spot_img
Homeຂ່າວພາຍ​ໃນຂາຍເຂົ້າຈີ່ກໍ່ລວຍໄດ້ ແນວຄິດດີໆ ໃນການປະກອບອາຊີບ

ຂາຍເຂົ້າຈີ່ກໍ່ລວຍໄດ້ ແນວຄິດດີໆ ໃນການປະກອບອາຊີບ

Published on

ມື້ນີ້ຄໍລຳທຸລະກິດການຄ້າ ຂໍນຳສະເໜີເລື່ອງລາວຂອງຊາຍຄົນໜຶ່ງທີ່ມີຄວາມດຸໝັ່ນມາ ຕັ້ງແຕ່ເຍົາໄວ ນັ້ນກໍຄືອ້າຍທອງດີ ແກ້ວສະໄຫວ ຊຶ່ງເພິ່ນໄດ້ໃຫ້ສຳພາດກັບນັກຂ່າວຂອງໜັງສືພິມເສດຖະກິດ-ສັງຄົມວ່າ: ປະຈຸບັນມີອາຍຸ 39 ປີ ຢູ່ບ້ານດອນຝາຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ,

55

ຕົ້ນກຳເນີດແມ່ນເປັນຄົນຫຼວງພະບາງ ແຕ່ຍ້າຍລົງມາເຮັດວຽກທີ່ນະຄອນຫຼວງຕັ້ງແຕ່ປີ 2002 ເພື່ອມາປູກເຫັດຂາຍກັບຄອບຄົວເຮັດ ໄດ້ປະມານ 2–3 ປີ ກໍປາກົດວ່າທຸລະກິດປະເພດນີ້ບໍ່ເຂ້ົາກັບໂຕເອງພໍເທົ່າໃດ ບໍ່ມີກຳໄລຂາດທຶນຢ່າງໜັກແຖມຍັງຕ້ອງໄດ້ເພິ່ງຄົນງານຫຼາຍຄົນນຳອີກ.

ຫຼັງຈາກນັ້ນຈິ່ງໄດ້ຫັນມາ ຂາຍເຂົ້າຈີ່ທຳມະດາ ແລະໃສ່ນົມເລາະຕາມບ້ານຕາມເຮືອນທົ່ວໄປພໍມີເງິນເກັບ, ເງິນກິນເຂົ້າ ແລະໃສ່ ນ້ຳມັນລົດໄປວັນໆຈົນເວລາຜ່ານ ໄປ 3-4 ປີ ຕໍ່ມາກໍໄດ້ໄປເປັນລູກນ້ອງເຂົາເພື່ອໄປຮຽນເຮັດເຂົ້າຈີ່ປາເຕ້ປີ 1 ເຕັມໆ ເມື່ອຮູ້ວ່າຕົວ ເອງພໍເຮັດເອງແລ້ວຈິ່ງໄດ້ດັດລົດຈັກມາເປັນຮ້ານຂາຍເຂົ້າຈີ່ແບບເຄື່ອນທີ່ເປັນຂອງຕົນ.

ປະຈຸບັນນີ້ເພີ່ນມີເຂົ້າຈີ່ລ້າ, ເຂົ້າຈີ່ໃສ່ນົມ ແລະເຂົ້າຈີ່ປາເຕ້ ສ່ວນວ່າລາຄາແມ່ນມີຕັ້ງແຕ່ 2 ພັນກີບຂຶ້ນໄປ ແລະເຮັດຕາມໃຈລູກຄ້າຕ້ອງການຈະເຮັດແບບໃດ ກໍສາມາດສັ່ງໄດ້ຕາມໃຈ ດ້ວຍເຫດນີ້ຈິ່ງເຮັດໃຫ້ມີລູກຄ້າຂາປະ ຈຳມາໃຊ້ບໍລິການເປັນຈຳນວນຫຼາຍ ຊຶ່ງເປັນອີກອາຊີບໜຶ່ງທີ່ລາຍ ໄດ້ດີແຕ່ອາດຈະເບີ່ງແລ້ວບໍ່ມີລາຄາໃນສາຍຕາຄົນທົ່ວໄປ ເພາະບໍ່ເທ້ບໍ່ງາມບໍ່ເປັນຮ້ານທີ່ຫຼູຫຼາແຕ່ກໍສາມາດສົ່ງເສີມ ແລະເບີ່ງແຍງຄອບຄົວໄດ້ເປັນຢ່າງດີຕະຫຼອດໄລຍະ 12 ປີທີ່ຜ່ານມາກັບທຸລະກິດນີ້. ເທົ່ານັ້ນຍັງບໍ່ພໍປະຈຸບັນນີ້ ມີດິນ, ມີເຮືອນ, ມີລົດໃຫຍ່ຂີ່, ມີ ຊີວິດທີ່ດີ ແລະອື່ນໆໄດ້ ກໍຍ້ອນອາຊີບນີ້.

ນອກຈາກນີ້ອ້າຍ ທອງດີ ແກ້ວ ສະໄຫວ ຍັງໄດ້ບອກອີກຕື່ມວ່າ: ທຶນທີ່ໃຊ້ໃນການຂາຍໃນທຸກມື້ ນີ້ແມ່ນຕົກຢູ່ປະມານ 5–6 ແສນ ກີບຕໍ່ມື້ເທົ່ານັ້ນ ໂດຍແຕ່ລະມື້ແມ່ນ ຈະມີກຳໄລບໍ່ຕ່ຳກວ່າ 2,50 ແສນກີບ ຖ້າຫາກວ່າລວມທັງຂອງເມຍ ທີ່ຂາຍໄດ້ມາໃສ່ນຳກັນແລ້ວ ກໍຈະຕົກຢູ່ປະມານ 14–15 ລ້ານກີບຕໍ່ເດືອນເລີຍກໍວ່າໄດ້ດັ່ງນັ້ນຖ້າທ່ານໃດຢາກລອງໄປເບິ່ງເວລາຂາຍເຂົ້າຈີ່ຕອນເຊົ້າໆ ຫຼື ຊ່ວງແລງແລ້ວອາດຈະຕ້ອງຕົກໃຈເພາະຂາຍດິບຂາຍດີທຸກລະດູ ໂດຍສະເພາະຖ້າເປັນລະດູໜາວຍິ່ງ ໄດ້ຂາຍດີເປັນພິເສດ.

ສະນັ້ນຖ້າຫາກທ່ານໃດທີ່ຕ້ອງການເຮັດອາຊີບນີ້ກໍສາມາດເຮັດໄດ້ເລີຍເພາະການລົງທຶນບໍ່ຫຼາຍແຕ່ຕ້ອງຫາສະຖານທີ່ດີສຶກສາການຕະຫຼາດກ່ອນວ່າມີເຈົ້າຂອງພື້ນທີ່ ຫຼື ບໍ່? ຫຼື ວ່າເຮົາມັກອາຊີບນີ້ ຫຼື ບໍ່? ເປັນຫຍັງຄົນຈິ່ງຈະຕ້ອງມາຊື້ທຸລະກິດເຂົ້າຈີ່ປາເຕ້ນີ້ລົງທຶນໜ້ອຍກໍຈິງແຕ່ຖ້າ ຝີມືບໍ່ດີກໍມີສິດລົ້ມລະລາຍໄດ້ເຊັ່ນກັນ.

ທີ່ມາຈາກ: ຂຽນໂດຍ: ພູວົງ (ທຸລະກິດ-ສັງຄົມ)

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...