spot_img
Homeຂ່າວຕ່າງປະເທດຢູເຄຣນ ຕັ້ງ ລມຕ.ປ້ອງກັນປະເທດຜູ້ໃໝ່ ສູ້ກັບກຸ່ມນິຍົມຣັດເຊຍ

ຢູເຄຣນ ຕັ້ງ ລມຕ.ປ້ອງກັນປະເທດຜູ້ໃໝ່ ສູ້ກັບກຸ່ມນິຍົມຣັດເຊຍ

Published on

 

ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ແຫ່ງຢູເຄຣນ ໄດ້ຮັບການເຫັນດີຈາກລັດຖະສະພາ ເມື່ອວັນພະຫັດທີ 3 ກໍລະກົດນີ້

ໃນການປັບປ່ຽນຕຳແໜ່ງຜູ້ນຳກອງທັບ ໃນຂະນະທີ່ພວກເຂົາກຳລັງໃຊ້ຄວາມພະຍາຍາມຢ່າງລຸ້ມລຸກຄຸກຄານ ທີ່ຈະເອົາ

ຊະນະກຸ່ມແບ່ງແຍກດິນແດນທີ່ນິຍົມຣັດເຊຍ ໂດຍສະຖານະການການສູ້ຮົບທາງພາກຕາເວັນອອກ ຍັງມີຂຶ້ນຢູ່ຕໍ່ເນື່ອງ

ນັບຕັ້ງແຕ່ປະກາດຢຸດຍິງສິ້ນສຸດລົງ ທ່າມກາງຄວາມພະຍາຍາມຂອງສາກົນ ທີ່ຈະກົດດັນໃຫ້ຢູເຄຣນຂະຫຍາຍເວລາການ

ຢຸດຍິງອອກໄປ.

 

557000007780601
ພົອ.ອ ເລຣີ ເຮເລຕີ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຄົນໃໝ່

 

ລັດຖະສະພາຢູເຄຣນ ໃຫ້ການຮັບຮອງເອົາ ພົນອາກາດເອກ ເລຣີ ເຮເລຕີ ອາຍຸ 46 ປີ ເປັນລັດຖະມົນຕີວ່າການກະຊວງ

ປ້ອງກັນປະເທດຢູເຄຣນຜູ້ໃໝ່ ຕາມການສະເໜີຂອງ ໂປໂຣເຊນໂກ ຫຼັງຈາກພະຍາຍາມທີ່ຈະເອົາຊະນະເຫດການລຸກຮື

ຂຶ້ນຂອງຝ່າຍແບ່ງແຍກດິນແດນມາຫຼາຍເດືອນ ແຕ່ກໍບໍ່ປະສົບຜົນສຳເລັດ, ດັ່ງນັ້ນ ໂປໂຣເຊນໂກ ຈິ່ງຕ້ອງການປັບປຸງ

ປະສິດທິພາບ ການເຮັດວຽກຂອງທະຫານ ໂດຍໃນຂະນະດຽວກັນ ກໍກຳລັງຄົ້ນຫາທາງເລືອກຕ່າງໆທາງດ້ານການທູດ

ເພື່ອແກ້ໄຂວິກິດການ ເຊິ່ງຮື້ຟື້ນຄວາມເຄັ່ງຕຶງລະຫວ່າງຕາເວັນອອກ – ຕາເວັນຕົກ ຄັ້ງຮ້າຍແຮງທີ່ສຸດນັບຕັ້ງແຕ່ສິ້ນ

ສຸດຍຸກສົງຄາມເຢັນ.

 

ກອງປະຊຸມທີ່ເມືອງແບັກແລັງ ໃນວັນພຸດທີ 2 ກໍລະກົດຜ່ານມາ ທ່ານລັດຖະມົນຕີການຕ່າງປະເທດຣັດເຊຍ ແລະ ຢູເຄຣນ

ໄດ້ກ່າວຫຼັງຈາກການຫາລືຮ່ວມກັນ ກັບລັດຖະມົນຕີການຕ່າງປະເທດເຢຍລະມັນ ແລະ ຝຣັ່ງ ເພື່ອທີ່ຈະສະໜັບສະໜູນ

ການພົບປະກັນຂອງກຸ່ມປະສານງານ ໂດຍມີເຫຼົ່າຜູ້ນຳຂອງກຸ່ມແບ່ງແຍກດິນແດນເຂົ້າຮ່ວມນຳ ເຊິ່ງມີເປົ້າໝາຍທີ່ຈະພະ

ຍາຍາມຫຼຸດຜ່ອນເງື່ອນໄຂຕ່າງໆ ເພື່ອໃຫ້ເກີດຂໍ້ຕົກລົງຢຸດຍິງທີ່ຍືນຍົງກ່ວາເກົ່າ.

