກສ້າງໂຕລະຄອນແລ້ວກໍຈະເປັນການເລືອກເສັ້ນທາງການຂຽນມັງງະ ເລີ່ມຕົ້ນມີພຽງ 2 ຢ່າງ

ເມື່ອເຂົ້າສູ່ໜ້າຈໍເກມກໍຈະພົບກັບ UI ແບບໃໝ່ທີ່ທາງ Kairosoft ເລີ່ມໃຊ້ກັບເກມໃໝ່ທີ່ອອກມາຊ່ວງຫຼັງໆມານີ້ ໂດຍເປັນເມນູທົ່ວໄປໄວ້ເລືອກຂຽນມັງງະ, ເຝິກຝົນ, ບັນທຶກ ແລະອື່ນໆ. 

ໂດຍສິ່ງທີ່ຜູ້ຂຽນມັກກໍຄື ເມນູການຕັ້ງຄ່າຈະມີໂໝດ Fast ຫຼືເລັ່ງຄວາມໄວເກມໃຫ້ມາຕັ້ງແຕ່ຕົ້ນເລີຍ, ນອກນັ້ນກະເປັນການຕັ້ງຄ່າລະດັບກຣາບຟິກ, SFX ແລະສຽງເກມເປັນຕົ້ນ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...