spot_img
Homeມູມໄອທີລາວ3 ສິ່ງທີ່ບໍ່ຄວນເຮັດ ຖ້າບໍ່ຢາກໃຫ້ແບັດເຕີຣີ ເສື່ອມ!

3 ສິ່ງທີ່ບໍ່ຄວນເຮັດ ຖ້າບໍ່ຢາກໃຫ້ແບັດເຕີຣີ ເສື່ອມ!

Published on

ສະມາດໂຟນ ຫຼື ແທັບເລັດ ບໍ່ວ່າຈະແມ່ນລຸ້ນໃດ ແລະ ຍີ່ຫໍ້ໃດ ຫຼື ຈະມີລາຄາແພງ ຫຼື ບໍ່ແພງກໍຕາມ

ຖ້າເຮົາຢາກໃຫ້ມັນໃຊ້ງານໄດ້ດົນໆ ກໍຕ້ອງໄດ້ໝັ່ນຖະນຸຖະໜອມເບິ່ງແຍງ ໂດຍສະເພາະຢ່າງຍິ່ງກັບ

ແບັດເຕີຣີ, ຖ້າຫາກເປັນສະມາດໂຟນ ຫຼື ແທັບເລັດ ລຸ້ນທີ່ບໍ່ສາມາດປ່ຽນແບັດໄດ້ເຊັ່ນວ່າ: iphone,

iPad, HTC M8 ຫຼື ແທັບເລັດອີກຫຼາຍໆລຸ້ນແລ້ວ ແມ່ນມັກຈະຫຍຸ້ງເມື່ອພົບກັບບັນຫາແບັດເສື່ອມ

ເຊິ່ງແນ່ນອນ ປັນຫາແບັດເຕີຣີເສື່ອມ ຖ້າຫາກເກີດຂຶ້ນແລ້ວແມ່ນສາມາດແກ້ໄຂໄດ້ ແຕ່ຈະດີກ່ວາ

ຖ້າຫາກເຮົາຈະຊ່ວຍກັນຖະໜອມແບັດຂອງສະມາດໂຟນ ແລະ ແທັບເລັດບໍ່ໃຫ້ມັນເສື່ອມ ຫຼື ເສື່ອມ

ຊ້າລົງ ດ້ວຍຂໍ້ຫ້າມງ່າຍໆ 3 ປະການດ້ານລຸ່ມນີ້ ຈະຊ່ວຍຍືດອາຍຸຂອງແບັດເຕີຣີຂອງທ່ານໃຫ້ດົນຂຶ້ນ.

 

1

 

1. ຢ່າໃຫ້ແບັດເຕີຣີຮ້ອນຈັດ

ຜູ້ຜະລິດກຳນົດໄວ້ວ່າ ເມື່ອແບັດເຕີຣີ ມີອຸນຫະພູມສູງເກີນມາດຕະຖານ ຈະເຮັດໃຫ້ Cell ແບັດເຕີຣີ

ເສື່ອມສະພາບໄວຂຶ້ນ ສົ່ງຜົນໃຫ້ແບັດຂອງສະມາດໂຟນ ແລະ ແທັບເລັດເສື່ອມໄວໄປຕາມກັນ, ແຖມ

ຍັງເຮັດໃຫ້ແບັດເຕີຣີ ຄາຍຄວາມຈຸຂອງໄຟຟ້າໄວຂຶ້ນ ໂດຍເຖິງຈະແມ່ນວ່າເປີດໄວ້ຊື່ໆ ຫຼື ບໍ່ກໍປິດໄວ້

ເມື່ອສາກແບັດເຕັມແລ້ວ ກໍຈະເກີດອາການແບັດໝົດໄດ້ງ່າຍໆເຊັ່ນກັນ.

 

ວິທີແກ້ປັນຫານີ້ກໍບໍ່ຍາກ ຄືເວລາເຮົາຫຼິ້ນສະມາດໂຟນ ຫຼື ແທັບເລັດແລ້ວ ເມື່ອຮູ້ສຶກວ່າເຄື່ອງເລີ່ມ

ຮ້ອນ ດ້ວຍປັດໃຈຫຼາຍຢ່າງ ບໍ່ວ່າຈະເປັນການໃຊ້ໄຟໃນປະລິມານຫຼາຍ ຫຼື ອາກາດທີ່ຮ້ອນອົບເອົ້າ,

ການເປີດໃຊ້ງານ 3G ເປັນເວລາດົນ… ເມື່ອຮູ້ສຶກວ່າເຄື່ອງເລີ່ມຮ້ອນແລ້ວ ໃຫ້ພະຍາຍາມຢ່າຫຼິ້ນອີກ

ຕໍ່, ໃຫ້ວາງພັກໄວ້ຈົນຄວາມຮ້ອນລະບາຍອອກໄປ ກໍຈະເປັນການຊ່ວຍອີກທາງໜຶ່ງທີ່ງ່າຍໆ ໂດຍທີ່

ຈະເຮັດໃຫ້ແບັດເຕີຣີ ບໍ່ເສື່ອມສະພາບ ຫຼື ເສື່ອມສະພາບໜ້ອຍທີ່ສຸດ.