 

ກຸ່ມປະສານງານນີ້ ຈະປະກອບດ້ວຍ ອະດີດປະທານາທິບໍດີຢູເຄຣນ ເຊິ່ງເປັນຕົວແທນຂອງລັດຖະບານຢ່າງບໍ່ເປັນທາງການ,

ເອກອັກຄະລັດຖະທູດຣັດເຊຍປະຈຳຢູເຄຣນ ແລະ ເຈົ້າໜ້າທີ່ລະດັບສູງ ຈາກອົງການຄວາມໝັ້ນຄົງ ແລະ ການຮ່ວມມືໃນເອີ

ລົບເປັນຄົນກາງ ໂດຍຄາດວ່າຈະມີການນັດປະຊຸມກັນບໍ່ເກີນວັນເສົາ 5 ກໍລະກົດນີ້ ເພື່ອເປົ້າໝາຍທີ່ຈະບັນລຸຂໍ້ຕົກລົງຢຸດຍິງ

ທີ່ຍືນຍົງ ຢ່າງບໍ່ມີເງື່ອນໄຂ ແລະ ເຫັນດີເປັນເອກະພາບຮ່ວມກັນ.

 

ເຖິງຢ່າງໃດກໍຕາມ, ໃນວັນພະຫັດ (3 ກໍລະກົດ) ຜ່ານມາ ທ່ານ ໂປໂຣເຊນໂກ ບໍ່ໄດ້ເວົ້າເຖິງການເຈລະຈາກັນທີ່ເບີລິນ ຫຼື ເວົ້າ

ເຖິງຂໍ້ຕົກລົງທີ່ຈະຢຸດຍິງຮອບໃໝ່ແຕ່ຢ່າງໃດ, ໃນທາງກົງກັນຂ້າມ ຊ້ຳພັດເນັ້ນຢ້ຳເຖິງຄວາມຈຳເປັນໃນການປະຕິຮູບທາງ

ການທະຫານ ແລະ ມີກອງທັບທີ່ເຂັ້ມແຂງ ໃນການປ້ອງກັນປະເທດຢູເຄຣນ.

 

ໃນແຂງໂດເນດ ເມືອງຫຼັກຂອງພາກຕາເວັນອອກ ເຊິ່ງທາງກຸ່ມແບ່ງແຍກດິນແດນນິຍົມຣັດເຊຍ ໄດ້ຍຶດຄອງອາການສຳນັກ

ງານທາງລັດຖະການທີ່ສຳຄັນຕ່າງໆໄວ້ ຕັ້ງແຕ່ເດືອນເມສາຜ່ານມາ ໄດ້ພົບຕຳຫຼວດຈາລະຈອນ 3 ຄົນ ຖືກກຸ່ມມືປືນຍິງເສຍ

ຊີວິດ ແລະ ອີກຄົນໜຶ່ງໄດ້ຮັບບາດເຈັບ ໃນເຫດການສູ້ຮົບທີ່ຍືດເຍື້ອ, ນອກຈາກນີ້ ທາງໂຄສົກກອງທັບກໍຍອມຮັບວ່າ ເມື່ອ

ຄືນວັນພຸດທີ 2 ກໍລະກົດ ຜ່ານມາ ກໍມີນາຍທະຫານໜຶ່ງຄົນ ເສຍຊີວິດ ຫຼັງຈາກຖືກກຸ່ມແບ່ງແຍກດິນແດນໂຈມຕີລົດຍົນ

ເຖິງແມ່ນວ່າເຂົາຈະປະດັບທຸງສີຂາວ ທີ່ໝາຍເຖິງການຍອມຈຳນົນໄວ້ແລ້ວກໍຕາມ, ຂະນະດຽວກັນ ໜ່ວຍສາລະເວຊາຍແດນ

ກໍເຜີຍວ່າ ມີກຳລັງພົນ 9 ຄົນ ໄດ້ຮັບບາດເຈັບ ຫຼັງຖືກກຸ່ມແບ່ງແຍກດິນແດນຍິງປືນຄົກ ຖະຫຼົ່ມດ່ານກວດກາໃນເມືອງລູຮານ

ຕິດກັບແນວຊາຍແດນຂອງຣັດເຊຍ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...