 

2. ຢ່າປ່ອຍໃຫ້ແບັດໝົດ

ແບັດເຕີຣີປະເພດ Lithium-Ion (Polymer) ເປັນແບັດທີ່ເປັນເຕັກໂນໂລຊີໃໝ່ລ່າສຸດໃນຕະຫຼາດ

ປະຈຸບັນ ເຊິ່ງມີຄຸນສົມບັດທີ່ສາມາດສາກ (Charge) ຊ້ຳໄດ້, ແຕ່ຫຼາຍໆຄົນ ອາດຈະຄິດວ່າເມື່ອໝົດ

ກໍສາກໃໝ່ໄດ້ ໂດຍທີ່ບໍ່ມີບັນຫາ, ແຕ່ນັ້ນແຫຼະຄືຕົວບັນຫາ ເພາະແບັດປະເພດ Lithium-Ion

(Polymer) ຖ້າຫາກປ່ອຍໃຫ້ມັນໝົດເອງເລື້ອຍໆ ກໍຈະເຮັດໃຫ້ແບັດເສື່ອມສະພາບ ແລະ ຄາຍຄວາມ

ຈຸອອກໄປເລື້ອຍໆ ສົ່ງຜົນເຮັດໃຫ້ຄວາມຈຸຂອງແບັດໜ້ອຍລົງ ແລະ ແນ່ນອນວ່າ ເມື່ອຄວາມຈຸແບັດ

ໜ້ອຍລົງ ເຮົາກໍຈະໃຊ້ງານໄດ້ໜ້ອຍລົງເຊັ່ນກັນ.  ສະນັ້ນ, ແບັດເຕີຣີ ເວລານຳໃຊ້ໃຫ້ຍັງເຫຼືອຕ່ຳສຸດ

ຈັກປະມານ 30 – 40% ກໍເລີ່ມສາກໃໝ່ໄດ້ຈະດີກ່ວາ.

 

ສາຍສາກປອມ ຈະຈ່າຍໄຟໄດ້ບໍ່ແນ່ນອນ ກະແສໄຟຟ້າຈະມາຫຼາຍ ຫຼື ໜ້ອຍເປັນບາງຄັ້ງ ຂຶ້ນກັບວັດ

ສະດຸ ແລະ ລາຄາຂອງມັນ, ຈຸດນີ້ທີ່ເປັນອັນຕະລາຍ ແລະ ເປັນຜົນເສຍຫາຍຕໍ່ແບັດເຕີຣີ ໃນສະມາດ

ໂຟນ ແລະ ແທັບເລັດລາຄາສູງຂອງເຮົາ ເພາະມັນສົ່ງຜົນເຮັດໃຫ້ແບັດເຕີຣີເສື່ອມເອົາງ່າຍໆ ແລະ ຍັງ

ບໍ່ນັບເຖິງອຸບັດຕິເຫດ ທີ່ຈະເກີດຂຶ້ນຈາກການໃຊ້ສາຍສາກທີ່ບໍ່ໄດ້ມາດຕະຖານເຊັ່ນ: ແບັດລະເບີດ,

ສາຍສາກລະເບີດ ຫຼື ໄໝ້ ເຊິ່ງມີໃຫ້ເຫັນຫຼາຍກໍລະນີ ລວມໄປເຖິງອາດຈະເຮັດໃຫ້ຜູ້ໃຊ້ເສຍຊີວິດກໍໄດ້

ຫາກໃຜທີ່ຈະໃຊ້ສາຍສາກປອມ ໃຫ້ລອງຄິດຊັ່ງຊາເບິ່ງຄັກໆ ລະຫວ່າງສະມາດໂຟນ ແລະ ແທັບເລັດ

ລາຄາຫຼັກຫຼາຍລ້ານ ເພື່ອໃຊ້ສາຍສາກອັນລະບໍ່ເຖິງແສນ ໂດຍທີ່ບໍ່ມີການຮັບປະກັນເລື່ອງຄວາມ

ປອດໄພ.  ທາງທີ່ດີທີ່ສຸດ ຄວນຊອກຫາສາຍສາກທີ່ມີຍີ່ຫໍ້ ຫຼື ຖືກຕ້ອງຕາມລຸ້ນຂອງມັນ ມານຳໃຊ້

ຈະເປັນທາງເລືອກທີ່ດີທີ່ສຸດ.

 

ຂອບໃຈຂໍ້ມູນຈາກ: Sanook.com

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...